ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສະຣາແອລ ຜ່ອນຜັນ ການປິດລ້ອມເຂດກາຊາ


ລົດບັນທຸກ ສະຫະປະຊາຊາດ ທີ່ຂົນເຄື່ອງ ຂ້າມຈາກອິສະຣາແອລ ເຂົ້າໄປໃນເຂດກາຊາ ຂອງປາແລສໄຕນ໌ (16 ມິຖຸນາ 2010)
ລົດບັນທຸກ ສະຫະປະຊາຊາດ ທີ່ຂົນເຄື່ອງ ຂ້າມຈາກອິສະຣາແອລ ເຂົ້າໄປໃນເຂດກາຊາ ຂອງປາແລສໄຕນ໌ (16 ມິຖຸນາ 2010)

ອິສະຣາແອລ ໄດ້ຕົກລົງ ທີ່ຈະຜ່ອນຜັນ ການປິດລ້ອມ ຕໍ່ເຂດກາຊາ ແລະ ອະນຸຍາດ ໃຫ້ມີການຈັດສົ່ງ ການ ຊ່ອຍເຫຼືອ ທາງດ້ານມະນຸດສະທຳ ໃນປະລິມານເພີ້ມຂຶ້ນ ເຂົ້າໄປໃນ ເຂດປົກຄອງ ຂອງກຸ່ມຮາມັສ.

ທ່ານ MARK REGEV ໂຄສົກ ຂອງລັດຖະບານ ອິສະຣາແອລກ່າວວ່າ ແຜນການທີ່ໄດ້ຮັບການອະນຸມັດ ໃນວັນພະຫັດມື້ນີ້ ຈະອະນຸຍາດ ໃຫ້ມີການສົ່ງສິນຄ້າ ໃນປະລິມານເພີ້ມຂຶ້ນ ເຂົ້າໄປໃນເຂດກາຊາ ແລະຂະຫຍາຍ ການສົ່ງປັດໄຈວັດຖຸ ສຳລັບໃຊ້ ໃນໂຄງການ ພົນລະເຮືອນຕ່າງໆ ພາຍໃຕ້ການກວດກາ ຂອງນາໆຊາດ. ທ່ານເວົ້າວ່າ ວັດຖຸຕ່າງໆ ທີ່ອາດສາມາດນຳໃຊ້ ໃນການເຮັດອາວຸດ ຍັງຈະຖືກຫ້າມ ຢູ່ຕໍ່ໄປ.

ໂຄສົກຄົນນຶ່ງ ໃນເຂດກາຊາ ທີ່ປົກຄອງໂດຍ ກຸ່ມຮາມັສ ບໍ່ໄດ້ໃຫ້ ຄວາມສຳຄັນໃດໆ ຕໍ່ການປະກາດ ຂອງອິສະຣາແອລ ໂດຍຖືວ່າ ເປັນການໂຄສະນາ ຊວນເຊື່ອ.

ເຈົ້າໜ້າທີ່ ປາແລສໄຕນ໌ກ່າວວ່າ ການປ່ຽນແປງ ທີ່ວ່ານີ້ ຈະອະນຸຍາດ ໃຫ້ສາມາດ ນຳເອົາວັດຖຸຕ່າງໆ ເພີ້ມຫຼາຍກວ່າ 100 ລາຍການ ເຂົ້າໄປໃນ ເຂດກາຊາໄດ້ ແຕ່ກໍຍັງສືບຕໍ່ ຮຽກຮ້ອງໃຫ້ ມີການຍົກເລີກ ການປິດລ້ອມ ຕໍ່ເຂດກາຊາ ຢ່າງສິ້ນເຊີງ.

ທູດພິເສດ ພາກຕາເວັນອອກກາງ ຂອງສະຫະລັດ ທ່ານ GEORGE MITCHELL ໄດ້ກັບຄືນໄປ ຍັງຂົງເຂດ ດັ່ງກ່າວ ເພື່ອເລີ້ມ ການເຈລະຈາທາງອ້ອມ ຄືນໃໝ່ ລະຫວ່າງ ອິສະຣາແອລ ແລະປາແລສໄຕນ໌.

XS
SM
MD
LG