ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ລົງ​ຈາກກ​ຳ​ປັ່ນ ເພື່ອ​ການ​ກຸ​ສົນ​ ຂອງ ສ​ເປນ


​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຢູ່​ເທິງ​ກຳ​ປັ່ນ Open Arms ສະ​ເຫຼີມ​ສະຫຼອງ​ຂ່າວ ກ່ຽວ​ກັບ ໄອ​ຍະ​ການ ອິ​ຕາ​ລີ ສັ່ງໃຫ້​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຂຶ້ນ​ຝັ່ງ​
ທີ່​ເກາະ ລຳ​ເປ​ດູ​ຊາ ໄດ້. 20 ສິງ​ຫາ, 2019.
​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຢູ່​ເທິງ​ກຳ​ປັ່ນ Open Arms ສະ​ເຫຼີມ​ສະຫຼອງ​ຂ່າວ ກ່ຽວ​ກັບ ໄອ​ຍະ​ການ ອິ​ຕາ​ລີ ສັ່ງໃຫ້​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຂຶ້ນ​ຝັ່ງ​ ທີ່​ເກາະ ລຳ​ເປ​ດູ​ຊາ ໄດ້. 20 ສິງ​ຫາ, 2019.

ຜູ້​ຍົກ​ຍ້າຍ​ຖິ່ນ​ຖານຫຼາຍກວ່າ 80 ຄົນ​ໄດ້​ກັບ​ຂຶ້ນ​ສູ່​ພື້ນ​ດິນ​ທີ່​ແຫ້​ງ​ອີກ​ຄັ້ງ​ນຶ່ງ ຫຼັງ​ຈາກ​ໄດ້
ຕິດຄ້າງຢູ່ໃນທະເລເກືອບ 20 ວັນ, ເມື່ອ ອີຕາລີ ໄດ້ຍຶດກຳປັ່ນກູ້ໄພເພື່ອການກຸສົນຂອງ
ສເປນ.

ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ໄດ້​ຍ່າງ​ລົງຂົວ​ທາງ​ລົງ​ຂອງ​ກຳ​ປັ່ນ​ Open Arms ເທື່ອ​ລະ​ຄົນ ແລະ
ເຂົ້າໄປໃນເກາະ ລຳເປດູຊາ ຂອງ ອີຕາລີ. ຫຼາຍຄົນໄດ້ຍ່າງຂາເຄ ແລະ ບາງຄົນກໍມີຜ້າ
ຕິດບາດ.

ກຳ​ປັ່ນ Open Arms ໄດ້​ຈອດ​ຢູ່​ນ້ຳ​ທະ​ເລ ເມ​ດີ​ເທີ​ເຣ​ນຽນ ໃນ 19 ວັນ​ທີ່​ຜ່ານ​ມາ ບໍ່​ໄກ
ຈາກເກາະຂອງ ອິຕາລີ ນັ້ນ ໃນຂະນະທີ່ລັດຖະມົນຕີພາຍໃນຫົວແຂງກະ​ດ້າງ​ຂອງ​ ອິ
ຕາລີ ທ່ານ ແມັດຕີໂອ ຊາລວີນີ ໄດ້ປະຕິເສດບໍ່ໃຫ້ກຳປັ່ນເຂົ້າຈອດຢູ່ທ່າເຮືອ.

ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ບາງ​ຄົນ ທີ່​ມີ​ຄວາມ​ກະ​ວົນ​ກະ​ວາຍ ແລະ ຖືກ​ກ່າວ​ຫາ​ພະ​ຍາ​ຍາມ​ຂ້າ
ຕົວຕາຍໃນທ່າມກາງຝູງຄົນ ແລະ ມີສະພາບທີ່ຊຸດໂຊມຫຼາຍນັ້ນ ໄດ້ເລີ່ມໂດດລົງໄປ
ໃນນ້ຳທະເລ ເພື່ອພະຍາຍາມທີ່ຈະລອຍຂຶ້ນຝັ່ງ.

ອົງ​ການ​ການ​ກຸ​ສົນ ສ​ເປນ ເຊິ່ງ​ມີ​ຊື່​ Open Arms ຄື​ກັນ​ໄດ້​ເປັນ​ຜູ້​ສະ​ໜັບ​ສະ​ໜູນ​ກຳ​ປັ່ນ
ດັ່ງກ່າວ. ເຂົາເຈົ້າໄດ້ເວົ້າວ່າປະຊາຊົນໄດ້ນອນລຽງຂ້າງກັນຢູ່ເທິງພື້ນກຳປັ່ນ ແລະ
ຕ້ອງໄດ້ປັນກັນໃຊ້ຫ້ອງນ້ຳສອງຫ້ອງນຳກັນ.

ຫຼັງ​ຈາກ​ການກວດ​ກາ​ກຳ​ປັ່ນ ແລະ ສະ​ພາ​ບ​ຂອງ​ມັນ​ໂດຍ​ຕຳຫຼວດ ກັບ ແພດ​ໝໍ​ທັງຫຼາຍ
ນັ້ນ, ໄອຍະການ ອີຕາລີ ທ່ານ ລຸຍຈີ ປາໂຕຣນາຈີໂອ ໄດ້ສັ່ງໃຫ້ ອີຕາລີ ຄວບຄຸມກຳປັ່ນ
ດັ່ງກ່າວ. ອົງການຂ່າວ ANSA ຂອງອີຕາລີ ໄດ້ລາຍງານວ່າ ທ່ານ ຊາລວີນີ ແມ່ນກຳ
ລັງປະເຊີນກັບຂໍ້ກ່າວຫາການລັກພາຕົວ ຍ້ອນການທີ່ທ່ານໄດ້ປະຕິເສດທີ່ຈະໃຫ້ກຳປັ່ນ
ດັ່ງກ່າວເຂົ້າຈອດຢູ່ທ່າເຮືອ.

ອົງ​ການ Open Arms ໄດ້​ກ່າວ​ວ່າ “ໃນ​ທີ່​ສຸດ, ຝັນ​ຮ້າຍ​ກໍ​ໄດ້​ຈົບ​ລົງ, ແລະ 83 ຄົນ​ທີ່​ໄດ້
ຢູ່ເທິງກຳປັ່ນກໍຈະໄດ້ຮັບການຊ່ວຍເຫຼືອຢູ່ພື້ນດິນໃນທັນທີ.” ອົງການການກຸສົນດັ່ງກ່າວ
ໄດ້ກ່າວຕື່ມວ່າ ການຍຶດກຳປັ່ນຂອງເຂົາເຈົ້າໂດຍ ອີຕາລີ ແມ່ນການເສຍສະຫຼະຂອງ
ອົງການການກຸສົນ ເພື່ອທຳການຊ່ວຍເຫຼືອທີ່ຜູ້ຍົກຍ້າຍຖິ່ນຖານຕ້ອງການ.

ສ​ເປນ ແມ່ນ​ກຳ​ລັງ​ສົ່ງ​ກຳ​ປັ່ນ​ກອງ​ທັບ​ເຮືອ​ໄປ​ເກາະ ລຳ​ເປ​ດູ​ຊາ ເພື່ອ​ຊ່ວຍ​ເບິ່ງ​ແຍງ​ຜູ້​
ຍົກຍ້າຍຖິ່ນຖານ ແລະ ຄຸ້ມຄອງເຂົາເຈົ້າ ກັບ ກຳປັ່ນ Open Arms ໄປເກາະ ມາຢໍກາ
ຂອງ ສເປນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG