ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົບພະຍົບລວມທັງເດັກນ້ອຍ ຕິດຄ້າງຢູ່ທີ່ເຂດກຳແພງກັ້ນ​ຊາຍແດນໂປແລນ; ບັນດານັກເຄື່ອນໄຫວກ່າວວ່າ ເບລາຣຸສ ຈະບໍ່ຍອມໃຫ້ພວກເຂົາເຈົ້າກັບຄືນ

ສະມາຊິກຂອງຄົນອົບພະຍົບປະມານ 30 ຄົນ ທີ່ກຳລັງຊອກຫາບ່ອນລີ້ໄພ ໄດ້ຖືກພົບເຫັນຢູ່ໃນ Bialowieza ປະເທດໂປແລນ ໃນວັນທີີ 28 ພຶດສະພາ 2023 ກົງກັນຂ້າມກັບກຳແພງທີ່ໂປແລນ ໄດ້ສ້າງຢູ່ເທິງຊາຍແດນຂອງຕົນ ແລະ ເບລາຣຸສ ເພື່ອຢຸດແຮງກົດດັນຈາກອົບພະຍົບຈຳນວນຫຼາຍ

ບັນດານັກເຄື່ອນໄຫວສິດທິມະນຸດໃນປະເທດໂປແລນກ່າວວ່າ ກຸ່ມຄົນອົບພະຍົບ ປະມານ 30 ຄົນ ທີ່ກຳລັງຊອກຫາບ່ອນລີ້ໄພ, ເຊິ່ງໃນນັ້ນລວມມີເດັກນ້ອຍ, ໄດ້ຕິດຄ້າງຢູ່ທີ່ກຳແພງກັ້ນ​ເຂດຊາຍແດນລະຫວ່າງໂປແລນ ແລະ ເບລາຣຸສ ເປັນເວລາ 3 ມື້ແລ້ວ, ອີງຕາມອົງການຂ່າວ ເອ.ພີ. ບາງຄົນຕ້ອງການການ ຊ່ວຍເຫຼືອທາງດ້ານການແພດ, ນັກເຄື່ອນໄຫວຂອງກຸ່ມຊາຍແດນໄດ້ກ່າວຢູ່ໃນສື່ ສັງຄົມ. ເຖິງແມ່ນວ່າພວກອົບ​ພະຍົບຈະ​ຢູ່​ອີກ​ຟາກ​ນຶ່ງ​ຂອງ​ກຳ​ແພງ, ບັນດານັກ​ເຄື່ອນ​ໄຫວ​ກ່າວ​ວ່າ ພວກ​ເຂົາ​ເຈົ້າແມ່ນ​ຢູ່​ໃນ​ດິນ​ແດນ​ຂອງ​ໂປ​ແລນ ​ແລະ​ ເບ​ລາຣຸສ ບໍ່​ຍອມ​ໃຫ້​ພວກ​ເຂົາ​ກັບ​ຄືນ​ໄປ. ໃນປີກາຍນີ້, ໂປແລນ ໄດ້ສ້າງກໍາແພງ ເຫຼັກເກືອບ 190 ກິໂລແມັດ ຫຼັງຈາກຜູ້ອົບພະຍົບຫລາຍພັນຄົນຈາກ ເອເຊຍ ແລະອາຟຣິກາໄດ້ຂ້າມເຂົ້າໄປໃນປະເທດ. ບັນດາລັດ​ຖະ​ບານ​ຂອງ​ຕາ​ເວັນ​ຕົກ ​ກ່າວ​ຫາ​ເບ​ລາ​ຣຸສ​ວ່າ​ໃຊ້​ຄົນ​ອົບ​ພະ​ຍົບ​ເປັນ​ເຄື່ອງມືສ້າງ​ຄວາມ​ບໍ່ສະຖຽນ​ລະ​ພາບ ໃຫ້ແກ່ສະ​ຫະ​ພາບ ຢູ​ໂຣບ - ເຊິ່ງ​ແມ່ນ​ສິ່ງ​ທີ່ ເບ​ລາ​ຣຸສ ໄດ້​ປະ​ຕິ​ເສດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG