ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຄື່ອນໄຫວກ່ຽວກັບບັນຫາຕາເວັນອອກກາງ


ທ່ານNetanyahu ນາຍົກລັດຖະມຸນຕີອິສະຣະແອລ ກຳລັງໄປຮ່ວມກອງປະຊຸມຄະນະລັດຖະບານຂອງທ່ານ
ວັນທີ 14 ມິຖຸນາ
ທ່ານNetanyahu ນາຍົກລັດຖະມຸນຕີອິສະຣະແອລ ກຳລັງໄປຮ່ວມກອງປະຊຸມຄະນະລັດຖະບານຂອງທ່ານ ວັນທີ 14 ມິຖຸນາ

ຄະນະ​ລັດຖະບານ​ອິສະຣາ​ແອ​ລ​ໄດ້​ລົງມະຕິ​ຢ່າງ​ເປັນ​ເອກະສັນ ​ເຫັນ​ດີ ​ໃຫ້​ຈັດຕັ້ງຄະນະ​ກຳມາ​ທິການເອກະລາດ​ຂອງ​ປະຊາຊົນ
ຂຶ້ນ​ມາ ​ເພື່ອ ພິຈາລະນາເບິ່ງ​ເຫດການທະຫານ​ອິສະຣາ​ແອ​ລ ​ບຸກຂຶ້ນ​ໄປ​ເທິງ​ເຮືອ​ຂົນ​ສົ່ງ​ການຊ່ອຍ​ເຫລືອໄປ​ຍັງ​ເຂດ​ກາຊາ
ໃນເດືອນ​ພຶດສະພາ​ຜ່ານ​ມານັ້ນ.

ໃ​ນອີກ​ດ້ານ​ນຶ່ງ ຄະນະ​ກຳມາ​ທິການ​ສາກົນ​ຂອງ​ສະພາກາ​ແດງ​ກ່າວ​ວ່າ ການ​ປິດລ້ອມ​ເຂດ​ກາຊາ​ຂອງ​ອິສະຣາ​ແອລ
ເປັນ​ການລະ​ເມີດ​ກົດໝາຍ​ສາກົນ ​ແລະລະ​ເມີດ​ສັນຍາ​ເຈ​ນີ​ວາ ທ່ີ​ຫ້າມ​ການ​ລົງ​ແບບ​ກວມລວມ ຕໍ່ປະຊາຊົນ​ພົນລະ​ເຮືອນ.
ຄະນະ​ກຳມາ​ທິການ​ສາກົນ​ຂອງ​ສະພາກາ​ແດງ​ ຫລື ICRC ຮຽກຮ້ອງ​ໃຫ້​ອິສະຣາ​ແອລ ​ຍົກ​ເລີກ​ການ​ປິດ​ລ້ອມດັ່ງກ່າວ.

ໃນ​ວັນ​ຈັນ​ມື້​ນີ້​ເຊ່ັນ​ກັນ ທ່ານ Tony Blair ທູດ​ພິ​ເສດ​ວ່າ​ດ້ວຍ​ກິດຈະ ການ​ພາກ​ຕາ​ເວັນ​ອອກ​ກາງ ​ພົບ​ປະ​ກັບ​ບັນດາ
ລັດຖະມຸນຕີ​ການ​ຕ່າງປະ​ເທດ​ຂອງ​ພວກ​ປະ​ເທດ​ໃນ​ກຸ່ມສະຫະພາບ​ຢູ​ໂຣບ. ອະດີດ​ນາຍົກລັດຖະ ມຸນຕີອັງກິດ​ ກ່າວ​ວ່າ
ທ່ານ​ຫວັງ​ວ່າຈະ​ໄດ້​ເຫັນ​ການ​ເຄື່ອນ​ໄຫວ​ໃນ​ອີກ​ບໍ່​ເທົ່າໃດ​ມື້​ຂ້າງ​ໜ້າ​ນີ້​ ກ່ຽວ​ກັບ​ການ​ຜ່ອນຄາຍ​ການ​ປິດ​ລ້ອມ​ຂອງ
ອິສະຣາ​ແອລ ໃນ​ເຂດ​ກາ​ຊາ​ນັ້ນ.

XS
SM
MD
LG