ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ອົບ​ພະຍົບ ໜຸ່ມຈາກມາລີ ສາມາດ ຊ່ວຍຊີວິດເດັກຊາຍ ທີ່ຈະຕົກຈາກຕຶກ ໄວ້ໄດ້


ປະທານາທິບໍດີ ​ເອມມາ​ນູ​ແອນ ມາກຣົງ ​ຂອງ​ຝຣັ່ງ​ກ່າວຂອບ​ໃຈ ທ້າວ ມາ​ມູດູ ກາສຊາມາ, ​ຊາວ​ອົບ​ພະຍົບໜຸ່ມຈາກມາລີ ຢູ່​ຫໍ​ປະທານາທິບໍດີ Elysee ໃນວັນທີ 28 ພຶດສະພາ, 2018 ທີ່ໄດ້ຊ່ວຍຊີວິດຂອງເດັກຊາຍທີ່ຈະຕົກຈາກຕຶກສູງໄວ້ໄດ້
ປະທານາທິບໍດີ ​ເອມມາ​ນູ​ແອນ ມາກຣົງ ​ຂອງ​ຝຣັ່ງ​ກ່າວຂອບ​ໃຈ ທ້າວ ມາ​ມູດູ ກາສຊາມາ, ​ຊາວ​ອົບ​ພະຍົບໜຸ່ມຈາກມາລີ ຢູ່​ຫໍ​ປະທານາທິບໍດີ Elysee ໃນວັນທີ 28 ພຶດສະພາ, 2018 ທີ່ໄດ້ຊ່ວຍຊີວິດຂອງເດັກຊາຍທີ່ຈະຕົກຈາກຕຶກສູງໄວ້ໄດ້

ມະນຸດ​ແມງມຸມ ຫລື Spiderman ​ໃນ​ຊີວິດ​ຈິງ​ ໄດ້​ໂດດ​ເຂົ້າໄປ​ປະຕິ​ບັດ​ງານ ຢູ່​ໃນ
ນະຄອນຫຼວງ​ປາຣີ ແລະ​ໄດ້​ກອບ​ກູ້​ເອົາ​ຊີວິດ​ເດັກ​ຊາຍ​ຄົນ​ນຶ່ງ​ທີ່​ກໍາ​ລັງ​ຈະ​ຕົກລົງ​ຈາກ​
ລະບຽງຂອງ​ຊັ້ນສີ່​ໃນ​ຕຶກ​ແຫ່ງ​ນຶ່ງ.

ທ້າວ ມາ​ມູດູ ກາສຊາມາ (Mamoudou Gassama) ອາຍຸ 22 ປີ ທີ່​ອົບ​ພະຍົບມາ
​ຈາກ​ປະ​ເທດ​ມາລີ ​ເວົ້າວ່າ ​ລາວ​ເຫັນ​ວ່າ ​ເດັກນ້ອຍ​ຄົນ​ນຶ່ງ ກໍາລັງ​ຕົກ​ຢູ່​ໃນ​ສະພາບ​ອັນຕະລາຍ​ ຢູ່​ໃນ​ຄຸ້ມທີ່ລາວ​ໄປ​ເບິ່ງການ​ແຂ່ງຂັນ​ກິລາ​ເຕະ​ບານ​ ຢູ່​ໃນ​ໂທລະພາບ
​ໃນ​ຮ້ານ​ອາຫານ​ແຫ່ງ​ນຶ່ງ ໃນ​ວັນ​ເສົາ​ຜ່ານ​ມານີ້.

ລາວ​ກ່າວ​ຕໍ່​ໂທລະພາບ​ຊີ​ແອນ​ແອນ (CNN) ວ່າ "ຂ້ອຍ​ຮັກ​ເດັກນ້ອຍ. ຂ້ອຍບໍ່ຢາກ
​ເຫັນ​ລາວໄດ້​ຮັບ​ບາດ​ເຈັບ​ຢູ່​ຕໍ່ໜ້າຕໍ່ຕາ​ຂອງ​ຂ້ອຍ. ຂ້ອຍ​ໄດ້​ແລ່ນ​ໄປ ​ແລະ​ຊອກ​ຫາ​
ທາງ​ຊ່ວຍ​ລາວ​ໄວ້ ​ແລະ​ຂອບໃຈ​ພະ​ເຈົ້າ ຂ້ອຍ​ໄດ້ປີນ​ຂຶ້ນ​ໄປ​ທາງໜ້າຂອງ​ຕຶກ​ເພື່ອ​
ໄປ​ຫາ​ລະບຽງ."

ວີ​ດິ​ໂອ​ສະ​ແດ​ງ​ໃຫ້​ເຫັນ​ວ່າ ທ້າວ ກາສຊາ​ມາ (Gassama) ​ໃຊ້​ພຽງ​ແຕ່​ມື​ເປົ່າ​ປີນ​
ຈ່ອງ​ໄປ​ຕາ​ມລະບຽງ. ຊາຍ​ຄົນ​ນຶ່ງ​ຢູ່​ຊັ້ນ 4 ​ຢູ່​ລະບຽງອື່ນໄດ້ເອນ​ໂຕຫາ​ລະບຽງນັ້ນ
​ແລະ​ບໍ່ສາມາດ​ຈັບ​ອຸ້ມ​ເອົາ​ໂຕ​ເດັກນ້ອຍ​ໄວ້​ໄດ້.

ວີດິໂອສະແດງໃຫ້ເຫັນວ່າທ້າວມາມູດູ ກາສຊາມາສ່ຽງຕໍ່ຄວາມຕາຍໂດຍປີນຂຶ້ນລະບຽງຂອງຊັ້ນ 4 ຢູ່ຕຶກສູງໆ ເພື່ອຊ່ວຍອູ້ມເອົາເດັກຊາຍອາຍຸ 4 ປີໄວ້
ວີດິໂອສະແດງໃຫ້ເຫັນວ່າທ້າວມາມູດູ ກາສຊາມາສ່ຽງຕໍ່ຄວາມຕາຍໂດຍປີນຂຶ້ນລະບຽງຂອງຊັ້ນ 4 ຢູ່ຕຶກສູງໆ ເພື່ອຊ່ວຍອູ້ມເອົາເດັກຊາຍອາຍຸ 4 ປີໄວ້

ທ້າວກາສຊາ​ແມນ (Gassama) ​ໄດ້ໄປ​ເຖິງລະບຽງຢູ່​ຊັ້ນ 4 ​ແລະ​ຊ່ວຍ​ກູ້​ເອົາ​ຊີວິດ
ຂອງ​ເດັກ​ຊາຍ​ຄົນນັ້ນໄວ້ ດ້ວຍ​ການ​ໃຊ້​ມື​ເບື້ອງດຽວຂອງ​ລາວ.

​ເມື່ອ​ພວກ​ດັບ​ເພີງ​ມາ​ເຖິງ​ບ່ອນ​ເກີດ​ເຫດ ​ເດັກນ້ອຍ​ອາຍຸ 4 ປີ​ຄົນ​ນັ້ນ ກໍ​ໄດ້ຮັບຄວາມ​
ປອດ​ໄພ​ແລ້ວ.

​ໂຄສົກ​ປະ​ຈໍາ​ສະຖານີ​ດັບ​ເພີງ ກ່າວ​ຕໍ່ສໍານັກ​ຂ່າວສານ​ເອ​ເອັຟພີ (AFP) ຂອງຝຣັ່ງວ່າ
"​ໂຊກ​ດີ​ທີ່​ມີ​ໃຜ​ຜູ້​ນຶ່ງ​ທີ່​ມີ​ຮ່າງກາຍ​ເໝາະສົມ ​ແລະ​ມີ​ຄວາມ​ກ້າຫານ ​ແລະ​ໄປຊ່ອຍຊີວິດ
​ເດັກ​ຊາຍ​ຄົນ​ນັ້ນ​ໄວ້​ໄດ້."

ທ້າວກາສຊາ​ແມນ (Gassama) ກໍາລັງ​ໄດ້​ຮັບ​ການ​ສັນລະ​ເສີນຢ່າງ​ກວ້າງຂວາງ​ວ່າ
​ເປັນ​ວິລະ​ຊົນ. ປະທານາທິບໍດີ ​ເອມມາ​ນູ​ແອນ ມາກຣົງ ​ຂອງ​ຝຣັ່ງ​ໄດ້​ຂອບ​ໃຈ​ຊາວ​
ອົບ​ພະຍົບໜຸ່ມຄົນ​ນັ້ນດ້ວຍ​ຕົນ​ເອງ ຢູ່​ຫໍ​ປະທານາທິບໍດີ Elysee ຊຶ່ງທ້າວກາສຊາ​ມາ
(Gassama) ​ກໍ​ໄດ້​ບ​ອກປະທານາທິບໍດີ​ວ່າ "ພະ​ເຈົ້າ​ໄດ້​ຊ່ວຍ​ຂ້າພະ​ເຈົ້າ" ​ໃນ​ການ
​ຊ່ວຍ​ຊີວິດ​ຂອງ​ຄົນ​ຄັ້ງນັ້ນ. ລາວ​ເວົ້າວ່າ "​ຍິ່ງ​ຂ້າພະ​ເຈົ້າປີນ​ສູງ​ຂຶ້ນ​ໄປ ກໍ​ຍິ່ງມີ​ຄວາມ​ກ້າ
ຫານ​ທີ່​ຈະ​ປີນ​ສູງ​ຂຶ້ນ​ໄປເລື້ອຍໆ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG