ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຍົກຍ້າຍຖິ່ນຖານ ຍັງສືບຕໍ່ສ່ຽງໄພ ເດີນທາງເຂົ້າສູ່ ຢູໂຣບ, ແຕ່ຕົວເລກ ກໍແມ່ນ ໄດ້ຫຼຸດລົງ


ຜູ້ຍົກຍ້າຍຖິ່ນຖານຢູ່ເທິງເຮືອລຳນຶ່ງ ຫຼັງຈາກຖືກຊ່ວຍເຫຼືອ
ໂດຍຕຳຫຼວດຍາມຊາຍຝັ່ງ ຂອງປະເທດ ຕູນີເຊຍ, ນອກຊາຍຝັ່ງ ບິເຊີເທິ, ປະເທດ ຕູນີເຊຍ. 12 ຕຸລາ, 2017.
ຜູ້ຍົກຍ້າຍຖິ່ນຖານຢູ່ເທິງເຮືອລຳນຶ່ງ ຫຼັງຈາກຖືກຊ່ວຍເຫຼືອ ໂດຍຕຳຫຼວດຍາມຊາຍຝັ່ງ ຂອງປະເທດ ຕູນີເຊຍ, ນອກຊາຍຝັ່ງ ບິເຊີເທິ, ປະເທດ ຕູນີເຊຍ. 12 ຕຸລາ, 2017.

ກະຊວງປ້ອງກັນປະເທດຂອງຕູນີເຊຍ ກ່າວວ່າ ພວກຍົກຍ້າຍຖິ່ນຖານ ຢ່າງໜ້ອຍ 46
ຄົນ ໄດ້ເສຍຊີວິດ ຫຼັງຈາກທີ່ເຮືອຂອງພວກເຂົາເຈົ້າ ໄດ້ຫລົ້ມຈົມ ຢູ່ນອກຝັ່ງທາງທິດ
ໃຕ້ຂອງປະເທດ ແລະ ອີກ 67 ຄົນ ຖືກຊ່ອຍກອບກູ້ຊີວິດມາໄດ້ ໂດຍໜ່ວຍທະຫານ
ຍາມຝັ່ງ ໃນວັນອາທິດວານນີ້.

ການປະຕິບັດງານກູ້ໄພ ຍັງໄດ້ດຳເນີນໄປຢູ່ ອີງຕາມຖະແຫລງການ ຂອງກະຊວງດັ່ງ
ກ່າວ. ພວກຍົກຍ້າຍຖິ່ນຖານດັ່ງກ່າວ ເປັນຊາວຕູນີເຊຍ ແລະຄົນສັນຊາດອື່ນໆ.

ໃນອີກເຫດການຕ່າງຫາກ 9 ຄົນ ລວມທັງເດັກນ້ອຍອີກ 6 ຄົນ ໄດ້ເສຍຊີວິດ ໃນວັນ
ອາທິດວານນີ້ ເຊັ່ນກັນ ຫຼັງຈາກທີ່ເຮືອໄວ ທີ່ບັນທຸກພວກອົບພະຍົບຈຳນວນ 15 ຄົນ
ໄດ້ຫລົ້ມຈົມ ຢູ່ນອກຝັ່ງ ແຂວງ ອານຕາລີຢາ (Antalya) ຢູ່ທາງພາກໃຕ້ຂອງປະເທດ
ເທີກີ ເຊິ່ງໜ່ວຍທະຫານຍາມຝັ່ງຂອງເທີກີ ໄດ້ກ່າວໃນຖະແຫລງການນຶ່ງ.

ການລົດພວກຍົກຍ້າຍຖິ່ນຖານທີ່ລັ່ງໄຫລເຂົ້າໄປໃນອີີຕາລີ ເປັນເປົ້າໝາຍນຶ່ງໃນການ
ຕໍ່ຕ້ານຄົນເຂົ້າເມືອງຂອງພັກສັນນິບາດ ໃນອີຕາລີ ແລະ ຜູ້ນຳຂອງພັກນີ້ ຄືທ່ານ
ມາເທໂອ ຊາລວີນີ (Matteo Salvini) ຜູ້ທີ່ຫາກໍໄດ້ສາບານໂຕເຂົ້າຮັບຕຳແໜ່ງເປັນ
ລັດຖະມົນຕີ ກະຊວງພາຍໃນ ຂອງປະເທດ ເມື່ອວັນສຸກຜ່ານມານີ້.

ທ່ານ ຊາລວີນີ ແລະ ພັກຂອງທ່ານ ໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະກີດກັນພວກເຮືອຂອງ
ພວກຍົກຍ້າຍຖິ່ນຖານ ຈາກອາຟຣິກາ ບໍ່ໃຫ້ເຂົ້າມາໄດ້ ແລະ ຈະເນລະເທດ ພວກຄົນ
ເຂົ້າເມືອງທີ່ຜິດກົດໝາຍ ຫຼາຍເຖິງ 100,000 ຄົນ ໃນແຕ່ລະປີ.

“ອີຕາລີ ແລະ ສີຊີລີ ບໍ່ສາມາດເປັນສູນອົບພະຍົບຂອງຢູໂຣບ” ທ່ານ ຊາລວີນີ ໄດ້ກ່າວ
ບອກພວກຝຸງຊົນທີ່ສະໜັບສະໜຸນທ່ານ ຢູ່ໃນເມື່ອງທ່າເຮືອ ໂປຊຊາໂລ ເຊິ່ງເປັນຈຸດ
ບ່ອນທີ່ພວກຍົກຍ້າຍຖິ່ນຖານມາໂຮມກັນ. ທ່ານກ່າວຕື່ມວ່າ “ບໍ່ມີຜູ້ໃດຈະໂຕ້ແຍ້ງ
ຄວາມໝັ້ນໃຈຂອງຂ້າພະເຈົ້າໄດ້ ທີ່ວ່າ ການນຳເອົາຄົນເຂົ້າເມືອງຜິດກົດໝາຍນັ້ນ
ແມ່ນທຸລະກິດອັນນຶ່ງ... ແລະການເຫັນວ່າ ພວກຄົນເຫຼົ່ານີ້ ກຳລັງຫາລາຍໄດ້ຈາກ
ພວກເດັກນ້ອຍ ຜູ້ທີ່ຈະໄປຕາຍດາບໜ້ານັ້ນ ເຮັດໃຫ້ຂ້າພະເຈົ້າໃຈຮ້າຍແທ້ໆເລີຍ.”

ໃນຂະນະດຽວກັນ ໜ່ວຍກູ້ໄພທາງທະເລຂອງສະເປນ ໄດ້ກ່າວວ່າ ຕົນ ໄດ້ຊ່ອຍກອບ
ກູ້ຊີວິດ ພວກຄົນ ຈຳນວນ 240 ຄົນແລ້ວ ໂດຍຄົນຜູ້ນຶ່ງປາກົດວ່າຈົມນ້ຳຕາຍ ໃນຂະ
ນະທີ່ພວກເຂົາເຈົ້າພະຍາຍາມຈະຂ້າມທະເລ ເມດິເຕີເຣນຽນ ຈາກອາຟຣິກາເໜືອ.

ໜ່ວຍງານດັ່ງກ່າວ ໄດ້ກ່າວອີກວ່າ ຕົນໄດ້ຊ່ອຍກອບກູ້ ພວກຍົກຍ້າຍຖິ່ນຖານ ຈາກ
ເຮືອລຳນ້ອຍ 11 ລຳ ທີ່ພະຍາຍາມ ຈະຂ້າມທະເລທີ່ອັນຕະລາຍ ຈາກຝັ່ງທະເລຂອງ
ອາຟຣິກາ ໄປຍັງ ສະເປນ ໃນລະຫວ່າງ ວັນເສົາ ແລະວັນອາທິດ ຜ່ານມານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG