ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຄົນເຂົ້າເມືອງ ທີ່ຕົກຄ້າງ ຢູ່ໃນລີເບຍ ຮຽກຮ້ອງໃຫ້ ຍົກຍ້າຍ ພວກເຂົາເຈົ້າອອກໄປ ຂະນະ ທີ່ການຂັດແຍ້ງກັນ ໃນລີເບຍ ທະວີຄວາມຮ້າຍແຮງຂຶ້ນ


ພວກທີ່ຖືກກັກໂຕ, ມາບັດນີ້ ໄດ້ຖືກບັງຄັບໃຫ້ນອນຢູ່ນອກ ສູນກັກຂັງ, ໄດ້ພາກັນປະທ້ວງຕະຫຼອດໄລຍະນຶ່ງສັບປະດາ, ໂດຍລັກສົ່ງຮູບພາບຕ່າງໆ ໄປໃຫ້ພວກນັກຂ່າວ ໃນການຮຽກ​ຮ້ອງໃຫ້ຍົກຍ້າຍພວກເຂົາເຈົ້າອອກໄປ ໄປປະເທດຕ່າງທີ່ປອດໄພກວ່າ. ພາບຕ່າງໆໄດ້ຖືກສົ່ງໃນທາງອີເລັກໂທຣນິກ ໃຫ້ ວີໂອເອ, ວັນທີ 7 ກໍລະກົດ 2019.
ພວກທີ່ຖືກກັກໂຕ, ມາບັດນີ້ ໄດ້ຖືກບັງຄັບໃຫ້ນອນຢູ່ນອກ ສູນກັກຂັງ, ໄດ້ພາກັນປະທ້ວງຕະຫຼອດໄລຍະນຶ່ງສັບປະດາ, ໂດຍລັກສົ່ງຮູບພາບຕ່າງໆ ໄປໃຫ້ພວກນັກຂ່າວ ໃນການຮຽກ​ຮ້ອງໃຫ້ຍົກຍ້າຍພວກເຂົາເຈົ້າອອກໄປ ໄປປະເທດຕ່າງທີ່ປອດໄພກວ່າ. ພາບຕ່າງໆໄດ້ຖືກສົ່ງໃນທາງອີເລັກໂທຣນິກ ໃຫ້ ວີໂອເອ, ວັນທີ 7 ກໍລະກົດ 2019.

“ພວກເຮົາບໍ່ຈຳເປັນຕ້ອງກິນ” ຊາຍໜຸ່ມຄົນນຶ່ງໄດ້ກ່າວໄປ ຜູ້ທີ່ຖືກຄວບຄຸມໂຕ ຢູ່ໃນ
ສູນກັກຂັງຂອງລີເບຍ ມາໄດ້ 5 ມື້ແລ້ວ ຫຼັງຈາກສະຖານທີ່ແຫ່ງນີ້ ໄດ້ຖືກລະເບີດຖິ້ມ
ໃສ່ ໂດຍເຮັດໃຫ້ ຫຼາຍກວ່າ 50 ຄົນເສຍຊີວິດ ແລະອີກຢ່າງໜ້ອຍ 130 ຄົນໄດ້ຮັບ
ບາດເຈັບ. ລາວເວົ້າອີກວ່າ “ພວກເຮົາບໍ່ໄດ້ແຕະຕ້ອງອາຫານເລີຍ. ພວກເຮົາຕ້ອງ
ການຈະອອກໄປຈາກລີເບຍ.”

ການປະທ້ວງອົດກິນອາຫານໃນສູນກັກຂັງແຫ່ງດັ່ງກ່າວ ໄດ້ຜ່ານມາເປັນມື້ທີ 3 ໃນ
ວັນອາທິດວານນີ້ ອີງຕາມຜູ້ປະທ້ວງຄົນນຶ່ງ ທີ່ໄດ້ຕິດຕໍ່ສື່ສານກັບວີໂອເອ ໂດຍຜ່ານ
ທາງໂທລະສັບ ແລະສື່ສັງຄົມ. ຜູ້ກ່ຽວສົ່ງຮູບພາບຕ່າງໆ ຂອງພວກທີ່ຖືກຄຸມຂັງທີ່ຖື
ປ້າຍຕ່າງໆ ເຊັ່ນວ່າ “ພວກເຮົາຢູ່ໃນຂຸມຝັງສົບ” ແລະ “ຊ່ອຍພວກເຮົາໃຫ້ພົ້ນຈາກ
ລະເບີດລູກຕໍ່ໄປແດ່” ພວກເຮົາລອດຊີວິດມາໄດ້ ແຕ່ກໍຍັງຕົກເປັນເປົ້າໝາຍຢູ່.”

ລາຍງານຂ່າວ ແລະຮູບພາບຕ່າງໆ ຂອງການປະທ້ວງ ກໍໄດ້ກະຈາຍອອກມາຈາກ
ການຕິດຕໍ່ສື່ສານກັບພວກທີ່ຖືກຄຸມຂັງຄົນອື່ນໆ ໂດຍການໃຊ້ພວກໂທລະສັບມືຖື
ຊຸກເຊື່ອງໄວ້.

ການໂຈມຕີທາງອາກາດ ໄດ້ແນໃສ່ສູນກັກຂັງດັ່ງກ່າວ ເມື່ອຕອນແລງວັນອັງຄານ
ຜ່ານມາ ຫຼັງຈາກອົງການສາກົນຕ່າງໆ ໄດ້ເຕືອນທັງສອງຝ່າຍຂອງລີເບຍ ທີ່ກຳລັງ
ຕໍ່ສູ້ກັນຢູ່ນັ້ນ ວ່າ ພວກພົນລະເຮືອນໄດ້ຖືກກັກໂຕໄວ້ຢູ່ໃນສະຖານທີ່ແຫ່ງນັ້ນ ຊຶ່ງໄດ້
ຕົກເປັນເປົ້າໝາຍໃນເມື່ອກ່ອນ. ອົງການນິລະໂທດກຳສາກົນ ກ່າວວ່າ ມີຫຼັກຖານທີ່
ຢືນຢັນວ່າ ສູນກັກຂັງດັ່ງກ່າວ ຕັ້ງຢູ່ໃກ້ໆຄັງອາວຸດ ແຕ່ ທາງການຂອງທຣີໂປລີ ກ່າວ
ວ່າ ບໍ່ມີສະຖານທີ່ແຫ່ງໃດຂອງທະຫານ ທີ່ຖືວ່າເປັນເປົ້າໝາຍເລີຍ ຢູ່ໃນບໍລິເວນ
ດັ່ງກ່າວນັ້ນ.

ບັນດາເຈົ້າໜ້າທີ່ ກ່າວວ່າ ປະມານ 600 ຄົນ ແມ່ນຢູ່ໃນສູນກັກຂັງ ໃນເວລາການໂຈມ
ຕີທາງອາກາດ ແນເປົ້າໝາຍໃສ່ອູ່ແປງລົດທີ່ຢູ່ໃກ້ຄຽງ ແລະຕໍ່ມາກໍ່ໄດ້ໂຈມຕີສູນກັກ
ຂັງນັ້ນ. ພວກທີ່ລອດຊີວິດບາງສ່ວນ ໄດ້ລາຍງານວ່າ ພວກເຂົາໄດ້ທັບມ້າງປະຕູຂອງ
ສູນກັກຂັງດັ່ງກ່າວ ເພື່ອໜີອອກໄປ ພວກຄົນອື່ນໆກໍໜີຈາກລະເບີດມາໄດ້ ຫຼັງຈາກ
ທີ່ພວກຄົນຍາມ ປ່ອຍພວກເຂົາເຈົ້າອອກມາ. ເຖິງຢ່າງນັ້ນກໍຕາມ ພວກຄົນອື່ນໆ ໄດ້
ລາຍງານວ່າ ໄດ້ເກີດການຍິງກັນຂຶ້ນຢູ່ພາຍໃນຢ່າງສົນລະວົນວຸ້ນວາຍ.

5 ມື້ຕໍ່ມາ ພວກອົບພະຍົບ ກໍຍັງພາກັນນອນຢູ່ດ້ານນອກໃນເດີ່ນຫຍ້າ ໃນວັນອາທິດ
ວານນີ້ ອີງຕາມພວກທີ່ຖືກຄຸມໂຕ ໂດຍອາຄານສ່ວນນຶ່ງຂອງສູນກັກຂັງ ໄດ້ຖືກທຳລາຍ
ແລະສ່ວນອື່ນໆນັ້ນ ປາກົດວ່າ ເກືອບ ໃກ້ຈະພັງທະລາຍລົງ.

ອົງການສະຫະປະຊາຊາດໄດ້ປະກາດວ່າ ຕົນຈະລົງມືຍົກຍ້າຍຜູ້ຄົນອອກໄປໃນທ້າຍ
ສັບປະດານີ້ ແຕ່ພວກປະທ້ວງບາງຄົນເວົ້າວ່າ ການຍົກຍ້າຍໄປຢູ່ບ່ອນອື່ນພາຍໃນ
ປະເທດ ພຽງແຕ່ຈະເປັນການຍືດເຍື້ອອັນຕະລາຍຕໍ່ໄປອີກເທົ້ານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG