ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ​ທ​ຣຳ ເອີ້ນ​ພວກ ຄາຣາວານ ທີ່​ກຳ​ລັງ ​ເດີນ​ທາງ ​ມຸ່ງ​ໜ້າ​ສູ່ ​ສຫລ ນັ້ນ ວ່າ ເປັນ​ການບຸກ​ໂຈມ​ຕີ ຕໍ່​ປະ​ເທດ​ ຂອງ​ພວກ​ເຮົາ


ໃນ​ວັນ​ຈັນ​ວານ​ນີ້ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ເອີ້ນ​ພວກ ຄາຣາ
ວານ ທີ່​ກຳ​ລັງ​ເດີນ​ທາງ​ມຸ່ງ​ໜ້າ​ສູ່​ສະ​ຫະ​ລັດ​ນັ້ນ ວ່າ “ເປັນ​ການບຸກ​ໂຈມ​ຕີຕໍ່​ປະ​ເທດ​
ຂອງ​ພວກ​ເຮົາ.”

ໃນ​ການ​ໂຮ​ມຊຸມ​ນຸມ​ທາງ​ການ​ເມືອງ​ທີ່​ນະ​ຄອນ​ຮິວ​ສ​ຕັນ ລັດ​ເທັກ​ຊັ​ສ ປະ​ທາ​ນາ​ທິ​ບໍ​ດີ
ໄດ້​ກ່າວຢ້ຳ​ເຖິງ​ການ​ກ່າວອ້າງ​ທີ່ວ່າ ພວກຄາຣາວານ “ແມ່ນ​ມີ​ພວກ​ຄົນ​ບໍ່​ດີ​ຢູ່​ໃນ​ນັ້ນ.”
ທ່ານ​ທ​ຣຳ ໄດ້​ກ່າວ​ວ່າ ທ່ານ​ໄດ້​ໂອ້​ລົມ​ກັບ​ຜູ້​ປົກ​ຄອງ​ລັດ​ເທັກຊັ​ສ ທ່ານເຄຣກ ອັບ​ບອ​ຕ
ກ່ຽວ​ກັບ​ພວກ​ຄົນ​ເຂົ້າ​ເມືອງແລະ​ໄດ້​ກ່າວ​ວ່າ ລັດ​ເທັກຊັ​ສ “ແມ່ນ​ຈະ​ສ້າງ​ກຳ​ແພງ​
ອີກ​ແບບ”
ເພື່ອ​ຈະ​ກີດ​ກັນ​ການ​ເຂົ້າ​ມາ​ຂອງ​ພວກ​ເຂົາ​ເຈົ້າ. ທ່ານ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​
ໃດ​ໆ ​ເພີ້ມ​ຕື່ມ.

ກ່ອນ​ໜ້າ​ນີ້, ປະ​ທາ​ນາ​ທິ​ບໍ​ດີ​ ໄດ້​ກ່າວ​ວ່າ ສະ​ຫະ​ລັດ “ຈະ​ເລີ້ມ​ຕັດ​ ຫຼື​ບໍ່ ກໍ​ຫຼຸດ​ລົງຢ່າງ​ຫຼວງ​ຫຼາຍ​” ຈຳ​ນວນ​ການ​ຊ່ອຍ​ເຫຼືອ ຕໍ່ 3 ປະ​ເທດອ​າ​ເມ​ຣິ​ກາ​ກາງ, ໂດຍ​ກ່າວ​ວ່າ “ມັນ​ບໍ່​ສາ​ມາດ​ທີ່​ຈະ​ຊ່ວຍ​ຫຍັງໄດ້.” ໃນ​ການ​ທີ່ຈະສະ​ກັດ​ກັ້ນ ບໍ່​ໃຫ້​ພວກ​ຄົນເຂົ້າ​ເມືອງ ອອກ​ຈາກ​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ ແລະ “ເຂົ້າ​ມາ​ຍັງ​ສະ​ຫະ​ລັດ ຢ່າງ​ຜິດ​ກົດ​ໝາຍນັ້ນ.”

ພວກ​ຄົນເຂົ້າ​ເມືອງ​ຈຳ​ນວນ​ຫຼ​າຍ​ພັນ​ຄົນ ຈາກ​ບັນ​ດາປະ​ເທດອ​າ​ເມ​ຣິ​ກາ​ກາງ ເລີ້ມການ
ຍ່າງ​ມຸ່ງ​ໜ້າ​ຄືນ​ອີກ​ສູ່​ຊາຍ​ແດນສະ​ຫະ​ລັດ ໃນ​ວັນ​ຈັນ​ວານ​ນີ້ ພະ​ຍາ​ຍາມ​ທີ່​ ຈະ​ໜີ​ເອົາ
​ຕົວ​ລອດ ດ້ວຍ​ສາ​ເຫດທີ່​ຫລົບໜີ​ອອກຈາກ​ຄວາມ​ຮຸນ​ແຮງ ແລະ​ຄວາມ​ທຸກ​ຍາກ ຢູ່ທີ່​ນັ້ນ.
ມີ​ຫຼາຍໆ​ຄົນ​ໂກດ​ແຄ້ນ​ຕໍ່​ຄວາມ​ເຫັນ​ຂອງ​ທ່ານ​ທ​ຣຳ ທີ່​ແນະ​ນຳ​ວ່າ ມັນ​ອາດ​ຈະ​ມີ​ພວກ
​ກໍ່​ການ​ຮ້າຍ ໃນ​ກຸ່ມ​ພວກ​ນີ້​ນຳ ແລະ​ໄດ້​ກ່າວ​ວ່າ ພວກຄາຣາວານນີ້ ແມ່ນ​ໃຊ້​ໄປ​ໃນ​ທາງ​
ການ​ເມືອງ ໂດຍປະ​ທາ​ນາ​ທິ​ບໍ​ກ່ອນ​ໜ້າ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ.

ທ່ານ​ທ​ຣຳ ໄດ້​ຂຽນ​ລົງ​ໃນ​ທວິດ​ເຕີ ກ່ອນ​ໜ້າ​ນີ້ ໂດຍ​ໄດ້ອ້າ​ງ​ວ່າ “ພວກ​ອາ​ຊະ​ຍາ​ກອນ
ທັງ​ຫຼາຍ ແລະ​ຊາວ​ຕາ​ເວັນ​ອອ​ກາງ​ທີ່​ບໍ່​ຮູ້​ນັ້ນ ແມ່ນ​ໄດ້​ປະ​ປົນ​ຢູ່​ກັບ ພວກນີ້”

ພວກຄາຣາວານນີ້ ເຮັດ​ໃຫ້​ມີ​ການ​ລະ​ວັງເຂົ້າ​ໃສ່ “ການ​ຄວບ​ຄຸມຊາຍ​ແດນແລະ​
ການ​ທະ​ຫານ ທີ່​ເຮັດ​ໃຫ້​ຖື​ວ່າ​ເປັນ​ພ​າວະສຸກ​ເສີນ​ໄດ້. ກົດ​ໝາຍ​ຕ້ອງ ​ໄດ້​ປ່ຽນ!”

ພວກ​ນັກ​ຂ່າວ​ທີ່​ເດີນ​ທາງ​ໄປ​ກັບພວກຄາຣາວານ ກ່າວ​ວ່າ ພວກ​ເຂົາເຈົ້າ​ບໍ່​ໄດ້​ເຫັນ​
ຊາວ​ຕາ​ເວັນ​ອອກ​ກາງ​ໃນໝູ່​ພວກ​ນີ້​ເລີຍ.

ພວກ​ນັກ​ຂ່າວ​ໄດ້​ຖາມ​ໄປ​ຍັງ​ທຳ​ນຽບ​ຂາວ ທີ່​ວ່າ ມີ​ຫຼັກ​ຖານ​ໃດ​ແດ່ ທີ່​ເຮັດ​ໃຫ້​ທ່ານ​ຄິດ​ວ່າ ມີຊາວ​ຕາ​ເວັນ​ອອກ​ກາງ​ໃນໝູ່ຄາຣາວານນີ້, ທ່ານ​ທ​ຣຳ ໄດ້​ຕອບ​ວ່າ “ຂ້າ​ພະ​ເຈົ້າ​ມີ​ລາຍ​ງານ ແລະ​ພວກ​ເຂົາ​ເຈົ້າມີ​ຫຼາຍ​ໆ​ຄົນ ໃນ​ກຸ່ມ​ພວກ​ນີ້. ມັນ​ແມ່ນ​ສິ່ງ​ທີ່​ຊົ່ວ​ຮ້າຍ ແລະ​ມັນ​ມີ​ຫຼາຍກວ່າ 5,000 ຄົນ, ແລະ​ພວກ​ເຮົາ​ຕ້ອງ​ໄດ້​ຢຸດ​ພວກ​ເຂົາໃນ​ຊາຍ​ແດນ. ແຕ່​ບໍ່​ເປັນ​ຈັ່ງ​ບຸນ, ເຈົ້າ​ເບິ່ງ​ປະ​ເທດ​ພວກ​ນີ້​ດູ​, ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ປະ​ຕິ​ບັດ​ພາ​ລະ​ຂອງ​ພວກ​ເຂົາ​ເຈົ້າ​ເລີຍ.”

​ເມື່ອ​ມີ​ການ​ຖາມ​ຕື່ມ​ເພີ້ມກ່ຽວ​ກັບ​ຄຳ​ເວົ້າຂອງ​ທ່ານ​ນັ້ນ, ທ່ານ​ທ​ຣຳ ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າ ຖ້າ​ຫາກ​ພວກ​ເຂົາ​ເຈົ້າສ່ອງ​ເຂົ້າ​ໄປ​ໃນ​ກຸ່ມ​ຄາ​ຣາ​ວານ, “ພວກ​ເຈົ້າ​ຈະ​ເຫັນ​ສະ​ມາ​ຊິກ​ກຸ່ມ​ແກັ່ງ MS-13 ພວກ​ທ່ານ​ຈະ​ເຫັນ​ຊາວ​ຕາ​ເວັນ​ອອກ​ກາງ. ພວກ​ທ່ານ​ຈະ​ພົບ​ເຫັນ​ທຸກ​ແບບ​ທຸກແນວ. ແລະ​ເດົາ​ເບິ່ງ​ດຸ​ວ່າ ພວກ​ເຮົາ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ພວກ​ເຂົາ​ເຈົ້າ​ເຂົ້າ​ມາ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ, ພວກ​ເຮົາ​ຕ້ອງ​ການ​ຄວາມ​ປອດ​ໄພ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG