ຖືກກອບກູ້ຂຶ້ນມາໄດ້ ຢ່າງໜ້ອຍ 10 ສົບ ຈາກເຮືອຢາງລຳໜຶ່ງຢູ່ນອກຊາຍຝັ່ງຂອງ ປະ ເທດ ລີເບຍ, ອີງຕາມການກ່າວຂອງເຈົ້າໜ້າທີ່ປ້ອງກັນຊາຍຝັ່ງ ອິຕາລີ.
ໄດ້ມີການອອກປະຕິບັດການ 15 ຄັ້ງໃນລະຫວ່າງມື້ດັ່ງກ່າວ, ເພື່ອຊ່ວຍເຫຼືອພວກຍົກ ຍ້າຍຖິ່ນຖານປະມານ 2,100 ຄົນ, ເຊິ່ງເປັນຈຳນວນຫຼາຍເກືອບສອງເທົ່າຂອງວັນສຸກທີ່ ຜ່ານມາ ເມື່ອປະຊາຊົນ 1,200 ຄົນໄດ້ຖືກຊ່ວຍເຫຼືອໄວ້.
ຜູ້ຍົກຍ້າຍຖິ່ນຖານອີກ 420 ຄົນ, ລວມທັງແມ່ຍິງຖືພາ 7 ຄົນ ແລະ ເດັກນ້ອຍ 78 ຄົນ, ໄດ້ ຖືກຊ່ວຍເຫຼືອໄວ້ກ່ອນໜ້ານີ້ ແລະ ໄດ້ນຳຕົວຂຶ້ນສູ່ຝັ່ງໃນວັນເສົາວານນີ້ ທີ່ທ່າເຮືອ Trapani ໃນເມືອງ Sicily.
ທ່ານ Beppe Galea Mallia ຫົວໜ້າຄົນຂັບເຮືອ Phoenix Italian ຂອງສະຖານີຊ່ວຍ ເຫຼືອຜູ້ຍົກຍ້າຍຖິ່ນຖານນອກຊາຍຝັ່ງ ຫຼື MOAS ກ່າວວ່າ ພວກຍົກຍ້າຍຖິ່ນຖານໄດ້ຖືກ ຊ່ວຍເຫຼືອຢູ່ນອກຊາຍຝັ່ງຂອງປະເທດ ລີເບຍ ໃນການອອກປະຕິບັດການ 3 ຄັ້ງໃນວັນ ພະຫັດທີ່ຜ່ານມາ.
ທ່ານ Mallia ໄດ້ກ່າວວ່າ ບໍ່ມີຜູ້ໃດໄດ້ຮັບບາດເຈັບສາຫັດ, ຍົກເວັ້ນສອງຄົນທີ່ໄດ້ຮັບເຄາະ ຂາຫັກ, ມີຜູ້ທີ່ເປັນໂຣກຂີ້ຫິດ ແລະ ເມົາທະເລບໍ່ເທົ່າໃດຄົນ.
ອີງຕາມອົງການອົບພະຍົບ ຂອງສະຫະປະຊາຊາດແມ່ນວ່າ ຜູ້ຍົກຍ້າຍຖິ່ນຖານ 153,632 ຄົນ ໄດ້ເດີນທາງຮອດທະວີບ ຢູໂຣບ ຜ່ານເສັ້ນທາງໃຈກາງທະເລເມດິເທີເຣນຽນ ຕົກເຖິງ ວັນທີ 24 ຕຸລາທີ່ຜ່ານມາ, ແຕ່ຫຼາຍພັນຄົນກໍໄດ້ເສຍຊີວິດໄປໃນຄວາມພະຍາຍາມດັ່ງ ກ່າວນັ້ນ.