ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຄາໂຣໄລນາເໜືອ ເປັນລັດນຶ່ງທີ່ສຳຄັນ ສຳລັບການເລືອກຕັ້ງກາງສະໄໝ ເພື່ອແຂ່ງເອົາບ່ອນນັ່ງໃນສະພາສູງ ສະຫະລັດ


ໃບໂປສກັກ ທີ່ແຈ້ງເຕືອນເຖິງການເລືອກຕັ້ງກາງສະໄໝ ໃນວັນທີ 8 ພະຈິກ 2022 ໄດ້ຖືກສົ່ງໄປໃຫ້ຄອບຄົວ ຊາວອາເມຣິກັນເຊື້ອສາຍລາວ ໃນລັດຄາໂຣໄລນາເໜືອ.
ໃບໂປສກັກ ທີ່ແຈ້ງເຕືອນເຖິງການເລືອກຕັ້ງກາງສະໄໝ ໃນວັນທີ 8 ພະຈິກ 2022 ໄດ້ຖືກສົ່ງໄປໃຫ້ຄອບຄົວ ຊາວອາເມຣິກັນເຊື້ອສາຍລາວ ໃນລັດຄາໂຣໄລນາເໜືອ.

ລັດຄາໂຣໄລນາເໜືອ ເປັນລັດນຶ່ງທີ່ສຳຄັນໃນການແຂ່ງຂັນເລືອກຕັ້ງກາງສະໄໝ ເອົາບ່ອນນັ່ງໃນສະພາສູງສະຫະລັດ ໂດຍມີຜູ້ສະໝັກ ທ່ານ ແທດ ບັດ (Ted Budd) ສັງກັດພັກຣີພັບບລີກັນ ແຂ່ງກັບທ່ານນາງ ແຊຣີ ບີສລີ (Cheri Beasley) ສັງກັດພັກເດໂມແຄຣັດ ຊຶ່ງທ່ານແອ່ງຄຳ ຈັນທິຣາດ ອະດີດ ທະຫານມາຣີນ ອາໄສຢູ່ໃນເມືອງຄານາໂປລິສ ທາງກ້ຳເໜືອຂອງເມືອງ ຊາຣລັອຕ ທີ່ເປັນເມືອງໃຫຍ່ສຳຄັນດ້ານການຄ້າ ທ່ານກ່າວຕໍ່ວີໂອເອລາວ ວ່າ ຄອບຄົວຂອງທ່ານໄດ້ຮັບ ໂປສກັກ ທາງໄປສະນີໝົດທຸກຄົນ ເມື່ອວັນອັງຄານຜ່ານມາ, ທີ່ແຈ້ງເຕືອນກ່ຽວກັບການເລືອກຕັ້ງໃນວັນທີ 8 ພະຈິກ ນີ້ ເປັນພາສາອັງກິດ ແລະລາວ ແລ້ວທ່ານກໍໄດ້ໄປປ່ອນບັດກ່ອນກຳນົດໃນວັນພຸດ ທີ 26 ຕຸລາວານນີ້ ຊຶ່ງທ່ານບອກວີໂອເອລາວວ່າ:

“ມື້ນີ້ຂ້າພະເຈົ້າຈະມາເວົ້າເລື້ອງການເລືອກຕັ້ງຂອງເຊັ່ນເນັດຊີດ (ບ່ອນ​ນັ່ງ​ສະ​ພາ​ສູງ) ຢູ່ລັດ ນອດຄາໂຣໄລນາ ມີສອງທ່ານ ທ່ານແທດ ບັດ ຣີພັບບລີກັນ ແລະຍານາງ ແຊຣີ ບີສລີ ເດໂມແຄຣັດ ໃນສອງທ່ານນີ້ ຂ້າພະເຈົ້າຈະເລືອກ ນາງສາວ ແຊຣີ ບີສລີ ເດໂມແຄຣັດ ເພາະວ່າ ຂ້າພະເຈົ້າໝັ້ນໃຈວ່າ ນາງກໍຮູ້ ກົດໝາຍດີ ຂ້າພະເຈົ້າບໍ່ເລືອກ ແທດ ບັດ ເພາະວ່າທ່ານເປັນຣີພັບບລີກັນ ແລະເຮົາກໍຮູ້ເລື້ອງປະຫວັດທີ່ຜ່ານມາ ໄດ້ເກີດຂຶ້ນວ່າມັນເປັນຈັ່ງໃດກັບພາຕີ ຂອງຣີພັບບລີກັນ ເພາະສະນັ້ນເຮົາຈະບໍ່ເລືອກ ທ່ານແທດ ບັດ.”

ທ່ານແອ່ງຄຳ ຈັນທິຣາດ ອະດີດທະຫານມາຣີນ ອາໄສຢູ່ເມືອງຄານາໂປລິສ ລັດຄາໂຣໄລນາເໜືອ ໄດ້ໄປໃຊ້ສິດອອກສຽງ ເລືອກຕັ້ງສະມາຊິກສະພາສູງສະຫະລັດ ກ່ອນກຳນົດ.
ທ່ານແອ່ງຄຳ ຈັນທິຣາດ ອະດີດທະຫານມາຣີນ ອາໄສຢູ່ເມືອງຄານາໂປລິສ ລັດຄາໂຣໄລນາເໜືອ ໄດ້ໄປໃຊ້ສິດອອກສຽງ ເລືອກຕັ້ງສະມາຊິກສະພາສູງສະຫະລັດ ກ່ອນກຳນົດ.

ເຖິງແມ່ນວ່າ ທ່ານແອ່ງຄຳ ຈະເລືອກເອົາພັກເດໂມແຄຣັດ ກໍຕາມ ຜົນການ ເລືອກຕັ້ງ ປະທານາທິບໍດີ ໃນປີ 2020 ໄດ້ສະແດງໃຫ້ເຫັນວ່າ ລັດນີ້ ທ່ານດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ກໍໄດ້ເອົາຊະນະ ທ່ານໂຈ ໄບເດັນ ສັງກັດພັກເດໂມແຄຣນ ມາແລ້ວຢ່າງວຸດວິດ.

XS
SM
MD
LG