ພວກອົບພະຍົບປະມານ 300 ຄົນ ຖືກຈັບ ຫລັງຈາກໄດ້ເກີດການຈະລາຈົນທີ່ສູນອົບພະ ຍົບທີ່ໃຫຍ່ທີ່ສຸດໃນ Bulgaria ໃນຂະນະທີ່ກຣີສ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຂອງສະຫະພາບຢູໂຣບເລັ່ງລັດໃນການຕັ້ງຖິ່ນຖານໃໝ່ພວກອົບພະຍົບ ຫລັງຈາກເຫດຮ້າຍທີ່ໜ້າສະຫລົດໃຈເຮັດໃຫ້ອົບພະຍົບ 2 ຄົນ ເສຍຊີວິດຢູ່ສູນອົບພະຍົບ Lesbos ທີ່ ມີຜູ້ຄົນອາໄສຢູ່ຫຼາຍເກີນໄປນັ້ນ.
ນາຍົກລັດຖະມົນຕີ Bulgaria ທ່ານ Boyko Borisov ກ່າວຕໍ່ວິທະຍຸ BRN ໃນວັນສຸກວານນີ້ວ່າ ມີອົບພະຍົບປະມານ 300 ຄົນຊຶ່ງ 6 ຄົນໃນຈຳນວນດັ່ງ ກ່າວພິຈາລະນາວ່າເປັນໄພຂົ່ມຂູ່ ຕໍ່ຄວາມໝັ້ນຄົງແຫ່ງຊາດໄດ້ຖືກຈັບ. ທ່ານ Borisov ໄດ້ຖະແຫຼງຕໍ່ພວກນັກຂ່າວລຸນຫລັງທີ່ໄດ້ໄປຢ້ຽມສູນອົບພະຍົບແຫ່ງນີ້.
ເຈົ້າໜ້າທີ່ Bulgaria ກ່າວວ່າ ມີອົບພະຍົບປະມານ 1,500 ຫາ 2,000 ຄົນພົວພັນກັບການປະທະກັນໃນວັນພະຫັດທີ່ຜ່ານມານີ້ ຢູ່ທີ່ສູນຮັບຮອງພວກອົບພະຍົບ Harmanli ໃກ້ໆຊາຍແດນເທີກີ.
ຝູງຊົນຊຶ່ງຕົ້ນຕໍແລ້ວແມ່ນປະກອບດ້ວຍພວກອົບພະຍົບທີ່ມາຈາກອັຟການິສຖານມີການກ່າວຫາວ່າ ໄດ້ພາກັນຈູດຢາງຕີນລົດ ແລະກໍແກວ່ງກ້ອນຫີນ ເຂົ້າໃສ່ຕຳຫຼວດແລະພວກດັບໄຟຫລາຍກວ່າ 200 ຄົນ ເພື່ອປະທ້ວງ ກົດລະບຽບໃໝ່ ທີ່ຫ້າມບໍ່ໃຫ້ອົບພະຍົບອອກຈາກສູນລຸນຫຼັງທີ່ມີການກ່າວຫາວ່າ ໄດ້ເກີດພະຍາດ ຕິດຕໍ່ຢູ່ທີ່ນັ້ນ.
ມີຕຳຫຼວດເກືອບ 30 ຄົນແລະອົບພະຍົບປະມານ 20 ກວ່າຄົນໄດ້ຮັບບາດເຈັບໃນຄວາມວຸ້ນວາຍດັ່ງກ່າວ ອີງຕາມລາຍງານຂອງອົງການຂ່າວ AFP.
ຄວາມເຄັ່ງຕຶງໄດ້ເພີ້ມທະວີຂຶ້ນຢູ່ໃນເຂດດັ່ງກ່າວ ຊຶ່ງປະຊາຊົນໃນເຂດທ້ອງຖິ່ນຮຽກຮ້ອງໃຫ້ປິດສູນອົບພະຍົບແຫ່ງນີ້.
ພວກອົບພະຍົບທີ່ພາກັນຫລົບໜີຄວາມຮຸນແຮງຈາກພາກຕາເວັນອອກກາງໄດ້ເດີນທາງໄປເຖິງ Bulgaria ທີ່ຕັ້ງຢູ່ໃນແຫຼມ Balkan ທັງໆທີ່ Bulgaria ໄດ້ ສ້າງຮົ້ວເລາະຕາມຊາຍແດນເທີກີທ່າມກາງທີ່ໄດ້ເກີດວິກິດການອົບພະຍົບທີ່ຮ້າຍແຮງສຸດຂຶ້ນໃນຢູໂຣບນັບແຕ່ປີ 1945 ເປັນຕົ້ນມາ.
ມີອົບພະຍົບປະມານ 13,000 ຄົນ ສ່ວນໃຫຍ່ແມ່ນມາຈາກອັຟການິສຖານກຳລັງຢູ່ທີ່ປະເທດ Bulgaria ໃນເວລານີ້ ອີງຕາມສະຖິຕິຂອງທາງການ.
ສ່ວນຢູ່ທີ່ປະເທດກຣີສ ນາຍົກລັດຖະມົນຕີ Alexis Tsipras ກ່າວວ່າ ທ່ານໄດ້ມີຄວາມຕື່ນຕົກໃຈດັ່ງດຽວກັນກັບໃນທົ່ວປະເທດກຣີສຫຼັງຈາກທີ່ໄດ້ເກີດໄຟໄໝ້ຕູບຜ້າເຕັ້ນທີ່ສູນ Moria ໃນເກາະ Lesbos.