ການຊອກຄົ້ນຫາສາເຫດວ່າ ແມ່ນຫຍັງເກີດຂຶ້ນ ທີ່ເຮັດໃຫ້ນັກຂ່າວຊາວ ຊາອຸດີ
ອາຣາເບຍ ທ່ານ ຈາມາລ ຄາຊອກກີ ຫາຍສາບສູນໄປນັ້ນ ໄດ້ມີຄວາມຄືບໜ້າ
ໄປໃນຫຼາຍທິດທາງ ໃນວັນອັງຄານມື້ນີ້ ໂດຍມີບັນດານັກສືບສວນ ກ່ຽວກັບສະຖານ
ທີ່ເກີດອາຊະຍາກຳ ຂອງເທີກີ ກຳລັງເສັດສິ້ນການກວດສອບ ກົງສຸນຂອງ ຊາອຸດີ
ອາຣາເບຍ ປະຈຳ ນະຄອນ ອິສຕັນບູລ ແລະ ໃນຂະນະທີ່ລັດຖະມົນຕີ ວ່າການຕ່າງ
ປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ກຳລັງເດີນທາງໄປຍັງ ຊາອຸດີ ອາຣາເບຍ
ເພື່ອພົບປະກັບ ກະສັດ ຊາລມານ.
ຕາໜ່າງຂ່າວໂທລະພາບ CNN ທີ່ຕັ້ງຢູ່ໃນ ສະຫະລັດ ແລະ ໜັງສືພິມ New York
Times ຍັງໄດ້ລາຍງານວ່າ ຊາອຸດີ ອາຣາເບຍ ຕຽມພ້ອມທີ່ຈະຍອມຮັບ ວ່າ ທ່ານ
ຄາຊອກກີ ໄດ້ຖືກຂ້າຕາຍ ຫຼັງຈາກທີ່ຜູ້ກ່ຽວ ໄດ້ເຂົ້າໄປໃນກົງສຸນດັ່ງກ່າວ ໃນວັນທີ 2
ຕຸລາ ຜ່ານມານີ້. ບົດລາຍງານຂອງສອງສື່ຂ່າວ ທີ່ອ້າງອີງ ເຖິງຫຼາຍແຫລ່ງຂ່າວ ທີ່ບໍ່
ປະສົງອອກຊື່ ທີ່ໄດ້ກ່າວວ່າ ລັດຖະບານຊາອຸດີ ອາຣາເບຍ ຈະໂທດການເສຍຊີວິດ
ຂອງທ່ານ ຄາຊອກກີ ໃສ່ການສອບປາກຄຳທີ່ ຫັນປ່ຽນໄປໃນທາງທີ່ຜິດພາດ.
ມາຈົນເຖິງເວລານີ້ ບັນດາເຈົ້າໜ້າທີ່ຂອງຊາອຸດີ ອາຣາເບຍ ກໍໄດ້ປະຕິເສດ ຢ່າງແຂງ
ຂັນ ຕໍ່ການກ່າວຫາຕ່າງໆ ໂດຍບັນດາເຈົ້າໜ້າທີ່ ຂອງເທີກີ ທີ່ວ່າ ທ່ານ ຄາຊອກກີ ໄດ້
ຖືກສັງຫານ ແຕ່ຫາກພວກເຈົ້າໜ້າທີ່ຊາອຸດີ ກ່າວວ່າ ທ່ານ ຄາຊອກກີ ໄດ້ອອກໄປຈາກ
ສະຖານກົງສຸນແລ້ວ. ແຕ່ລະຝ່າຍ ກໍບໍ່ໄດ້ສະແດງ ຫຼັກຖານຢ່າງເປີດເຜີຍ ທີ່ຊັດເຈນ
ເພື່ອສະໜັບສະໜຸນ ການກ່າວອ້າງຂອງຕົນ ແລະ ທັງສອງລັດຖະບານ ໄດ້ຕົກລົງ
ກ່ຽວກັບ ການຈັດຕັ້ງກຸ່ມທຳງານຮ່ວມກັນ ເພື່ອຄົ້ນຫາສາເຫດການຫາຍໂຕໄປ ຂອງ
ທ່ານ ຄາຊອກກີ.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວວ່າ ທ່ານ ໄດ້ສົ່ງ ທ່ານ ພອມພຽວ
ໄປຍັງຊາອຸດີ ອາຣາເບຍ ຊຶ່ງເປັນປະເທດພັນທະມິດຂອງສະຫະລັດ “ເພື່ອຊອກຫາ
ຄວາມແທ້ຈິງໂດຍກົງ ວ່າ ແມ່ນຫຍັງໄດ້ເກີດຂຶ້ນ.”
ທ່ານ ທຣຳ ໄດ້ກ່າວອີກວ່າ “ທ່ານອາດຈະໄປເທີກີ ຫຼືອາດຈະບໍ່ໄປ. ທ່ານອາດ ຈະພົບ
ປະກັບ ໝົດທຸກຄົນຮ່ວມກັນ. ແຕ່ພວກເຮົາຢາກ ຈະຊອກຫາສາເຫດວ່າ ແມ່ນຫຍັງ
ໄດ້ເກີດຂຶ້ນ. ແລະ ທ່ານໄດ້ຮັບການແນະນຳ ໃຫ້ຊອກຫາ ສິ່ງທີ່ໄດ້ເກີດຂຶ້ນ.”
ທ່ານທຣຳ ກ່າວວ່າ ກະສັດຊາລມານ ໃນການໂທລະສັບຫາລົມກັນ ໃນວັນຈັນ ວານນີ້
ໄດ້ປະຕິເສດ ວ່າ ບໍ່ຮູ້ຈັກຫຍັງເລີຍ ກ່ຽວກັບສິ່ງໄດ້ທີ່ເກີດຂຶ້ນ ກັບທ່ານ ຄາຊອກກີ ຜູ້ທີ່
ໃນການຂຽນບົດຄວາມ ໃຫ້ແກ່ໜັງສືພິມ ວໍຊິງຕັນ ໂພສທ໌ ນັ້ນ ໄດ້ຕິຕຽນ ອົງມົງກຸດ
ຣາຊາກຸມມານ ເຈົ້າຟ້າຊາຍ ໂມຮາມເມັດ ບິນ ຊາລມານ ຜູ້ທີ່ເປັນທາຍາດສືບທອດ
ບັນລັງຂອງຊາອຸດີ ອາຣາເບຍ.
“ການປະຕິເສດຂອງກະສັດ ຕໍ່ຂ້າພະເຈົ້າ ນັ້ນ ແມ່ນໜັກແໜ້ນຫຼາຍກວ່າເກົ່າ” ທ່ານ
ທຣຳ ໄດ້ກ່າວຢູ່ທີ່ທຳນຽບຂາວ. ທ່ານກ່າວຕໍ່ໄປວ່າ “ບາງທີ ຂ້າພະເຈົ້າ ບໍ່ຢາກຈະຄົ້ນ
ຄວ້າ ຄວາມຄິດຂອງທ່ານ ແຕ່ຂ້າພະເຈົ້າຟັງເບິ່ງແລ້ວ ຄືກັບວ່າ ບາງທີ ອາດເປັນ
ການຄາດຕະກຳໂດຍພວກຄົນຮ້າຍ ຂ້າພະເຈົ້າໝາຍຄວາມ ວ່າ ແມ່ນໃຜຈະຮູ້?”
ທ່ານ ຄາຊອກກີ ໄດ້ອາໄສຢູ່ໃນສະຫະລັດ ເພື່ອລີ້ໄພດ້ວຍຕົວທ່ານເອງ. ທ່ານ ໄດ້ເດີນ
ທາງໄປກົງສຸນຂອງຊາອຸດີ ອາຣາເບຍ ປະຈຳນະຄອນ ອິສຕັນບູລ ເພື່ອໄປເອົາເອກກະ
ສານ ທີ່ທ່ານຕ້ອງການ ສຳລັບການແຕ່ງງານ ກັບຄູ່ໝັ້ນຂອງ ທ່ານ ຄືທ່ານນາງ ຮາຕິສ
ເສັນກິຊ ສັນຊາດເທີກີ ຜູ້ທີ່ໄດ້ລໍຖ້າທ່ານຢູ່ດ້ານນອກ ສະຖານກົງສຸນ ແຕ່ບໍ່ເຫັນ ທ່ານ
ຄາຊອກກີ ກັບຄືນອອກມາ.