ຄະນະກຳມາທິການ ສະພາແຫ່ງຊາດຂອງອີຣັກ ໄດ້ຂໍຮ້ອງໃຫ້ ລັດຖະບານ ຂອງ
ປະເທດ ໃນວັນອາທິດວານນີ້ “ຕອບໂຕ້” ການກະທຳທີ່ເປັນບັນຫາດ້ານ ຄົນເຂົ້າ
ເມືອງ ຂອງສະຫະລັດ ທີ່ເປັນເລື່ອງນອງນັນ ທີ່ໄດ້ວາງອອກໂດຍປະທານາທິບໍດີ ສະຫະລັດ ທ່ານດໍໂນ ທຣຳ ຕໍ່ພົນລະເມືອງທີ່ມາຈາກເຈັດປະເທດທີ່ເປັນມຸສລິມ.
ລັດຖະບານຂອງອີຣັກ ມາເຖິງເວລານີ້ ຍັງບໍ່ໄດ້ໃຫ້ຄຳເຫັນໃດໆ ຕໍ່ສາທາລະນະຊົນ ກ່ຽວກັບດຳລັດດ້ານບໍລິຫານຂອງປະທານາທິບໍດີ ທຣຳ ໂດຍການຈຳກັດຄົນເຂົ້າ
ເມືອງ ເປັນເວລາ 120 ມື້ ທີ່ມາຈາກປະເທດອີຣ່ານ ອີຣັກ ລີເບຍ ໂຊມາເລຍ ຊີເຣຍ ຊູດານ ແລະ ເຢເມນ. ແຕ່ ບັນດາເຈົ້າໜ້າທີ່ໃນນະຄອນຫຼວງ ແບກແດດ ກ່າວວ່າ ພວກເຂົາເຈົ້າຈະວິ້ງເຕັ້ນ ຕໍ່ຄະນະລັດຖະບານ ສະຫະລັດ ເພື່ອໃຫ້ຕ່າວປີ້ນ ມາດຕະ ການບໍລິຫານດັ່ງກ່າວ. ຫຼືຢ່າງໜ້ອຍ ກໍຜ່ອນເບົາມາດຕະການບໍລິຫານນີ້ລົງ ຕໍ່ຊາວ
ອີຣັກ. ແລະພວກເຂົາເຈົ້າວາງແຜນວ່າ ຈະເຕືອນທຳນຽບຂາວວ່າ ການຫ້າມຊົ່ວຄາວ ຄົນເຂົ້າເມືອງນີ້ ຈະເປັນໄພຂົ່ມຂູ່ ຕໍ່ຄວາມຮ່ວມມື ໃນການເຮັດສົງຄາມຕ້ານ ພວກກຸ່ມ ຫົວຮຸນແຮງລັດອິສລາມ.
ພວກລັດຖະບານຕ່າງໆ ໃນບັນດາປະເທດອາຣັບ ຍັງມິດງຽບຢູ່ ໃນການຕອບໂຕ້ ຕໍ່ການສັ່ງຫ້າມດັ່ງກ່າວ ໂດຍຈະເຈລະຈາຢ່າງຈິງຈັງ ກັບວໍຊິງຕັນ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ