ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໑ ກຸມພາ ໒໐໒໕

ຄອບ​ຄົວ​ຜູ້​ຍົ​ກ​ຍ້າຍ​ຖິ່ນ​ຖານ ທີ່​ຖືກ​ແຍກ​ອອກ​ຈາກ​ກັນ​ພາຍ​ໃຕ້​ທ່ານ ທ​ຣຳ ຍັງ​ຮູ້​ສຶກ​ເຖິງ​ຄວາມ​ຢ້ານ​ກົວ ໃນ​ການ​ກັບ​ຄືນ​ມາ​ຂອງ​ທ່ານ


ພາບ​ແຟ້ມ​ວັນ​ທີ 26 ມິ​ຖຸ​ນາ 2018 ສະ​ແດງ​ໃຫ້​ເຫັນຜູ້​ປະ​ທ້ວງ​ຖື​ປ້າຍ ແລະ ຮ້ອງ​ຄຳ​ຂວັນ​ຢູ່​ຕໍ່​ໜ້າ​ສານ​ລັດ​ຖະ​ບານ​ກາງ ໃນ​ນະ​ຄອນ ລອ​ສ ແອນ​ເຈີ​ລິ​ສ, ລັດ ຄາ​ລິ​ຟໍ​ເນຍ.
ພາບ​ແຟ້ມ​ວັນ​ທີ 26 ມິ​ຖຸ​ນາ 2018 ສະ​ແດງ​ໃຫ້​ເຫັນຜູ້​ປະ​ທ້ວງ​ຖື​ປ້າຍ ແລະ ຮ້ອງ​ຄຳ​ຂວັນ​ຢູ່​ຕໍ່​ໜ້າ​ສານ​ລັດ​ຖະ​ບານ​ກາງ ໃນ​ນະ​ຄອນ ລອ​ສ ແອນ​ເຈີ​ລິ​ສ, ລັດ ຄາ​ລິ​ຟໍ​ເນຍ.

ຜູ້​ອົບ​ພະ​ຍົບ​ເຂົ້າ ສະ​ຫະ​ລັດ ໄດ້ສະ​ແດງ​ຄວາມ​ກັງ​ວົນ ກ່ຽວ​ກັບ ອະ​ນາ​ຄົດ​ຂອງ​ຕົນ​ເອງ ​ຖ້າຫາກ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເປັນ​ຝ່າຍ​ຊະ​ນະ​ເລີດ​ໃນ​ການ​ເລືອກ​ຕັ້ງ​ຕຳ​ແໜ່ງ​ຜູ້​ນຳ​ທຳ​ນຽບ​ຂາວ​ໃນ​ປີນີ້, ເນື່ອງ​ຈາກ​ຈຸດ​ຢືນ​ທີ່​ແຂງ​ແກ່ນ​ທີ່​ຄັດ​ຄ້ານ​ກົດ​ໝາຍກວດ​ຄົນ​ເຂົ້າ​ເມືອງ ເຊິ່ງ​ເປີດ​ທາງ​ໃຫ້​ມີ​ຜູ້​ອົບ​ພະ​ຍົບ​ເຂົ້າ​ປະ​ເທດ.

ອົງ​ການ​ຂ່າວ ເອ​ພີ ທີ່​ເວົ້າ​ກັບ​ຜູ້​ອົບ​ພະ​ຍົບ​ຈຳ​ນວນ​ນຶ່ງ​ລະ​ບຸ​ວ່າ ເມື່ອ​ເວ​ລາ​ທີ່​ທ່ານ ທ​ຣຳ ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ດຳ​ເນີນ​ນະ​ໂຍ​ບາຍ​ຕ້ານ​ການ​ອົບ​ພະ​ຍົບ​ເຂົ້າ​ເມືອງ​ຢ່າງ​ເຕັມ​ທີ່​ນັ້ນ ມີ​ເດັກ​ນ້ອ​ຍ​ທີ່​ຖືກ​ແຍກ​ອອກ​ຈາກ​ພໍ່​ແມ່ນ​ຢູ່ຊາຍ​ແດນ ສະ​ຫະ​ລັດ-ເມັກ​ຊິ​ໂກ ຈຳ​ນວນຫຼາຍ​ສິບ​ພັນ​ຄົນ ແລະ ເດັກ​ນ້ອຍ​ເຫຼົ່າ​ນີ້​ກໍ​ຍັງ​ອາ​ໄສ​ຢູ່​ໃນ ສະ​ຫະ​ລັດ ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້.

ການ​ດຳ​ເນີນ​ການ​ດັ່ງ​ກ່າວ​ຂອງ​ທານ ທ​ຣຳ ໄດ້​ກໍ່​ໃຫ້​ເກີດ​ສຽງ​ຮຽກ​ຮ້ອງ​ຢ່າງຫຼວງ ຫຼາຍ ຈົນ​ທ່ານ ທ​ຣຳ ປະ​ກາດ​ໃຫ້​ຢຸດ​ແຜນ​ວຽກ​ນີ້ໃນ​ປີ 2018 ກ່ອນ​ທີ່​ຜູ້​ພິ​ພາກ​ສາ​ຄົນ​ນຶ່ງ​ຈະ​ສັ່ງ​ໃຫ້​ລັດ​ຖະ​ບານ​ນຳ​ເດັກ​ນ້ອຍ​ທີ່​ຖືກ​ແຍກ​ຈາກ​ພໍ່​ແມ່​ຂອງ​ເຂົາ​ເຈົ້າກັບ​ໄປ​ພົບ​ກັນ ແຕ່​ຍ້ອນ​ການ​ເກັບ​ຂໍ້​ມູນບໍ່​ດີ​ພໍ ການ​ແກ້​ໄຂ​ບັນ​ຫານີ້​ໄກ້​ກາຍ​ເປັນ​ເລື່ອງ​ຍາກ ໃນ​ຂະ​ນະ​ທີ່​ພໍ່​ແມ່ຫຼາຍ​ຄົນ​ໄດ້​ຖືກ​ສົ່ງ​ຕົວ​ອອກ​ຈາກ ສະ​ຫະ​ລັດ ໄປ​ແລ້ວ.

ຫຼາຍ​ຄົນ​ບໍ່​ໄດ້​ມີ​ໂອ​ກາດ​ກັບ​ໄປ​ພົບ​ໜ້າ​ຄອ​ບ​ຄົວ​ຈົນ​ເຖິງ​ທຸກມື້ນີ້ ແລະ ໄດ້​ຮັບ​ສະ​ຖ​າ​ນະ​ພາບ​ຜູ້ອ​າ​ໄສ​ຢູ່​ໃນ ສະ​ຫະ​ລັດ ຊົ່ວ​ຄາວ ໃນ​ຂະ​ນະ​ທີ່​ຄວາມ​ເປັນ​ໄປ​ໄດ້ທີ່ ທ່ານ ທ​ຣຳ ຈະ​ຄືນ​ສູ່​ທຳ​ນຽບ​ຂາວ​ກໍ​ນຳ​ມາ​ຊຶ່ງ​ຄວາມ​ຢ້າ​ນ​ກົວ​ ກ່ຽວ​ກັບ ການ​ຖືກ​ສົ່ງ​ຕົວ​ອອກນອກ​ປະ​ເທດ ດັ່ງ​ທີ່​ຕົວ​ແທນ​ພັກ​ຣີ​ພັບ​ບ​ລີ​ກັນ​ຜູ້​ທີ່​ກ່າວ​ວ່າ ຈະ​ດຳ​ເນີນ​ການ​ຕໍ່​ຜູ້​ອົບ​ພະ​ຍົບ​ເຂົ້າ​ປະ​ເທດ​ທີ່​ຜິ​ດ​ກົດ​ໝາຍ ຖ້າ​ຫາກ​ໄດ້​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ກ​ຄັ້ງ.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ສະ​ໜັບ​ສະ​ໜູນ​ນະ​ໂຍ​ບາຍກວດ​ຄົນ​ນ​ເຂົ້າ​ເມືອງ​ທີ່​ເຄັ່ງ​ຄັດ ເປັນ​ນຶ່ງ​ໃນ​ແຜນ​ການ​ຫາ​ສຽງ​ຂອງ​ທ່ານ​ໃນ​ປີນີ້ ແລະ ຍັງ​ກ່າວ​ຫາ​ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ແລະ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ຄ​າ​ມາ​ລາ ແຮ​ຣິ​ສ ວ່າປະ​ສົບ​ຄວາມ​ລົ້ມ​ແຫຼວ​ໃນ​ການ​ຍົກ​ລະ​ດັບ​ຄວາມ​ປອດ​ໄພ​ຕາມ​ເຂດ​ຊາຍ​ແດນ​ພາກ​ໃຕ້​ຂອງ​ປະ​ເທດ​ດ້ວຍ.

ພ້ອມ​ກັນ​ນີ້ ທ່ານ​ນາງ ແຮ​ຣິ​ສ ກໍ​ບໍ່​ໄດ້​ສະ​ໜັບ​ສະ​ໜູນ​ເລື່ອງ​ກົດ​ໝາຍກວດ​ຄົນ​ເຂົ້າ​ເມືອງ​ໃຫ້​ເປັນ​ປະ​ເດັນ​ການ​ຫາ​ສຽງຫຼັກ​ຂອງ​ທ່ານ​ນາງ ແຕ່​ຍົກ​ເລື່ອງ​ຈຸດ​ຢືນ​ອັນ​ແຂງ​ແກ່ນ​ຂອງ​ທ່ານ ທ​ຣຳ ໃນ​ເລື່ອງ​ນີ້​ມາ​ໂຈມ​ຕີ​ແທນ.

ໃນ​ໄລ​ຍະ​ທີ່​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ນັ້ນ ລັດ​ຖະ​ບານ​ທ່ານ ທ​ຣຳ ໄດ້​ດຳ​ເນີນ​ຄະ​ດີ​ອາ​ຍາ​ຕໍ່​ຜູ້​ອົບ​ພະ​ຍົບ​ທີ່​ເປັນ​ຜູ້​ໃຫຍ່​ທີ່​ເດີນ​ທາງ​ເຂົ້າ ສະ​ຫະ​ລັດ ໂດຍ​ຜິດ​ກົດ​ໝາຍ ແລະ ທຳ​ການ​ແຍກ​ຕົວ​ພໍ​ແມ່ ແລະ ເດັກ​ນ້ອຍ​ອອກ​ຈາກ​ກັນ ໂດຍ​ສົ່ງ​ຕົວ​ພວກ​ເດັກ​ນ້ອຍ​ໄປ​ຢູ່​ຕາມ​ສູນ​ເບິ່ງ​ແຍງ​ຕ່າງໆ​ທົ່ວ​ປະ​ເທດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG