ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມຽນມາປ່ອຍນັກໂທດ ຫຼາຍພັນຄົນ


ມຽນມາກໍາລັງປ່ອຍພວກນັກໂທດຈາກຄຸກ Insein
ມຽນມາກໍາລັງປ່ອຍພວກນັກໂທດຈາກຄຸກ Insein

ມຽນມາເລີ່ມປ່ອຍບັນດານັກໂທດຈໍານວນຫຼາຍພັນຄົນ
ໃນວັນອັງຄານມື້ນີ້ ພາຍໃຕ້ໂຄງການຫຼຸດຜ່ອນໂທດແບບ
ຈໍາກັດ ຊຶ່ງຈະບໍ່ມີຜົນຫຍັງຫຼາຍຕໍ່ພວກນັກໂທດການເມືອງ.

ບັນດາກຸ່ມປົກປ້ອງສິດທິມະນຸດແລະກະຊວງການຕ່າງປະ
ເທດສະຫະລັດກ່າວວ່າ ລັດ ຖະບານມຽນມາຕ້ອງໄດ້ດຳ
ເນີນການຫຼາຍໄປກ່ວານີ້ແລະປ່ອຍພວກນັກໂທດການເມືອງ
ປະມານ2 ພັນ 2 ຮ້ອຍຄົນອອກໃຫ້ໝົດ. ປະທານາທິບໍດີ
ສະຫະຣັດ ທ່ານບາຣັກ ໂອບາມາ ໄດ້ຕໍ່ອາຍຸການລົງໂທດ
ທາງດ້ານເສດຖະກິດຕໍ່ມຽນມາອີກຕື່ມປີນຶ່ງໃນວັນຈັນວານນີ້
ໂດຍກ່າວວ່າການປາບປາມຕໍ່ພວກພັກຝ່າຍຄ້ານທີ່ນິຍົມປະ
ຊາທິປະໄຕໃນຂອບເຂດທີ່ກ້ວາງຂວາງຢູ່ປະເທດດັ່ງກ່າວ
ຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ.


ໂຄງການຫຼຸດຜ່ອນໂທດທີ່ປະທານາທິບໍດີມຽນມາທ່ານ
Thein Sein ໄດ້ປະກາດໃນວັນຈັນວານນີ້ນັ້ນ ຈະຜ່ອນຜັນ
ໂທດປະຫານຊີວິດລົງມາເປັນຈໍາຄຸກຕະລອດຊີວິດ ແລະຫຼຸດຜ່ອນໂທດຈຳຄຸກອື່ນໆລົງນຶ່ງປີ.

ລັດຖະບານທະຫານມຽນມາເລີ່ມທໍາການປ່ອຍບັນດານັກໂທດຫຼາຍກວ່າ 14 ພັນຄົນທີ່ມີ
ໂທດຈຳຄຸກບໍ່ຮອດນຶ່ງປີ. ແຕ່ແນວໃດກໍຕາມ ການປ່ອຍບັນດານັກໂທດໃນຄັ້ງນີ້ ຄາດວ່າ ຈະມີຜົນຕໍ່ພວກນັກໂທດການເມືອງໜ້ອຍທີ່ສຸດ ຊຶ່ງສ່ວນໃຫ່ຍກໍຈະເປັນພວກທີ່ຮັບໃຊ້ໂທດ ເປັນເວລາຍານນານດົນເຖິງ 65 ປີກໍມີ.

XS
SM
MD
LG