ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ແມ່​ຍິງ​ລາວ- ອາ​ເມ​ຣິ​ກັນ ຍັງ​ມີ ຄວາມ​ຫວັງ ​ທີ່​ຈະຊະ​ນະ ການ​ເລືອກ​ຕັ້ງ ເປັນ ສະມາຊິກ ສະພາສູງ ຢູ່​ລັດ ໂອ​ຮາຍ​ໂອ ທີ່​ມີ​ຄະ​ແນນ ໃກ້​ຄຽງກັນ​


ທ.ນ. ທີນາ ມະຫາລາດ ທີ່ລົງສະໝັກເລືອກຕັ້ງ ເປັນສະມາຊິກສະພາສູງ ປະຈຳລັດໂອຮາຍໂອ ພາເດັກນ້ອຍ ຮັກຮຽນປະຖົມ ໃນເຂດເລືອກຕັ້ງຂອງຕົນ ອ່ານປຶ້ມ.
ທ.ນ. ທີນາ ມະຫາລາດ ທີ່ລົງສະໝັກເລືອກຕັ້ງ ເປັນສະມາຊິກສະພາສູງ ປະຈຳລັດໂອຮາຍໂອ ພາເດັກນ້ອຍ ຮັກຮຽນປະຖົມ ໃນເຂດເລືອກຕັ້ງຂອງຕົນ ອ່ານປຶ້ມ.

ການ​ເລືອກ​ຕັ້ງ​ກາງ​ສະ​ໄໝຂອງ​ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີຂອງ​ທ່ານ ທ​ຣຳ ທີ່​ຈັດ​ຂັ້ນ​ໃນ
ວັນ​ອັງ​ຄານວານ​ນີ້ ປາ​ກົດ​ວ່າ ພັກ​ເດ​ໂມ​ແຄ​ຣັດສາ​ມາດ​ຍາດ​ເອົາ​ການ​ຄວບ​ຄຸມ​ສະ​ພາ​
ຕ່ຳກັບ​ຄືນ​ມາ​ອີກ ​ພາຍ​ຫລັງສະ​ພາ​ດັ່ງ​ກ່າວ​ຕົກ​ໄປ​ຢູ່​ໃນ​ການ​ຄວບ​ຄຸມ​ຂອງ​ພັກ​ຣີ​ພັບ​ລິ​
ກັນໃນ​ 8 ປີ​ຜ່ານ​ມາ ໃນ​ຂະ​ນະ​ທີ່​ພັກ​ຣີ​ພັບ​ລິ​ກັນ ກໍ​ຍັງ​ຮັກ​ສາ​ການ​ຄວບ​ຄຸມສະ​ພາ​ສູງ​ໄວ້​
ໄດ້​ຄື​ເກົ່າ ຊຶ່ງພັກ​ດັ່ງ​ກ່າວບໍ່​ພຽງ​ແຕ່​ສາ​ມາດ​ຮັກ​ສາ​ບ່ອນ​ນັ່ງ 51 ບ່ອນ​ໄວ້​ໄດ້​ເທົ່າ​ນັ້ນ ຍັງ​
ຄາດ​ວ່າ​ອາດ​ໄດ້​ຄອບຄອງ​ເພີ້ມ​ຂຶ້ນ​ອີກ 2 ຫລື 3 ບ່ອນ​ໃນ​ສະ​ພາ​ທີ່​ມີ​ທັງ​ໝົດ 100 ບ່ອນ
ດັ່ງ​ກ່າວນັ້ນ, ອີງ​ຕາມ​ການ​ລາຍ​ງານຂອງ​ນັກ​ຂ່າວວີ​ໂອ​ເອ ເອ​ລີ​ຊາ​ເບັດ ເຊີ​ເນັ​ຟ
(Elizabeth Cherneff) ມື້​ເຊົ້າ​ນີ້.

ທາງດ້ານທ່ານ​ນາງ ທີ​ນາ ມະ​ຫາ​ລາດ ທີ່​ລົງ​ສະ​ໝັກ​ເລືອກ​ຕັ້ງເປັນ​ສະ​ມາ​ຊິກ​ສະ​ພາ​ສູງ​
ປະ​ຈຳ​ລັດຂອງ​ທ່ານ​ນາງ ກໍ​ຄື​ລັດໂອ​ຮາຍ​ໂອນັ້ນ​ໄດ້​ກ່າວ​ຕໍ່ ບົວ​ສະ​ຫວັນ, ນັກ​ຂ່າວ​ວີ​ໂອ
​ເອພະ​ແນກ​ພາ​ສາ​ລາວ​ວ່າ ‘ຍັງ​ບໍ່​ມີ​ການ​ນັບ​ຄະ​ແນນ​ສຽງທີ່​ມີ​ຜົນ​ຕັດ​ສິນ​ເທື່ອ’. ແມ່​ຍິງ
​ໜຸ່ມທີ່​ມີ​ເຊື້ອ​ສາຍ​ລາວ​ທ່ານນີ້ ບອກວ່າ​ ການ​ແຂ່ງ​ຂັນ​ຄັ້ງ​ນີ້​ຮູ້​ສຶກວ່າ ດຸ​ເດືອດຫລາຍ.
ຕາມ​ກາ​ນັບບັດຄະ​ແນນ​ສຽງ​ກ່ອນມື້​ເລືອກ​ຕັ້ງ​ນັ້ນ ທ່ານ​ນາງ​ແມ່ນມີ​ຄະ​ແນນ​ນຳ​ໜ້າ​ຄູ່​
ແຂ່ງ ຈາກ​ພັກ​ຣີ​ພັບ​ບ​ລິ​ກັນ ແຕ່​ວ່າ ຜົນ​ການ​ນັບ​ຄະ​ແນນ​ສຽງ​ໃນ​ການເລືອກ​ຕັ້ງ​ທີ່​ປິດ​ລົງ​
ເວ​ລາ 7:30 ຕອນ​ແລງວານນີ້ ຄູ່​ແຂ່ງ​ຂອງ​ທ່ານໄດ້​ 147 ຄະ​ແນນ ລື່ນ​ທ່ານ​ນາງ. ສະ​ນັ້ນ
ຈຶ່ງບໍ່​ທັນ​ຕັດ​ສິນ​ໄດ້​ເທື່ອວ່າ​ ໃຜ​ຊະ​ນະ ຈົນ​ກວ່າ​ຈະ​ມີ​ການ​ນັບ​ຄະ​ແນນ​ຄືນໝົດ ລວມ​ທັງ
ບັດ​ລົງ​ຄະ​ແນນ​ສຽງ ທີ່​ສົ່ງ​ທາງ​ໄປ​ສະ​ນີ ແລະ​ບາງ​ບັດ​ທີ່​ຍັງ​ຄ້າງ​ຄາ​ຢູ່.​ບັນ​ຫາທີ່​ທ່ານ​ນາງ
ຢາກ​ສຸມໃສ່ແກ້​ໄຂ​ໃຫ້​ປະ​ຊາ​ຊົນ​ໃນ​ເຂດ​ທີ່​ທ່ານ​ນາງ​ອາ​ໄສ​ຢູ່ກໍ​ຄື ​ການປະ​ຕິ​ຮູບລະ​ບົບ​ຍຸ​
ຕິ​ທຳ​, ​ການ​ຮັກ​ສາ​ສຸ​ຂະ​ພາບ ເຊັ່ນ ລະ​ບົບ Medicare ແລະ Medicaid ຊຶ່ງ​ເປັນ​ລະ​ບົບ
​ການ​ຊ່ວຍ​ເຫລືອ​ຂອງ​ລັດ​ຖະ​ບານ​ຕໍ່​ຄົນ​ຊະລາ ແລະກະສ​ຽນ​ແລ້ວ, ການ​ສົ່ງ​ເສີມ​ບົດ​ບາດ
ແລະ​ປົກ​ປ້ອງ​ແມ່​ຍິງ, ແລະ​ສິດ​ສະ​ເໝີ​ພາບ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ລວມ​ທັງ​ສິດຂອງ​
ພວກ​ຮັກ​ຮ່ວມ​ເພດ ຊຶ່ງ​ທັງ​ໝົດ​ນີ້ເປັນ​ບັນ​ຫາຫລັກ​ທີ່​ນັກ​ການ​ເມືອງ​ໃນພັກ​ເດ​ໂມ​ແຄ​ຣັດ
ໂດຍທົ່ວ​ໄປແລ້ວມັກນຳເອົາ​ມາ​ເວົ້າ​ໃນການ​ໂຄ​ສະ​ນາ​ຫາ​ສຽງ.

ນາງ ທັນ​ຢາ ກາ​ວາ​ຊາ​ກີ, ຜູ້​ປ່ອນ​ບັດ​ເອົາ​ພັກ​ເດ​ໂມ​ແຄ​ຣັດ ໃນ​ລັດ​ແມ​ຣີ​ແລນ ໃນ​ການ​ເລືອກ​ຕັ້ງ ກາງ​ສ​ະໄໝນີ້
ນາງ ທັນ​ຢາ ກາ​ວາ​ຊາ​ກີ, ຜູ້​ປ່ອນ​ບັດ​ເອົາ​ພັກ​ເດ​ໂມ​ແຄ​ຣັດ ໃນ​ລັດ​ແມ​ຣີ​ແລນ ໃນ​ການ​ເລືອກ​ຕັ້ງ ກາງ​ສ​ະໄໝນີ້

ດັ່ງ​ທີ່ ຍາ​ນາງ​ທັນ​ຍາ ກາ​ວາ​ຊາ​ກິ ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ລາວຄົນ​ນຶ່ງ​ໃນລັດ​ແມ​ຣີ​ແລນ
ບອກວ່າ​ນາງເລືອກ​ເອົາພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ 4 ທ່ານ​ໄປ​ກຳ​ຕຳແໜ່ງ​ທັງ​ຢູ່​ໃນ​ລັດ​
ຂອງ​ນາງ ແລະ​ຢູ່​ໃນ​ລະ​ດັບ​ຊາດ ດ້ວຍ​ເຫດ​ຜົນ​ວ່າ:

"ມັກ​ແນວ​ທາງ​ເຂົາ​ເຈົ້າ​ເນາະ. ພວກ​ເດ​ໂມ​ແຄ​ຣັດ​ເຂົາ​ເຈົ້າ​ຊ່ວຍ​ເຫລືອຄົນ​ເລື້ອງແບບ​
ເລື້ອງ​ສຸ​ຂະ​ພາບ ຈັ່ງ​ຊີ້​ນະ. ເຂົາ​ເຈົ້າ​ມີ​ໂຄງ​ການ​ຊ່ວຍ​ເຫລືອ​ຫລາຍ​ນະ. ເລື້ອງ
Medicare Medicaid ນີ້​ນະ ຄັນ​ເລືອກ​ເອົາ​ພັກ​ຣ​ພັບ​ລິ​ກັນ ມັນ​ຈະ​ເຮັດ​ໃຫ້​ມີ​ການ​
ປ່ຽນ​ແປງ​ເນາະ ເພາະ​ວ່າ ຜູ້​ລາງ​ຄົນ​ເຂົາ​ເຈົ້າ ບໍ່​ສາ​ມາດ​ຈ່າຍ​ໄດ້."

XS
SM
MD
LG