ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳ​ນວນ​ຄອບ​ຄົວອົບ​ພະ​ຍົບ​ ຂ້າມ​ຊາຍແດນ​​ຕາ​ເວັນຕົກ​ສຽງ​ໃຕ້​ຂອງ ສ​ຫລ​ ຫລຸດ​ລົງ​ຢ່າງ​ຫລວງ ​ຫລາຍ


​ເຈົ້າ​ໜ້າ​ທີ່​ຕະ​ເວນ​ຊາຍ​ແດນ​ກວດ​ກາ​ຢູ່​ຟາກຊາຍ​ແດນ​ຂອງ​ສະ​ຫະ​ລັດ​ ທີ່ມ​ສາຍ​ລວດ​ໜາມ​ປົກ​ຫຸ້ມ​ຢູ່​ເທິງ​ຝາ​ກຳ​ແພງຊາຍ​ແດນ​ທີ່​ຂັ້ນ​ເມືອງ Nogales, ຂອງເມັກ​ຊິ​ໂກ ກັບ Nogales, ໃນ​ລັດ​ອາ​ຣີ​ໂຊ​ນາ​ຂອງ ສະ​ຫະ​ລັດ​ໃນ​ວັນ​ທີ 2 ມີ​ນາ, 2019
​ເຈົ້າ​ໜ້າ​ທີ່​ຕະ​ເວນ​ຊາຍ​ແດນ​ກວດ​ກາ​ຢູ່​ຟາກຊາຍ​ແດນ​ຂອງ​ສະ​ຫະ​ລັດ​ ທີ່ມ​ສາຍ​ລວດ​ໜາມ​ປົກ​ຫຸ້ມ​ຢູ່​ເທິງ​ຝາ​ກຳ​ແພງຊາຍ​ແດນ​ທີ່​ຂັ້ນ​ເມືອງ Nogales, ຂອງເມັກ​ຊິ​ໂກ ກັບ Nogales, ໃນ​ລັດ​ອາ​ຣີ​ໂຊ​ນາ​ຂອງ ສະ​ຫະ​ລັດ​ໃນ​ວັນ​ທີ 2 ມີ​ນາ, 2019

ຈຳ​ນວນ​ຄອບ​ຄົວອົບ​ພະ​ຍົບ​ເຂົ້າ​ເມືອງທີ່​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຊາຍ​ແດນ​ຈັບ​ກຸມ​ຢູ່​ຊາຍ​
ແດນ​ທາງ​ຕາ​ເວັນຕົກ​ສຽງ​ໃຕ້​ຂອງ​ປະ​ເທດ ຫລຸດ​ລົງ​ຢ່າງ​ຫລວງ​ຫລາຍໃນ​ເດືອນ​ຕູ​ລາ
​ຜ່ານມາ, ອີງ​ຕາມ​ຂໍ້​ມູນ​ທີ່​ເຜີຍ​ແຜ່​ອອກ​ມາ​ໃນ​ວັນ​ພະ​ຫັດ​ວານນີ້ ໂດຍ​ເຈົ້າ​ໜ້າ​ທີ່​ປະ
​ຈຳ​ຊາຍ​ແດນ.

ການ​ຫລຸດ​ລົງ​ດັ່ງ​ກ່າວ​ແມ່ນ​ມີ​ຂຶ້ນ​ພາຍ​ຫລັງສິ່ງ​ທີ່ມີ​ການ​ຈັບ​ກຸມ​ຄອບ​ຄົວ​ທີ່​ສູງ​ຫລາຍ
​ທີ່​ສຸດຢູ່​ໃນຫລາຍໆ​ໄລ​ຍະ​ໃນ​ປະ​ຫວັດ​ສາດດ້ານ​ຄົນ​ເຂົ້າ​ເມືອງ​ຂອງສະ​ຫະ​ລັດ, ຊຶ່ງ​
ເປັນ​ບັນ​ຫາ​ທີ່​ຄອ​ບ​ງຳ​ຫົວ​ຂໍ້​ຂ່າວ​ຕ່າງໆ ແລະ​ສ້າງ​ສິ່ງ​ທ້າ​ທາຍ​ຢູ່​ບ່ອນ​ຄຸມ​ຂັງທີ່ບໍ່​ມີ​ອຸ​
ປະ​ກອນ​ຫຍັງ​ຫລາຍ​ເພື່ອ​ຮັບ​ມື​ກັບ​ເດັກ​ນ້ອຍ​ຫລາຍ​ປານນັ້ນ.

ຈຳ​ນວນ​ຄອບ​ຄົວ​ກວາມ​ເອົາ 55 ເປີ​ເຊັນ​ຂອງ​ຈຳ​ນວນ​ຄົນທັງ​ໝົດ​ທີ່​ໄດ້​ຂ້າມ​ຊາຍ​
ແດນ​ມາ ໂດຍບໍ່​ໄດ້​ຮັບ​ອະ​ນຸ​ຍາດ ແລະ​ໄດ້​ຖືກ​ເຈົ້າ​ໜ້າ​ທີ່​ຕະ​ເວນ​ຊາຍ​ແດນ​ກັກ​ຕົວ​ໄວ້
ໃນ​ປີງົບ​ປະ​ມານ 2019 ທີ່​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ຜ່ານ​ມານີ້.

​ແຕ່​ວ່າ ໃນ​ເດືອນ​ແລ້ວນີ້ ​ສັດ​ສ່ວນນັ້ນ​ໄດ້ຫລຸດ​ລົງ 27 ເປີ​ເຊັນ ຊຶ່ງ​ເປັນ​ສັດ​ສ່ວນ​ທີ່​
ກົງ​ກັນ​ກັບ​ສັດ​ສ່ວນ​ສະ​ເລ່ຍທີ່​ມີ​ຢູ່​ໃນ​ປະ​ຫວັດ​ສາດຫລາຍ​ຂຶ້ນ.

ຄອບ​ຄົວ​ຕ່າງໆ ກວາມ​ເອົາ 9,733 ຄົນ ​ໃນ​ຈຳ​ນວນ​ຄົນ​ທີ່​ຖືກ​ຈັບ​ກຸມທັງ​ໝົດ 35,
444 ຄົນ​ໃນ​ເດືອນ​ຕຸ​ລາ​ຜ່ານ​ມາ, ອີງ​ຕາມຕຳ​ຫລວດ​ຕະ​ເວນ​ຊາຍ​ແດນ.

ມັນ​ເປັນ​ເດືອນ​ທີ 5 ລຽນ​ຕິດກັນ​ທີ່​ມີ​ຄົນ​ຖືກ​ຈັບ​ກຸມ​ຫລຸດ​ລົງນັບ​ແຕ່​ເດືອນ​ພຶດ​ສະ
​ພາ​ເປັນ​ຕົ້ນ​ມາ ຕອນ​ທີ່​ຈຳ​ນວນ​ອົບ​ພະ​ຍົບ​ເຂົ້າ​ເມືອງ​ທີ່​ຖືກ ຕຳ​ຫລວດ​ຕະ​ເວນ​ຊາຍ
​ແດນ​ຈັບພຸ້ງ​ສູງ​ຂຶ້ນ​ກາຍ 130,000 ຄົນ.

ການ​ເພີ້ມ​ຂຶ້ນ​ຂອງ​ຈຳ​ນວນ​ຄົນ​ດັ່ງ​ກ່າວ ​ສ່ວນຫລາຍ​ແລ້ວ​ແມ່ນຜັກ​ດັນ​ໂດຍ​ຈຳ​ນວນ
​ບັນ​ດາ​ຄອ​ບຄົວ​ຂອງ​ຄົນ​ຂໍ​ລີ້​ໄພ​ທີ່ມາ​ຈາກທະ​ວີບ​ອາ​ເມ​ຣິ​ກາ​ກາງ.

ລັດ​ຖະ​ບານ​ຂອງ​ທ່ານ​ທ​ຣຳ ໃຫ້​ເຫດ​ຜົນ​ວ່າ​ຈຳ​ນວນ​ຄົນ​ທີ່​ຫລຸດ​ລົງ​ໃນ​ຊຸມ​ເດືອນ
​ຜ່ານ​ມາ ແມ່ນ​ເປັນ​ຍ້ອນມີ​ນະ​ໂຍ​ບາຍ​ໃໝ່​ຫລາຍ​ອັນ, ລວມ​ທັງຂັ້ນ​ຕອນ​ປ້ອງ​ກັນ
​ອົບ​ພະ​ຍົບ ຫລື MPP ຊຶ່ງຢູ່​ພາຍ​ໃຕ້ຂັ້ນ​ຕອນນີ້ ມີ​ຫລາຍກວ່າ 50,000 ຄົນ​ຖືກ​ຈັບ
ພາຍ​ຫລັງ​ໄດ້​ຂ້າມ​ຊາຍ​ແດນ​ທາງ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ​ທີ່ບໍ່ມີ​ອະ​ນຸ​ຍາດ
ນັ້ນ ​ຖືກ​ສົ່ງ​ກັບ​ຄືນ​ໄປ​ຍັງ​ເມັກ​ຊິ​ໂກ ເພື່ອ​ລໍ​ຖ້າ​ການ​ຮັບ​ຟັງ​ຄະ​ດີ​ດ້ານ​ການ​ເຂົ້າ​ເມືອງ
ໂດຍບໍ່​ກ່ຽວ​ຂ້ອງວ່າ​ເຂົາ​ເຈົ້າ​ຈະ​ມາ​ຈາກປະ​ເທດ.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG