ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກຍົກຍ້າຍຖິ່ນຖານ 11 ຄົນ ເສຍຊີວິດ ແລະ 263 ຄົນຖືກຊ່ອຍຊີວິດໄວ້ໄດ້ ຢູ່ນອກຝັ່ງຂອງລີເບຍ


ພວກຍົກຍ້າຍຖິ່ນຖານ ຖືສັນຊາດ ຈາກບັນດາປະເທດ ໃນ
ທະວີບອາຟຣິກາ ເດີນທາງໄປຮອດ ຖານທັບເຮືອ ໃນປະເທດ
ລີເບຍ ໃນນະຄອນຫຼວງ ຕຣີໂປລີ ຂອງລີເບຍ, ວັນທີ 22 ເມສາ 2018, ຫຼັງຈາກທີ່ໄດ້ຖືກຊ່ອຍ ຊີວິດຂຶ້ນມາໄດ້ ຈາກເຮືອຢາງລົມ 2 ລຳ ຢູ່ນອກຝັ່ງທະເລ ຂອງເມືອງ ຊລີເທນ.
ພວກຍົກຍ້າຍຖິ່ນຖານ ຖືສັນຊາດ ຈາກບັນດາປະເທດ ໃນ ທະວີບອາຟຣິກາ ເດີນທາງໄປຮອດ ຖານທັບເຮືອ ໃນປະເທດ ລີເບຍ ໃນນະຄອນຫຼວງ ຕຣີໂປລີ ຂອງລີເບຍ, ວັນທີ 22 ເມສາ 2018, ຫຼັງຈາກທີ່ໄດ້ຖືກຊ່ອຍ ຊີວິດຂຶ້ນມາໄດ້ ຈາກເຮືອຢາງລົມ 2 ລຳ ຢູ່ນອກຝັ່ງທະເລ ຂອງເມືອງ ຊລີເທນ.

ກອງທັບເຮືອຂອງລີເບຍ ໄດ້ກ່າວວ່າ ຕົນໄດ້ເກັບກູ້ເອົາ 11 ສົບ ຂອງພວກຍົກຍ້າຍ
ຖິ່ນຖານ ແລະຊ່ອຍຊີວິດ ພວກຄົນອື່ນໄດ້ 263 ຄົນ ໃນການປະຕິບັດງານ ສອງຄັ້ງ
ຕ່າງຫາກ ຢູ່ນອກຝັ່ງທະເລພາກຕາເວັນຕົກຂອງລີເບຍ.

ກອງທັບເຮືອຂອງລີເບຍ ກ່າວອີກວ່າ ພວກຍົກຍ້າຍຖິ່ນຖານ ແມ່ນມາຈາກບັນດາ
ປະເທດ ຢູ່ເຂດຕອນໃຕ້ທະເລຊາຍ ຊາຮາຣາ ຂອງອາຟຣິກາ.

ລີເບຍ ແມ່ນເປັນຈຸດທາງຜ່ານໂດຍທົ່ວໄປ ສຳລັບພວກຍົກຍ້າຍ ຖິ່ນຖານ ທີ່ພະຍາຍາມ
ຈະເດີນທາງຜ່ານທະເລໄປ ທະວີບຢູໂຣບ. ຫຼາຍກວ່າ 600,000 ຄົນ ສາມາດຂ້າມທະເລ
ເມດິເຕີເຣນ້ຽນ ໄປຍັງປະເທດອີຕາລີ ໃນຕະຫຼອດໄລຍະ 4 ປີຜ່ານມາ ສ່ວນໃຫຍ່ແລ້ວ
ແມ່ນມາຈາກປະເທດລີເບຍ.

ອົງການເພື່ອອົບພະຍົບຂອງສະຫະປະຊາຊາດ ກ່າວວ່າ ຕະຫຼອດກາງເດືອນເມສາ
ຂອງປີນີ້ ມີພວກຍົກຍ້າຍຖິ່ນຖານ ແລະພວກອົບພະຍົບ ຈຳນວນ 18,575 ຄົນ ເດີນ
ທາງໄປຮອດ ອີຕາລີ ກຣິສ ໄຊປຣັສ ແລະ ສະເປນ ດ້ວຍການຂ້າມທະເລ
ເມດິເຕີເຣນ້ຽນ.

ອົງການສາກົນເພື່ອການຍົກຍ້າຍຖິ່ນຖານ ຫຼື IOM ໄດ້ກ່າວວ່າ ອັນນັ້ນ ແມ່ນຕ່ຳກວ່າ
ເຄິ່ງນຶ່ງ ຂອງລະດັບ ເມື່ອປີກາຍນີ້.

ສິ່ງທີ່ໜ້າປະທັບໃຈຫຼາຍກວ່າ ກໍແມ່ນການຫລຸດລົງໃນປີນີ້ ຢ່າງຫຼວງຫຼາຍ ເຖິງ 9
ເປີເຊັນ ຂອງຕົວເລກຈາກປີ 2016 ທີ່ເດີນທາງໄປຮອດທະວີບຢູໂຣບ ເຊິ່ງຫຼາຍກວ່າ
200,000 ຄົນ.

ແລະເຖິງຢ່າງໃດກໍຕາມ ການພະຍາຍາມທີ່ຈະຫລົບໜີຈາກການຂັດແຍ່ງ ແລະຄວາມ
ທຸກຍາກ ສຳລັບພວກຄົນບາງສ່ວນເຫຼົ່ານັ້ນ ພິສູດໃຫ້ເຫັນວ່າ ອັນຕະລາຍເຖິງແກ່ຊີວິດ.
ເມື່ອປີກາຍນີ້ເທົ່ານັ້ນ ມີ 3,116 ຄົນ ໄດ້ເສຍຊີວິດ ໃນການພະຍາຍາມທີ່ຈະຂ້າມທະເລ
ອີງຕາມອົງການ IOM ເຊິ່ງລວມທັງພວກຄົນ ຈຳນວນ 2,833 ຄົນຈາກລີເບຍ.

ບັນຫາຂັດແຍ່ງ ພາໃຫ້ປະເທດແຕກແຍກກັນ ແມ່ນເປັນສາເຫດນຶ່ງສະເໝີໄປ ສຳລັບ
ການສະແຫວງຫາຜົນປະໂຫຍດ ແລະ ການປະພຶດບໍ່ດີ ຕໍ່ພວກຍົກຍ້າຍຖິ່ນຖານ ຈາກ
ເຂດຕອນໃຕ້ ທະເລຊາຍ ຊາຮາຣາ ຂອງອາຟຣິກາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG