ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄນຈີເຣຍ ຢືນຢັນວ່າ ເດັກຍິງ 110 ຄົນໄດ້ຫາຍສາບສູນໄປ ຫຼັງຈາກການໂຈມຕີຂອງພວກ ໂບໂກ ຮາຣາມ


ປະທານາທິບໍດີ ໄນຈີເຣຍ ທ່ານ ມູຮຳມາດູ ບູຮາຣີ.
ປະທານາທິບໍດີ ໄນຈີເຣຍ ທ່ານ ມູຮຳມາດູ ບູຮາຣີ.

ລັດຖະບານ ໄນຈີເຣຍ ໄດ້ຢືນຢັນໃນວັນອາທິດວານນີ້ວ່າ ເດັກຍິງຈຳ ນວນ 110 ຄົນ
ໄດ້ຫາຍສາບສູນໄປ ຫລັງຈາກການໂຈມຕີຂອງພວກ ໂບໂກ ຮາຣາມ ໃນເມືອງທີ່ຕັ້ງ
ຢູ່ພາກຕາເວັນອອກສຽງເໜືອຂອງປະ ເທດ, ລຸນຫຼັງຈາກການມິດງຽບໄປຫຼາຍວັນ
ຈາກບັນດາເຈົ້າໜ້າທີ່.

ກະຊວງຖະແຫຼງຂ່າວກ່າວວ່າ ພວກເດັກຍິງ ຈາກມະຫາວິທະຍາໄລ ວິ ທະຍາສາດ
ແລະ ເຕັກນິກຂອງລັດຖະບານໃນເມືອງ ດັບຈີ "Dapchi," ລັດ ໂຢເບ "Yobe," ໄດ້
ຫາຍສາບສູນໄປ ຫຼັງຈາກພວກຫົວຮຸນແຮງ ໂບໂກ ຮາຣາມ ທີ່ຕ້ອງສົງໄສ ໄດ້ບຸກເຂົ້າ
ໄປໃນໂຮງຮຽນຂອງເຂົາເຈົ້າ ໃນວັນຈັນສັບປະ ດາແລ້ວນີ້.

ປະທານາທິບໍດີ ໄນຈີເຣຍ ທ່ານ ມູຮຳມາດູ ບູຮາຣີ ໄດ້ກ່າວໃນວັນ ອາທິດວານນີ້ວ່າ
ເຮືອບິນໄດ້ຖືກສົ່ງອອກໄປເພີ່ມເຕີມ, ພ້ອມກັບກອງ ກຳລັງທັງຫຼາຍ ທີ່ຖືກສົ່ງໄປກ່ອນ
ໜ້ານີ້, ເພື່ອຊອກຫາພວກເດັກຍິງ ທີ່ ຫາຍໄປນັ້ນ.

ພວກນັກຮົບທີ່ມີອາວຸດຢ່າງຫຼວງຫຼາຍ ໄດ້ບຸກເຂົ້າໃນເມືອງ ດັບຈີ ໃນຕອນແລງຂອງ
ວັນຈັນທີ່ຜ່ານມາ, ເຊິ່ງມີລາຍງານວ່າ ພວກເຂົາໄດ້ ຖາມຫາພວກເດັກຍິງຂອງໂຮງຮຽນ
ນັ້ນໂດຍສະເພາະເຈາະຈົງ.

ໃນເບື້ອງຕົ້ນ ບັນດາເຈົ້າໜ້າທີ່ໄດ້ປະຕິເສດວ່າ ບໍ່ມີເດັກຍິງຄົນໃດ ໄດ້ຖືກ ລັກພາຕົວ
ໄປ, ແຕ່ແທນທີ່ຈະວ່າແນວນັ້ນ ເລີຍໄດ້ບອກວ່າ ເຂົາເຈົ້າໄດ້ໄປລີ້ຢູ່ໃນປ່າ ຫຼັງຈາກ
ການໂຈມຕີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG