ທຳນຽບຫ້າແຈແມ່ນກຳລັງພິຈາລະນາຂໍ້ສະເໜີຂອງບໍລິສັດ ໂບອິງ ເພື່ອສະໜອງລະເບີດທີ່ມີຄວາມແມ້ນຢຳຂະໜາດໜ້ອຍ ແລະ ມີລາຄາຖືທີ່ສຳມາດຕິດໃສ່ຈະຫຼວດທີ່ມີຢູ່ຢ່າງຫຼວງຫຼາຍນັ້ນໃຫ້ ຢູເຄຣນ, ເພື່ອອະນຸຍາດໃຫ້ ກີຢິບ ໂຈມຕີທະຫານ ຣັດເຊຍ ທີ່ຢູ່ໄກອອກໄປ ໃນຂະນະທີ່ບັນດາປະເທດຕາເວັນຕົກໄດ້ປະສົບຄວາມຫຍຸ້ງຍາກທີ່ຈະບັນລຸຄວາມຮຽກຮ້ອງຕ້ອງການສຳລັບອາວຸດເພີ່ມເຕີມອີງຕາມລາຍງານຂອງອົງການຂ່າວຣອຍເຕີ.
ຄັງອາວຸດຂອງ ສະຫະລັດ ແລະ ທະຫານພັນທະມິດແມ່ນກຳລັງຫຼຸດລົງ, ແລະ ກອງກຳລັງ ຢູເຄຣນ ແມ່ນຕ້ອງການອາວຸດທີ່ທັນສະໄໝຫຼາຍຂຶ້ນໃນຂະນະທີ່ສົງຄາມແກ່ຍາວອອກໄປ. ລະບົບທີ່ບໍລິສັດ ໂບອິງ ໄດ້ສະເໜີນັ້ນ, ເອີ້ນວ່າ ລະເບີດຂະໜາດນ້ອຍທີ່ຍິງຂຶ້ນຈາກພື້ນດິນ ຫຼື GLSDB, ເຊິ່ງແມ່ນນຶ່ງໃນປະມານ 6 ແຜນການສຳລັບການນຳເອົາລູກປືນໃໝ່ ອອກມາຜະລິດໃຫ້ຢູເຄຣນ ແລະ ບັນດາພັນທະມິດຢູໂຣບຕາເວັນອອກຂອງ ອາເມຣິກາ, ອີງຕາມແຫຼ່ງຂ່າວດ້ານອຸດສາຫະກຳຕ່າງໆ.
ລະເບີດ GLSDB ສາມາດຖືກນຳສົ່ງໄປໄວສຸດ ແມ່ນລະດູບານໃໝ່ ປີ 2023, ອີງຕາມເອກະສານທີ່ຖືກທົບທວນໂດຍອົງການຂ່າວ ຣອຍເຕີ ແລະ ສາມຄົນທີ່ມີຄວາມຄຸ້ນເຄີຍກັບແຜນການດັ່ງກ່າວ. ມັນຈະປະກອບມີລະເບີດຂະໜາດນ້ອຍ GBU-39 ຫຼື SDB ດ້ວຍເຄື່ອງຈັກຈະຫຼວດ M26, ເຊິ່ງທັງສອງຢ່າງແມ່ນມີຢູ່ທົ່ວໄປໃນຄັງຂອງ ສະຫະລັດ.
ທ່ານ ດັກ ບູຊ, ຫົວໜ້ອຍໜ່ວຍຈັດຊື້ອາວຸດຂອງກອງທັບບົກ ສະຫະລັດ, ໄດ້
ກ່າວຕໍ່ບັນດານັກຂ່າວຢູ່ທຳນຽບຫ້າແຈເມື່ອອາທິດທີ່ຜ່ານມາວ່າ ກອງທັບບົກຍັງ ພະຍາຍາມທີ່ຈະເລັ່ງການຜະລິດລູກປືນຄົກ 155 ມິນລີແມັດ, ເຊິ່ງປັດຈຸບັນນີ້ແມ່ນຖືກຜະລິດຢູ່ໂຮງງານຂອງລັດຖະບານເທົ່ານັ້ນ, ໂດຍອະນຸຍາດໃຫ້ບໍລິສັດສັນຍາຈ້າງປ້ອງກັນປະເທດສ້າງມັນ.
ທ່ານ ບູຊ ໄດ້ກ່າວຕື່ມວ່າ ການບຸກລຸກ ຢູເຄຣນ ໄດ້ຂະຫຍາຍຄວາມຮຽກຮ້ອງຕ້ອງການສຳລັບອາວຸດ ແລະ ລູກປືນທີ່ເຮັດໂດຍ ອາເມຣິກາ ຫຼາຍຂຶ້ນ, ໃນຂະນະທີ່ບັນດາພັນທະມິດ ສະຫະລັດ ໃນຢູໂຣບຕາເວັນອອກ “ໄດ້ສັ່ງຊື້ຈຳນວນຫຼວງຫຼາຍ,” ສຳລັບອາວຸດຫຼາຍປະເພດ ໃນຂະນະທີ່ເຂົາເຈົ້າສະໜອງມັນໃຫ້ ຢູເຄຣນ.
ທ່ານ ທອມ ຄາຣາໂກ , ຜູ້ຊ່ຽວຊານດ້ານອາວຸດ ແລະ ການຮັກສາຄວາມປອດໄພຢູ່ສູນກາງເພື່ອແຜນຍຸດທະສາດ ແລະ ການສຶກສາສາກົນ ໄດ້ກ່າວວ່າ “ມັນກ່ຽວກັບການມີຈຳນວນຫຼາຍໃນລາຄາທີ່ຖືກ.” ທ່ານໄດ້ກ່າວວ່າຄັງອາວຸດ ສະຫະລັດ ທີ່ຫຼຸດໜ້ອຍລົງໄດ້ຊ່ວຍອະທິບາຍການຮີບເລັ່ງເພື່ອຜະລິດອາວຸດເພີ່ມເຕີມໃນເວລານີ້, ໂດຍກ່າວວ່າຄັງອາວຸດ “ແມ່ນຂ້ອນຂ້າງຕ່ຳກວ່າລະດັບທີ່ພວກເຮົາຕ້ອງມີໄວ້ ແລະ ແນ່ນອນຕໍ່ລະດັບທີ່ພວກເຮົາຕ້ອງການເພື່ອຍັບຢັ້ງຄວາມຂັດແຍ້ງກັບ ຈີນ.”
ທ່ານ ຄາຣາໂກ ຍັງໄດ້ກ່າວຢ້ຳວ່າ ການອອກຈາກ ອັຟການິສຖານ ຂອງ ສະຫະລັດ ໄດ້ເຮັດໃຫ້ລະເບີດທີ່ຖິ້ມລົງຈາກອາກາດມີເຫຼືອຢູ່ຢ່າງຫຼວງຫຼາຍ. ມັນບໍ່ສາມາດໃຊ້ກັບເຮືອບິນ ຢູເຄຣນ ໄດ້ຢ່າງງ່າຍດາຍ, ແຕ່ “ໃນສິ່ງແວດລ້ອມຂອງມື້ນີ້ພວກເຮົາຄວນຊອກຫາວິທີໃໝ່ເພື່ອປ່ຽນມັນໃຫ້ມີຄວາມສາມາດຍິງໃສ່ເປົ້າໝາຍໄດ້.”