ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂະ​ບວນ ​ພວກຄົນ​ເຂົ້າ​ເມືອງ ຈາກ ຮອນ​ດູ​ຣາ​ສ ບຸກ​ຜ່ານຮົ້ວ ຊາຍ​ແດນ ກົ​ວ​ເຕ​ມາ​ລາ


ພວກ​ຄົນ​ເຂົ້າ​ເມືອງ ຊາວ​ຮອນ​ດູ​ຣາ​ສ ຫຼາຍ​ພັນ​ຄົນ ບຸກ​ຂ້າມ​ດ່ານ​ຊາຍ​ແດນ ເຂົ້າ​ໄປ​ໃນ​ເມັກ​ຊິ​ໂກ. (ວັນ​ທີ 19 ຕຸ​ລາ 2018)
ພວກ​ຄົນ​ເຂົ້າ​ເມືອງ ຊາວ​ຮອນ​ດູ​ຣາ​ສ ຫຼາຍ​ພັນ​ຄົນ ບຸກ​ຂ້າມ​ດ່ານ​ຊາຍ​ແດນ ເຂົ້າ​ໄປ​ໃນ​ເມັກ​ຊິ​ໂກ. (ວັນ​ທີ 19 ຕຸ​ລາ 2018)

ພວກ​ຄົນ​ເຂົ້າ​ເມືອງ​ຈາກ​ອາ​ເມ​ຣິ​ກາ​ກາງ ທີ່​ເດີນ​ທາງ​ເປັນ​ຂະ​ບວນ ໄດ້​ບຸກ​ຜ່ານ​ຮົ້ວ​ຊາຍ​ແດນ​ກົວ​ເຕ​ມາ​ລາ ໃນ​ວັນ​ສຸກວານນີ້ ໂດຍ​ພາ​ກັນ​ແລ່ນ​ຜ່ານ​ ພວກ​ຕຳຫຼວດ​ເມັກ​ຊິ​ໂກ ທີ່​ຢືນ​ຍາມ​ເປັນ​ແຖວ ທີ່​ລັດ​ຖະ​ບານ​ເມັກ​ຊິ​ໂກ​ໄດ້​ສັນ​ຍາ​ວ່າ​ຕົນຈະ​ປະ​ເຊີນ​ໜ້າ ກັບ​ພວກ​ຄົນ​ເຂົ້າ​ເມືອງ​ຈຸນີ້.

ລາຍ​ງານ​ຂ່າວ​ຂອງ​ໂທ​ລະ​ພາບ​ເມັກ​ຊິ​ໂກ​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ຄົນ​ເຂົ້າ​ເມືອງຫຼາຍ​ຮ້ອຍ​ຄົນ ໄດ້​ບຸກ​ຜ່ານ​ດ່ານກວດ ທີ່​ຊາຍ​ແດນ​ກົວ​ເຕ​ມາ​ລາ ເຂົ້າ​ໄປ​ໃນ​ຂົວ​ທີ່ເຊື່ອມ​ຕໍ່​ກັບ​ເມັກ​ຊິ​ໂກ. ພວກ​ຄົນ​ເຂົ້າ​ເມືອງ​ໄດ້​ຖືກ​ສະ​ກັດ​ກັ້ນ ໂດຍ​ແຖວ​ຕຳ​ຫຼວດ​ປາບ​ຈະ​ລາ​ຈົນ ຢູ່​ອີກ​ຟາກ​ນຶ່ງ​ຂອງ​ຂົວ.

ແມ່​ແລະ​ລູກ ຈາກ​ຮອນ​ດູ​ຣາ​ສ ຕື່ນ​ຕົກ​ໃຈ ຂະ​ນະ​ທີ່​ຖືກ​ອ້ອມ ໂດຍ​ຕຳ​ຫຼວດ​ເມັກ​ຊິ​ໂກ
ແມ່​ແລະ​ລູກ ຈາກ​ຮອນ​ດູ​ຣາ​ສ ຕື່ນ​ຕົກ​ໃຈ ຂະ​ນະ​ທີ່​ຖືກ​ອ້ອມ ໂດຍ​ຕຳ​ຫຼວດ​ເມັກ​ຊິ​ໂກ

ຜູ້​ທີ່​ເຫັນ​ເຫດ​ການ​ກ່າວ​ວ່າ ​ພວກ​ຄົນ​ເຂົ້າ​ເມືອງ​ຈຳ​ນວນ​ນຶ່ງ​ໄດ້​ແກວ່ງ​ກ້ອນ​ຫີນ​ເຂົ້າ​ໃສ່​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ເມັກ​ຊິ​ໂກ ທີ່​ໄດ້​ໃຊ້​ສ​ເປ​ຣ​ໝາກ​ເພັດສີດ​ໃສ່​ພວກ​ເຂົາ​ເຈົ້າ​ໃຫ້​ລ່າ​ຖອຍ​ໄປ.

ປະ​ທາ​ນາ​ທິ​ບໍ​ດີເມັກ​ຊິ​ໂກ ທ່ານ​ເອັນຣິ​ເກ ເປ​ຍາ ນິ​ເອໂຕ ກ່າວ​ໃນ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຊາກ ເມື່ອ​ແລງວັນ​ສຸກວານນີ້​ວ່າ “ເມັກ​ຊິ​ໂກ​ບໍ່​ໄດ້​ອະ​ນຸ​ຍາດ​ໃຫ້ ແລະກໍ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້ ມີ​ການ​ເຂົ້າ​ມາ​ໃນ​ດິນ​ແດນ​ຂອງ​ຕົນ ແບບ​ບໍ່​ຖືກ​ຕ້ອງ​ຕາມລະ​ບຽບ ແລະ​ໃນ​ວິ​ທີ​ທີ່​ໃຊ້​ຄວາມ​ຮຸນ​ແຮງ.”

Pompeo on Migrant Caravan Heading to US-Mexico Border
please wait

No media source currently available

0:00 0:01:13 0:00

ປະ​ທາ​ນາ​ທິ​ບໍ​ດີ​ຮອນ​ດູ​ຣາ​ສ ທ່ານ​ຮວນ ອໍ​ຣານ​ໂດ ເຮີ​ນານ​ເດ​ສ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ກົວ​ເຕ​ມາ​ລາ​ ທ່ານ​ຈິມ​ມີ ມໍ​ຣາ​ເລ​ສ ມີ​ກຳ​ນົດ​ຈະ​ພົບ​ປະ​ກັນ​ໃນ​ວັນ​ເສົາ​ມື້ນີ້ເພື່ອ​ຫາ​ລື​ກ່ຽວ​ກັບ​ສະ​ຖາ​ນະ​ການ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG