ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງ​ນ້ອຍ 10 ຄົນ ​​ຖືກ​ສັງຫານ ໃນການໂຈມຕີ ໂຮງ​ແຮມ​ ຢູ່ໂຊມາເລຍ


Somalia Al-Shabab
please wait
Embed

No media source currently available

0:00 0:00:51 0:00

ພວກ​ທີ່​ເຫັນ​ເຫດການ ​ທີ່​ນະຄອນ​ຫຼວງ​ຂອງ​ໂຊ​ມາ​ເລຍ ກ່າວ​ວ່າ ມີ​ຢ່າງ​ນ້ອຍ 10 ຄົນ ຖືກ​ສັງຫານ ​ແລະ​ຫລາຍ​ກວ່າ 15 ຄົນ ​ໄດ້​ຮັບ​ບາດ​ເຈັບ ​ເວລາ​ພວກ​ຫົວ​ຮຸນ​ແຮງ​ ບຸກໂຈມຕີ ໂຮງ​ແຮງ​ໃຫຍ່​ແຫ່ງ​ນຶ່ງ ​ໃນ​ວັນ​ພຸດ​ວານ​ນີ້.

ສະມາຊິກສະພາ​ໂຊ​ມາ​ເລຍ ທ່ານ Mohamed Ismail Shuriye ​ໄດ້​ບອກ​ກັບ VOA ວ່າ ສະມາ​ຊິກ​ສະພາ 2 ທ່ານຄືທ່ານ Abdullahi Jama Kaboweyne ​ແລະ​ທ່ານ Mohamud Gure ​ໄດ້​ຖືກ​ສັງຫານ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ ທ່ານ​ຍັງ​ໄດ້ກ່າວອີກ​ວ່າ ຜູ້​ທີ 3 ທ່ານ Abdullah Hashi ກໍ​ໄດ້​ຮັບ​ບາດ​ເຈັບ.

ສ່ວນ​ສະມາຊິກ​ສະພາຄົນ​ນຶ່ງ ​ທີ່ຢູ່​ໃນ​ໂຮງ​ແຮມ ​ໄດ້​ອະທິບາຍ​ເຖິງ​ການ​ໂຈມ​ຕີຄັ້ງ​ນີ້​ ​ໂດຍ​ກ່າວວ່າ “​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ກຳລັງ​ນອນ​ຫຼັບ​ໃນ​ຫ້ອງ​ນອນ​ຂອງ​ຂ້າພະ​ເຈົ້າ​ຢູ່​ນີ້ ຂ້າພະ​ເຈົ້າໄດ້​ຕື່ນັ​ຕົກ​ໃຈ ຍ້ອນ​ສຽງລະ​ເບີດ​ຂະໜາດ​ແຮງ. ປະຕູປ່ອງ ຢ້ຽມ​ແລະ​ປະຕູ​ໄດ້​ຟົ້ງມາ ທັບຂ້າພະ​ເຈົ້າ ຂ້າພະ​ເຈົ້າໄດ້​ແລ່ນ​ໄປ​ປະຕູ​ດ້ານ​ຫຼັງຂອງ ​ໂຮງ​ແຮມ ​ແລະ​ສາມາດ​ລອດ​ຊີວິດ​ມາ​ໄດ້.”

ຊາກລົດຫັກພັງເສຍຫາຍທີ່ໂຮງແຮມ Ambassador ຫຼັງຈາກການໂຈມຕີດ້ວຍລະເບີດ, 1 ມິຖຸນາ, 2016 ໃນ Mogadishu, ໂຊມາເລຍ
ຊາກລົດຫັກພັງເສຍຫາຍທີ່ໂຮງແຮມ Ambassador ຫຼັງຈາກການໂຈມຕີດ້ວຍລະເບີດ, 1 ມິຖຸນາ, 2016 ໃນ Mogadishu, ໂຊມາເລຍ

ທ່ານ Abdullya Dayib ​ໄດ້​ບອກ​ກັບ VOA ວ່າ ທ່ານ​ໄດ້ ສົ່ງ​ເພື່ອ​ນຂອງ​ທ່ານ​ເຂົ້າ​ໄປ​ຮັກສາ​ທີ່​ໂຮງ​ພະຍາບານ ບ່ອນ​ທີ່​ທ່ານ​ໄດ້ເຫັນ​ລົດ​ພະຍາບານ ນຳ​ສົ່ງ​ທີ່​ບາດ​ເຈັບ​ຫຼາຍ​ສິບ​ຄົນ ​ໄປ​ຍັງ​ໂຮງພະຍາບານ ​ເພື່ອທຳ​ການ​ຮັກສາ​ປິ່ນປົວ.

ນັກ​ຂ່າວ​ອິດ​ສະລະ​ທີ່​ເຮັດ​ວຽກໃຫ້​ກັບ VOA ​ລາຍ​ງານ​ວ່າ ​ໄດ້​ເຫັນ​ສົບ​ຄົນ​ຕາຍ 5 ສົບ ນອນ​ຢູ່​ຕໍ່​ໜ້າ​ໂ​ຮງ​ແຮ​ມ.

ພວກ​ເຄາະ​ຮ້າຍ​ສ່ວນ​ໃຫຍ່​ມີ​ລາຍ​ງານ​ວ່າ ​ເສຍ​ຊີວິດ​ຍ້ອນ​ລົດ​ລະ​ເບີດ​ທີ່​ໄດ້​ແຕກ​ຂຶ້ນ​ໃນ​ຂະນະ​ທີ່​ຜູ້​ຄົນ​ກຳລັງ​ພາກັນ​ສູດ​ມົນ​ພາວະນາ​ໃນ​ຕອນ​ຄ່ຳ.

ການ​ບຸກ​ໂຈມ​ຕີ​ໂຮງ​ແຮມ ​Ambassador ທີ່ນະຄອນ Mogadishu ມີ​ຂຶ້ນ​ບໍ່​ເທົ່າ​ໃດຊົ່ວ​ໂມງ ຫຼັງ​ຈາກ​ທີ່​ເຈົ້າ​ໜ້າ​ທີ່​ໂຊ​ມາ​ເລຍ ​ໄດ້​ກ່າວ​ວ່າ ຜູ້​ບັນຊາ​ສູງ​ສຸດ​ຂອງ​ກຸ່ມຫົວ​ຮຸນ​ແຮງ al-Shabab ​ໄດ້​ຖືກ​ຂ້າ​ຕາຍ ​ໃນ​ການ​ປະຕິບັດ​ງານທາງ​ທະຫານ ​ເມື່ອ​ແລງ​ວັນ​ພຸດ​ວານ​ນີ້.

ທ້າວ Mohamed Mohamud ທີ່​ຮູ້​ກັນ​ດີ​ ​ໃນ​ນາມ Dulyadeyn ​ໄດ້ຖືກ​ກ່າວ​ຫາ​ວ່າ ​ເປັນ​ຜູ້​ວາງ​ແຜນ​ຄົນ​ສຳຄັນ ​ໃນ​ການ​ໂຈມ​ຕີ ​ເມື່ອ​ເດືອນ​ເມສາປີ 2015 ທີ່ມະຫາວິທະຍາ​ໄລ Garissa ​ໃນ​ປ​ະ​ເທດເຄັນ​ຢາ ທີ່ເຮັດໃຫ້ມີ 148 ຄົນ ​ເສຍ​ຊີວິດ ຊຶ່ງ​ເກີືອບວ່າ​ທັງ​ໝົດ​ແມ່ນ​ພວກນັກ​ສຶກສາ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG