ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ ຮອນ​ດູ​ຣັ​ສ, ກົວ​ເຕ​ມາ​ລາ ຈະ​ພົບ​ປະ​ກັບ ​ຂະ​ບວນ​ຜູ້​ຍົກ​ຍ້າຍ ​ຖິ່ນ​ຖານ


ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຊາວ ຮອນ​ດູ​ຣັ​ສ ຫຼາຍ​ພັນ​ຄົນ ຟ້າວ​ຂ້າມ​ເຂດ​ຊາຍ​ແດນ​ເຂົ້າ​ໄປ​ປະ​ເທດ ເມັກ​ຊິ​ໂກ, ເມືອງ ເຕ​ຊຸນ ອູ​ມານ, ປະ​ເທດ ກົວ​ເຕ​ມາ​ລາ. 19 ຕຸ​ລາ, 2018.
ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຊາວ ຮອນ​ດູ​ຣັ​ສ ຫຼາຍ​ພັນ​ຄົນ ຟ້າວ​ຂ້າມ​ເຂດ​ຊາຍ​ແດນ​ເຂົ້າ​ໄປ​ປະ​ເທດ ເມັກ​ຊິ​ໂກ, ເມືອງ ເຕ​ຊຸນ ອູ​ມານ, ປະ​ເທດ ກົວ​ເຕ​ມາ​ລາ. 19 ຕຸ​ລາ, 2018.

ປະທານາທິບໍດີ ຮອນດູຣັສ ກັບ ກົວເຕມາລາ ໄດ້ມີກຳນົດຈະພົບພໍ້ກັນໃນວັນເສົາວານ
ນີ້ ເພື່ອນຳໃຊ້ຍຸດທະສາດ ໃນການສົ່ງກັບຄືນ ພວກຂະບວນຢາກຍົກຍ້າຍຖິ່ນຖານ
ນັບເປັນພັນໆຄົນ ກັບຄືນ ຮອນດູຣັສ ລຸນຫຼັງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ
ທຣຳ ໄດ້ເຕືອນວ່າ ຂະບວນພວກຄົນດັ່ງກ່າວ ຈະຕ້ອງຖືກຢຸດຢັ້ງ ກ່ອນທີ່ພວກເຂົາເຈົ້າ
ຈະມາເຖິງ ສະຫະລັດ.

ການໂຈະໄວ້ ບໍ່ໃຫ້ມີການເໜັງຕີງ ລະຫວ່າງພວກຕຳຫຼວດ ເມັກຊິກໂກ ກັບພວກຍ້າຍ
ຖິ່ນຖານ ຍັງມີສືບຕໍ່ມາ ໃນຂະນະທີ່ຂະບວນດັ່ງກ່າວພາກັນຢຸດສະງັກ ຢູ່ເທິງຂົວຂ້າມ
ຈາກປະເທດ ກົວເຕມາລາ ຫາ ເມັກຊິໂກ ນັ້ນ ຊຶ່ງບາງຄົນທີ່ຈັບເຫຼັກປະຕູອັດຊາຍແດນ
ນັ້ນຮ້ອງອອກມາວ່າ “ມີເດັກນ້ອຍຫຼາຍຄົນຢູ່ໜີ້.”

ໃນວັນສຸກຜ່ານມາ ພວກຍົກຍ້ານຖິ່ນຖານ ໄດ້ພາກັນມ້າງເພຮົ້ວກີດກັ້ນແລ່ນເຂົ້າໄປຫາ
ກຳແພງຕຳຫຼວດໃນ ເມັກຊິໂກ ຊຶ່ງລັດຖະບານຂອງເຂົາເຈົ້າ ໄດ້ໃຫ້ຄຳໝັ້ນສັນຍາກັບ
ສະຫະລັດ ວ່າຈະປະເຊີນໜ້າກັບພວກຂະບວນຄົນດັ່ງກ່າວ.ໂທລະພາບ ເມັກຊິໂກ ໄດ້
ອອກຮູບພາບໃຫ້ເຫັນໄປທົ່ວປະເທດວ່າ ພວກຍົກຍ້າຍຖິ່ນຖານດັ່ງກ່າວ ໄດ້ພາກັນລຸ
ຫຼັ່ງເຂົ້າໄປເທິງຂົວ ຊຶ່ງໄດ້ປະເຊີນກັບພວກຕຳຫຼວດ ເມັກຊິໂກ ທີ່ລຽນແຖວກັນຢູ່ ໃນ
ຊຸດພະຈົນໄພ ກັບການຈະລາຈົນ.

ພວກເຫັນເຫດການເວົ້າວ່າ ພວກຍົກຍ້າຍຖິ່ນຖານບາງຄົນ ໄດ້ແກວ່ງກ້ອນຫີນແລະ ສິ່ງ
ອື່ນໆໃສ່ກຳລັງຮັກສາຄວາມປອດໄພ ເມັກຊິໂກ ຜູ້ຊຶ່ງໄດ້ໃຊ້ຝຸ່ນໝາກເຜັດສີດໃສ່ເຂົາ
ເຈົ້າ ເພື່ອໃຫ້ຖອຍອອກໄປ.

ປະທານາທິບໍດີ ເມັກຊິໂກ ທ່ານ ເອັນຣິເກ ປີຍາ ນິແອັດໂຕ ໄດ້ກ່າວໃນວັນສຸກຜ່ານມາ
ໃນໂທລະພາບທົ່ວປະເທດວ່າ “ເມັກຊິໂກ ບໍ່ອະນຸຍາດ ແລະ ຈະບໍ່ອະນຸຍາດ ໃຫ້ເຂົ້າ
ມາໃນດິນແດນຂອງຕົນ ໃນເຫດການແບບບໍ່ປົກກະຕິ ແລະ ຍິ່ງໄປກວ່ານັ້ນ ກໍແຫ່ງບໍ່
ໄດ້ ສຳລັບແບບຮຸນແຮງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG