ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ່າຍຄ້ານຮຽກຮ້ອງໃຫ້ມີ ການເຈລະຈາຫາລືກ່ຽວກັບ ການລົງໂທດຕໍ່ລັດຖະບານມຽນມາ


ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້ນໍາພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​
ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້ນໍາພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​

ພັກ​ຝ່າຍ​ຄ້ານ​ທີ່ສຳຄັນສຸດຂອງມຽນມາ ຮຽກຣ້ອງໃຫ້ມີ
ການເຈລະຈາຫາລືກັບບັນດາປະເທດຕາເວັນຕົກ ເພື່ອຊັ່ງ
ຊາຕີລາຄາເບິ່ງວ່າການລົງໂທດຂອງນາໆຊາດຕໍ່ລັດຖະ
ບານທີ່ຄວບຄຸມໂດຍພວກທະຫານນັ້ນວ່າສາມາດດັດ
ແປງແກ້ໄຂໄດ້ຫຼືບໍ່ ເພື່ອເຮັດໃຫ້ສະພາບເສດຖະກິດຂອງ
ຜູ້ຄົນທຳມະດາສາມັນທົ່ວໄປດີຂຶ້ນ.

ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ທີ່ຢູ່ພາຍໃຕ້
ການ​ນໍາພາ​ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ ໄດ້ອອກຖະແຫລງ
ການສະບັບນຶ່ງໃນວັນອັງຄານມື້ນີ້ວ່າ ບໍ່ຄວນຈະຍົກເລີກ
ການລົງໂທດ ຕາບໃດທີ່ຍັງມີພວກນັກໂທດທາງການເມືອງ
ຫຼາຍກວ່າ 2,000 ຄົນ ຖືກຄຸມຄັງຢູ່ໃນຄຸກນັ້ນ.

ແຕ່ວ່າພັກດັ່ງກ່າວໄດ້ຮຽກຮ້ອງໃຫ້ມີການສົນທະນາກັນກັບອົງການສະຫະປະຊາຊາດ,
ສະຫະພາບຢູໂຣບ, ການາດາ ແລະອອສເຕເລຍ ເພື່ອພິຈາລະນາວ່າເມື່ອໃດ, ດ້ວຍວິທີ
ໃດແລະພາຍໃຕ້ສະພາບການແບບໃດ ການລົງໂທດຈຶ່ງ ອາດຈະສາມາດໄດ້ຮັບການ
ດັດແປງແກ້ໄຂເພື່ອເຫັນແກ່ຜົນປະໂຫຍດສຳລັບປະຊາທິປະໄຕ ສິດທິມະນຸດແລະເຮັດ
ໃຫ້ບັນຍາກາດທາງດ້ານເສດຖະກິດມີຄວາມເຂັ້ມແຂງ.

ຖະແຫລງການຍັງຮຽກຮ້ອງໃຫ້ມີການວິໄຈສຶກສາໂດຍພວກນັກຊ່ຽວຊານກ່ຽວກັບຜົນກະ
ທົບຂອງການລົງໂທດ, ໄດ້ມີການອ້າງເອົາຄໍາເວົ້າຂອງຮອງປະທານພັກສັນນິບາດ​ແຫ່ງ
ຊາດ​ເພື່ອປະຊາທິປະ​ໄຕ ທ່ານ Tin Oo ທີ່ກ່າວໃນວັນຈັນ ວານນີ້ວ່າການຄົ້ນຄວ້າສຶກສາ
ຂອງພັກຕົນນັ້ນສະແດງໃຫ້ເຫັນວ່າມາດຕະການ ດັ່ງກ່າວສ່ວນໃຫຍ່ແລ້ວມີຜົນກະທົບແຕ່
ຕໍ່ພວກຜູ້ນໍາຂອງລັດຖະບານ ແລະພວກນັກທຸລະກິດທີ່ເປັນສະມັກພັກພວກທັງຫຼາຍ ບໍ່ແມ່ນພວກສາມັນຊົນທົ່ວໄປ.

XS
SM
MD
LG