ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານໂອບາມາຈະໄປ ຢ້ຽມຢາມ ພາກຕາເວັນອອກກາງ (ວີດິໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ພົບປະກັບ ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ທີ່ທໍານຽບຂາວ (20 ພຶດສະພາ 2011)
ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ພົບປະກັບ ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ທີ່ທໍານຽບຂາວ (20 ພຶດສະພາ 2011)
ໃນອາທິດນີ້ ປະທານາທິບໍດີ ບາຣັກ ໂອບາມາ ຈະເດີນທາງໄປ
ຢ້ຽມຢາມຂົງເຂດຕາເວັນອອກກາງ ຄື​ໃນ​ລະຫວ່າງວັນທີ 20-22.
ທ່ານຈະໃຊ້ການ ເດີນທາງ​ໄປຢ້ຽມຢາມອີສຣາແອລ ເຂດ
West Bank ທີ່ຢູ່​ໃຕ້​ການ​ຄອບຄອງຂອງອີສຣາແອລ ແລະປະ
ເທດຈໍແດນ ​ໃນ​ຄັ້ງ​ນີ້ ເພື່ອໂອ້ລົມກັບອີສຣາແອລ ແລະປາແລັສ
ໄຕ ກ່ຽວກັບການຟື້ນຟູຄວາມພະຍາຍາມເຈລະຈາສັນຕິພາບ
ຄືນໃໝ່. ນອກນີ້ແລ້ວເລຶ່ອງໂຄງການນີວເຄຼຍຂອງອິຣ່ານ ແລະ
ສົງຄາມກາງເມືອງໃນ ຊີເຣຍ ກໍຈະຢູ່ໃນຫົວຂໍ້ຂອງການຢ້ຽມ
ຢາມຄັ້ງນີ້ດ້ວຍ. Dan Robinson ຜູ້ສື່ຂ່າວອາວຸໂສຂອງວີໂອເອ
ປະຈໍາທໍານຽບຂາວ ມີລາຍງານກ່ຽວກັບເລຶ່ອງນີ້ ຊຶ່ງທອງປານຈະ
ນໍາມາສະເໜີທ່ານ.

ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:

Obama to Prod Israelis, Palestinians on Peace Efforts
please wait

No media source currently available

0:00 0:02:48 0:00
ລິງໂດຍກົງ

ການໄປຢ້ຽມຢາມອິສຣາແອລຄັ້ງຫລ້າສຸດຂອງທ່ານໂອບາມາ ແມ່ນໃນປີ 2008 ໃນຖານະ
ເປັນສະມາຊິກສະພາສູງ ແລະຜູ້ສະໝັກເລືອກຕັ້ງປະທານາທິບໍດີ. ບັດນີ້ທ່ານກັບຄືນໄປ
ຢ້ຽມຢາມອີສຣາແອລອີກ ໃນຖານະປະທານາທິບໍດີສະໄໝທີສອງ ທີ່ບໍ່ປະສົບຜົນສໍາເລັດ
ໃນການເອົາຊະນະອຸບປະສັກຂັດຂວາງຕ່າງໆ ຕໍ່ການສ້າງສັນຕິພາບໃນພາກຕາເວັນ ອອກກາງ.

ທ່ານໂອບາມາຈະບໍ່ມີ​ແຜນລິເລີ່ມການເຈລະຈາສັນຕິພາບໃໝ່​ໃດໆໄປສະ​ເໜີ ແຕ່ຈະມີ​
ສານ​ຫລືຂໍ້ຄວາມ​ໄປ​ບອກ. ທ່ານ Josh Earnest ຮອງໂຄສົກທໍານຽບຂາວກ່າວວ່າ

“ການສ້າງສັນຕິພາບລະຫວ່າງອີສຣາແອລ ແລະປາແລັສ ໄຕນັ້ນ ຍັງຄົງເປັນ
ບຸລິມະສິດຢ່າງນຶ່ງຂອງປະທານາທິບໍດີ
. ມັນເປັນສິ່ງນຶ່ງທີ່ວ່າ ທ່ານ ກໍຄືສະຫະ
ລັດ ພ້ອມທີ່ຈະໃຫ້ການສະໜັບສະໜຸນຢ່າງແຂງຂັນ ຖ້າຫາກວ່າການໂອ້ລົມ
ສົນທະນາກັນ
ພ້ອມ​ທີ່ຈະເລີ່ມຂຶ້ນ.”

ສະຫະລັດສະໜັບສະໜຸນໃຫ້ ທັງສອງ​ລັດ ອີສຣາແອລແລະປາແລັສໄຕ ​ຢູ່ຄຽງຂ້າງກັນ ຢ່າງສັນຕິ ແຕ່ຄວາມສໍາພັນຂອງທ່ານໂອບາມາ ກັບທ່ານ​ເບັ​ນຈາ​ມິນ ​ເນ​ຕັນ​ຢາ​ຮູ ນາຍົກ ລັດຖະມົນຕີອີສຣາແອລນັ້ນ ​ໄດ້ມີ​ຄວາມ​ເຄ່ງຕຶງຂຶ້ນ ໂດຍສະເພາະກໍ​ແມ່ນເລຶ່ອງກ່ຽວກັບ ການສ້າງຕັ້ງບ້ານຂອງຊາວຍິວໃນ ອານາເຂດທີ່ຕົນຍຶດຄອງນັ້ນ.

ທ່ານ Niel Kritz ປະຈໍາສະຖາບັນເພື່ອສັນຕິພາບສະຫະລັດ ເວົ້າວ່າ ທ່ານໂອບາມາຈະ
ໃຫ້ຄວາມໝັ້ນໃຈແກ່ທັງສອງຝ່າຍວ່າ ທ່ານສະໜັບສະໜຸນສິດທິ ແລະຄວາມໝັ້ນຄົງ
ຂອງພວກເຂົາເຈົ້າ ຊຶ່ງເລຶ່ອງນີ້ ແມ່ນມີເດີມພັນ ສູງ. ທ່ານ Niel Kritz ເວົ້າວ່າ:

“ສໍາລັບປະທານາທິບໍດີຜູ້ນີ້ ສິ່ງທ້າທາຍທີ່​ສໍາຄັນຢ່າງນຶ່ງ ຈະແມ່ນວ່າ ຈຸດໃດທີ່ການແກ້ໄຂບັນຫາຂອງທັງສອງຝ່າຍ ມີຄວາມລໍາບາກກວ່າໝູ່ ທີ່ຈະບັນລຸໄດ້. ທ່ານໂອບາມາບໍ່ຢາກໃຫ້ ການແກ້ໄຂບັນຫານີ້ແບບ​ໃຫ້
ມີ
ສອງປະເທດ ເປັນ​ທາງ​ເລືອກ​ທີ່ສູນຫາຍໄປນັ້ນ ເປັນມູນເຊື້ອທີ່ທ່ານ
ປະໄວ້
ຢູ່ໃນສະໄໝການດໍາລົງຕໍາແໜ່ງຂອງທ່ານ.”

ທ່ານໂອບາມາ ຖືກເລືອກຕັ້ງ​ເປັນປະທານາທິບໍດີສະໄໝທີສອງ ​ເມື່ອ​ເດືອນ​ພະຈິກ​ຜ່ານມາ​
​ໂດຍ​ໄດ້​ຮັບຄະແນນສະໜັບສະໜຸນ​ຈາກຊາວຢິວອາ​ເມຣິກັນ​ເຖິງ 69 ເປີເຊັນ ​ເຖິງ​ແມ່ນ​ທ່ານມິດ ຣອມນີ ຄູ່ແຂ່ງຂອງທ່ານ ​ໄດ້​ສະ​ແດງ​ຄວາມຂ້ອງໃຈ ກ່ຽວກັບຄວາມໝັ້ນໝາຍ
ຕໍ່ອີສຣາແອລຂອງທ່ານໂອບາມານັ້ນ ກໍຕາມ.

ທ່ານ Aaron Keyak ​ເປັນຜູ້ອໍານວຍການບໍລິຫານ ສະພາຊາວ​ຍິວປະຊາທິປັ​ດແຫ່ງຊາດ.
ກຸ່ມດັ່ງກ່າວ​ໄດ້ຖືກເຊື້ອເຊີນ ໄປສົນທະນາຫາລືກັບປະທານາທິບໍດີ​ໂອ​ບາ​ມາ ເມື່ອບໍ່ດົນມາ
ນີ້. ທ່ານ ແອຣັນ ຄີຢັກ ເວົ້າວ່າ:

“ປະທານາທິບໍດີຜູ້ນີ້ ດັ່ງທີ່ພົບເຫັນໃນການເລຶອກຕັ້ງ ຄັ້ງແລ້ວເລົ່ານັ້ນ ແມ່ນ
ເປັນມິດທີ່ແທ້ຈິງ ຕໍ່ຊາວຢິວມາຕະຫຼອດ ແລະຜູ້ປ່ອນບັດ ຊາວອະເມຣິກັນ
ເຊື້ອສາຍຢິວ ກໍໄດ້ພິສູດໃຫ້ທ່ານໂອບາມາ
ເຫັນຄືກັນ.”

Eric Fusfield ປະຈໍາກຸ່ມ B’nai Brith International ເອີ້ນການຢ້ຽມຢາມຂົງເຂດ ຕາເວັນອອກກາງຂອງທ່ານໂອບາມາຄັ້ງນີ້ ວ່າເປັນໂອກາດອັນດີ ທີຈະໄດ້ເຫັນສິ່ງທີ່ ກໍາລັງເກີດຂຶ້ນແທ້ໆ ຢູ່ໃນຂົງເຂດດັ່ງກ່າວ. ທ່ານ ຟັສຟີລ ເວົ້າວ່າ:

“ແທ້ໆແລ້ວ ມັນບໍ່ມີສິ່ງໃດທີ່ຈະມາແທນທີ່ການພົວພັນກັນ ໜ້າຕໍ່ໜ້າໄດ້ດອກ ເພື່ອໃຫ້ປະຊາຊົນໃນລະດັບຮາກຫຍ້າ ຮູ້ເຫັນແລະຮູ້ສຶກເຖິງ ສິ່ງທີ່ກໍາລັງເກີດ
ຂຶ້ນຢູ່ໃນອີສຣາແອລໃນປັດຈຸບັນນີ້.”


ບັນດາກຸ່ມອະເມຣິ ກັນເຊື້ອສາຍອາຣັບຫຼາຍກຸ່ມ ກໍໄດ້ຮັບເຊີນໃຫ້ໄປພົບກັບທ່ານໂອບາມາ
ທີ່ທໍານຽບຂາວ ເຊ່ນກັນ ໂຮມທັງຄະນະກໍາມະການ ຕໍ່ຕ້ານການຈໍາແນກກີດກັນ ອາຣັບ-
ອາເມຣິກັນ ນໍາ.

Warren David ປະທານຂອງກຸ່ມດັ່ງກ່າວ ເວົ້າວ່າ ພວກເຂົາເຈົ້າຊາວອາເມຣິກັນ ເຊື້ອ
ສາຍອາຣັບ ບອກປະທານາທິບໍດີໂອບາມາວ່າ ພວກເຂົາເຈົ້າຜິດຫວັງຫຼາຍ ນໍາການຂາດ
ຄວາມກ້າວໜ້າໄປສູ່ການອະນຸມັດໃຫ້ປາແລັສໄຕ ເປັນປະເທດນຶ່ງນັ້ນ. ທ່ານ ເດວິດ ເວົ້າວ່າ:

“ຂ້າພະເຈົ້າໄດ້ເວົ້າອອກມາຢ່າງກົງໆ ຕໍ່ທ່ານໂອບາມາວ່າ ຂ້າພະເຈົ້າຫວັງວ່າ ທ່ານຈະປະມູນເຊື້ອຢ່າງນຶ່ງໄວ້ ແລະນັ້ນຈະເປັນສິ່ງນຶ່ງ ທີ່ທ່ານຈະປະສົບຜົນ
ສໍາເລັດໃນຖານະປະທານາທິບໍດີ.
ແລະຂ້າພະເຈົ້າຕ້ອງຂໍບອກວ່າ ໃນຕອນ ເຂົ້າໄປພົບທ່ານໂອບາມາທໍາອິດນັ້ນ ຂ້າພະເຈົ້າບໍ່ຄວາມຮູ້ສຶກມີຄວາມຫວັງ ຫຍັງເລີຍ ແຕ່ຂ້າພະເຈົ້າອອກຈາກທໍານຽບຂາວມາ ດ້ວຍຄວາມຮູ້ສຶກໃນແງ່
ດີຫຼາຍຂຶ້ນ ຍ້ອນສິ່ງທີ່
ທ່ານປະທານາທິບໍດີ ແລະທີ່ປຶກສາຂອງທ່ານ ໄດ້ເວົ້າ ກັບພວກເຮົາ.”

ທ່ານ David ເວົ້າມ້ວນທ້າຍວ່າ ຊາວອະເມຣິກັນເຊື້ອສາຍອາຣັບ ໄດ້ບອກທ່ານໂອບາ
ມາ ວ່າ ພວກເຂົາເຈົ້າຫວັງວ່າ ຈະມີສັນຕິພາບກັນໃນທີ່ສຸດລະຫວ່າງອີສຣາແອລກັບ
ປາແລັສໄຕ.

ເບິ່ງລາຍງານວີດິໂອ ຊາວອິສຣາແອລກັບປາແລສໄຕ ບໍ່ຄິດວ່າ ການຢ້ຽມຢາມ
ຂອງທ່ານໂອບາມາ ຈະມີປະໂຫຍດຫຍັງ:


Israelis, Palestinians Skeptical Over Success of Obama Visit
please wait

No media source currently available

0:00 0:02:49 0:00
ລິງໂດຍກົງ
XS
SM
MD
LG