ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາສັນຕິພາບ ໃນພາກຕາເວັນອອກາງ


ສັນນິບາດ​ຊາດ​ອາຣັບ ​ໄດ້​ໃຫ້ການສະໜັບສະໜຸນ ​ແກ່​ການຮືຟື້ນ​ການ​ເຈລະ​ຈາ​ສັນຕິພາບກັນທາງ​ອ້ອມ​ ຄືນໃໝ່ ລະຫວ່າງ​ອີສຣາ​ແອນ​ແລະ​ຝ່າຍ​
ປາ​ເລ​ສໄຕນັ້ນ ຊຶ່ງ​ພາ​ໃຫ້​ເກີດ​ຄວາມ​ຫວັງ​ວ່າ ຈະ​ມີ​ການຮື້​ຟື້ນ​ການ​ດຳ​ເນີນ​ຂັ້ນ​ຕອນ​ສ້າງສັນຕິພາບໃນ​ພາກ​ຕາ​ເວັນ​ອອກກາງ​ ທ່ີ​ຕົກ​ຢູ່​ໃນ​ສະພາບ
ບໍ່​ໄປ​ບໍ່​ມາ​ນັ້ນ ​ຄືນມາ​ອີກ. ການ​ຕັດສິນ​ໃຈ​ດັ່ງກ່າວ​ ໄດ້​ປະກາດ​ໃຫ້​ຮູ້​ໃນ​ວັນ​ເສົາ​ວານ​ນີ້ ຫລັງ​ຈາກການ​ພົບ​ປະກັນ​ຂອງບັນດາລັດຖະມຸນ ຕີ​ຕ່າງ
ປະ​ເທດ​ ຈາກ​ພວກ​ປະ​ເທດ​ສະມາຊິກ​ຂັ້ນ​ສູງ​ຂອງ​ສັນນິບາດ​ຊາດ​ອາຣັບ ທ່ີ​ປະຊຸມ​ກັນ​ຢູ່​ Cairo ນະຄອນຫລວງ​ຂອງ​ເອຈິບ​ນັ້ນ ຊຶ່ງການ​ສະໜັບ
ສະໜຸນ​ທ່ີ​ວ່າ​ນີ້ ມີ​ຂຶ້ນ​ຫລັງ​ຈາກທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມຸນຕີການ​ຕ່າງປະ​ເທດສະຫະລັດ ​ໄດ້ປະກາດ​ໃຫ້​ຮູ້ວ່າ ການເຈລະຈາ​ກັນ​ທາງ​
ອ້ອມຈະ​ມີ້​ຂຶ້ນ ​ພາຍ​ໃນ​ອີກ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້.
ສະຫະລັດ​ໄດ້​ຮຽກຮ້ອງ​ໄປ​ຍັງພວກ​ປະ​ເທດ​ອາຣັບທັງຫລາຍ ໃຫ້​ຊ່ອຍ​ຊຸກຍູ້ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ອີສຣາ​ແອນ​ແລະ​ປາ​ເລ​ສ​ໄຕ​ນີ້ ​ໂດຍ​
ກ່າວວ່າ ຊາວ​ປາ​ເລ​ສ​ໄຕ​ຈະ​ຕ້ອງ​ມີ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ເອງ.

XS
SM
MD
LG