ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໘ ມີນາ ໒໐໒໕

ອົບພະຍົບ 13 ຄົນ ເສຍຊີວິດ ໃນອຸບັດເຫດ ເຮືອຫລົ້ມ ນອກຝັ່ງ ມາເລເຊຍ


ແຜນທີ່ມາເລເຊຍ
ແຜນທີ່ມາເລເຊຍ

ເຮືອອົບພະຍົບ ທີ່ແອອັດໄປດ້ວຍຜູ້ຄົນ ແລະເຮັດດ້ວຍໄມ້ ໄດ້
ຫລົ້ມຢູ່ໃນທະເລ ທີ່ປັ່ນປ່ວນມີລົມແຮງ ນອກແຄມຝັ່ງຂອງປະ
ເທດມາເລເຊຍເປັນເຫດໃຫ້ 13 ຄົນເສຍຊີວິດອີງຕາມເຈົ້າໜ້າ
ທີ່ມາເລເຊຍ.

ເຈົ້າໜ້າທີ່ຄຸ້ມຄອງການເດີນເຮືອທາງທະເລກ່າວວ່າ ເຮືອລຳນີ້
ມີທ່າທາງວ່າ ໄດ້ນຳເອົາພວກຄົນງານຊາວອິນໂດເນເຊຍ ກັບ ຄືນບ້ານໄປຍັງເກາະສຸມາຕຣາ ເວລາປະສົບອຸບັດເຫດຫຼົ້ມໃນ
ວັນພະຫັດມື້ນີ້ ບໍ່ໄກປານໃດ ຈາກແຄມຝັ່ງທະເລ ຂອງເມືອງ
Sabak.

ເຈົ້າໜ້າທີ່ມາເລເຊຍເວົ້າວ່າ ເປັນທີ່ເຊື່ອກັນວ່າ ອາດມີຄົນງານເດີນທາງໄປນຳເຮືອລຳນີ້
ຫລາຍເຖິງ 100 ຄົນ ຊຶ່ງທາງເຈົ້າໜ້າທີ່ ໄດ້ສົ່ງເຮືອຫລາຍໆລຳ ແລະ ເຮືອລຳນຶ່ງ ໄປຍັງ
ບ່ອນເກີດເຫດເພື່ອຊອກຫາພວກທີ່ລອດຊີວິດມາໄດ້.

ມີຊາວອິນໂດເນເຊຍ ຫລາຍເຖິງ 2 ລ້ານຄົນ ເຊື່ອກັນວ່າ ກຳລັງເຮັດວຽກເຮັດການຢູ່ໃນ ປະເທດມາເລເຊຍ. ພວກເຂົາເຈົ້າຈະເດີນທາງໄປມາກັບເຮືອທີ່ບໍ່ແຂງແຮງ ໃສ່ຄົນຫຼາຍ
ໂພດ ມັກເດີນທາງໃນເວລາກາງຄືນ ເພື່ອຫຼີກລ່ຽງການພົບເຫັນຂອງພວກເຈົ້າໜ້າທີ່.

XS
SM
MD
LG