ວັນເລືອກຕັ້ງກາງສະໄໝຂອງລັດຖະສະພາສະຫະລັດກໍຄືວັນທີ 8 ພະຈິກກຳລັງຫຍັບໃກ້ເຂົ້າມາທຸກມື້. ບັນດາຜູ້ລົງສະໝັກເລືອກຕັ້ງທັງໃໝ່ແລະຜູ້ທີ່ຢາກໃຫ້ຖືກເລືອກຕັ້ງຄືນອີກ ຕ່າງກໍພາກັນອອກໂຄສະນາຫາສຽງຢ່າງຫ້າວຫັນ, ໃນນັ້ນກໍມີ ສະມາຊິກສະພາຕ່ຳປະຈຳລັດມິນເນໂຊຕາ ຄາວລີ ວາງ ເຮີ (Kaohly Vang Her) ທີ່ເປັນນັກການເມືອງອາເມຣິກັນ ເຊື້ອສາຍລາວເຜົ່າມົ້ງ. ທ່ານນາງທີ່ສັງກັດພັກເດໂມແຄຣັດ ແລະບອກກັບວີໂອເອວ່າ:
“ຂ້້າພະເຈົ້າຮູ້ສຶກຕື່ນເຕັ້ນຫຼາຍ, ແຕ່ກໍ່ເຮັດວຽກຢ່າງໜັກ ເພາະວ່າວິທີທາງການ ເມືອງໃນປະເທດນີ້ໃນອາເມຣິກາໜີ້ ມີຂໍ້ມູນບອກພວກເຮົາວ່າ ຖ້າປະທານາທິ ບໍດີທີ່ກຳຕໍາແຫນ່ງມາຈາກພັກໃດ ຊຶ່ງໃນປັດຈຸບັນແມ່ນປະທານາທິບໍດີໄບເດັນ ທີ່ມາຈາກພັກເດໂມແຄຣັດ ແລ້ວໃນການເລືອກຕັ້ງກາງສະໄໝໃນເດືອນພະຈິກນີ້ ແມ່ນພວກເຮົາຈະສູນເສຍການເປັນພັກມີສຽງສ່ວນຫຼາຍ. ສະນັ້ນຫລະ ພວກເຮົາກໍາລັງເຮັດວຽກຢ່່າງຫນັກເພື່ອວ່າບໍ່ໃຫ້ພວກເຮົາສູນເສຍການມີສຽງ ສ່ວນຫຼາຍໃນສະພາຕ່ຳ ເພາະວ່າມັນມີຫຼາຍບັນຫາທີ່ຕ້ອງໄດ້ແກ້ໄຂສໍາລັບປະຊາຊົນໃນລັດເມນີໂຊຕາ ພວກເຮົາຈະຕ້ອງຮັກສາສະພາຕ່ຳຂອງລັດໄວ້ໃຫ້ໄດ້.”
ທ່ານນາງກຳຕຳແໜ່ງຂັ້ນສູງລະດັບສາມໃນພັກເດໂມແຄຣັດທີ່ຄວບຄຸມສຽງສ່ວນຫລາຍສະພາຕ່ຳຂອງລັດເມນີໂຊຕາ. ທ່ານນາງບອກວ່າບັນຫາສຳຄັນທີ່ທ່ານນາງຢາກແກ້ໄຂຄືສິດທິໃນການສືບພັນ ຫລືສິດຂອງແມ່ຍິງໃນການເຮັດແທ້ງລູກ, ສິດໃນການປ່ອນບັດເລືອກຕັ້ງ ແລະປະຊາທິປະໄຕ, ການປ້ອງກັນ ບໍ່ໃຫ້ມີການກໍ່ຄວາມຮຸນແຮງ ໂດຍການໃຊ້ປືນ ແລະບັນຫາກ່ຽວກັບການປືນ ນອກຈາກນັ້ນກໍຍັງມີບັນຫາອື່ນໆທີ່ມີຄວາມສໍາຄັນຫຼາຍກັບຄົນໃນລັດຂອງທ່ານນາງ.
ຜູ້ແທນສະພາຕ່ຳຂອງລັດເມນີໂຊຕາ ທີ່ເປັນເຊື້ອສາຍລາວເຜົ່າມົ້ງ ອອກໂຄສະນາ ຫາສຽງ ຢ່າງໜັກກ່ອນການເລືອກຕັ້ງກາງສະໄໝ
