ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ບໍ​ລິ​ສັດ​ໄມ​ໂຄ​ຣ​ຊອ​ຟ ກ່າວ​ວ່າ ​ສອດ​ແນມ​ທາງ​ໄຊ​ເບີ້ຂອງ​ຣັດ​ເຊຍ ແນ​ເປົ້າ​ໝາຍ​ໃສ່ 42 ປະ​ເທດ ​ພັນ​ທະ​ມິດ​ຂອງ​ຢູ​ເຄ​ຣນ


ແຟ້ມ - ທີ່​ແນມ​ເຫັນ​ນັ້ນ ແມ່ນ​ກ້ອງວົງ​ຈອນ​ປິດ ໃກ້​ຫ້ອງ​ການ​ຂອງ​ບໍ​ລິ​ສັດ​ໄມ​ໂຄ​ຣ​ຊອ​ຟ ທີ່​ປັກ​ກິ່ງ ປະ​ເທດ​ຈີນ ເມື່ອ​ວັນ​ທີ 20 ກໍ​ລະ​ກົດ 2021.
ແຟ້ມ - ທີ່​ແນມ​ເຫັນ​ນັ້ນ ແມ່ນ​ກ້ອງວົງ​ຈອນ​ປິດ ໃກ້​ຫ້ອງ​ການ​ຂອງ​ບໍ​ລິ​ສັດ​ໄມ​ໂຄ​ຣ​ຊອ​ຟ ທີ່​ປັກ​ກິ່ງ ປະ​ເທດ​ຈີນ ເມື່ອ​ວັນ​ທີ 20 ກໍ​ລະ​ກົດ 2021.

ບັງ​ເອີນ​ທີ່​ມີ​ການ​ໂຈມ​ຕີ​ທາງ​ໄຊ​ເບີ້​ແບບ​ບໍ່​ຢຸດ​ຢ່ອນ​ຕໍ່​ຢູ​ເຄ​ຣນ ພວກ​ເຈາະ​ຂໍ້​ມູນ​ຣັດ​ເຊຍ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ລັດ​ຖະ​ບານ ແມ່ນ​ມີ​ສ່ວນ​ພົວ​ພັນ “ໃນ​ການ​ຈາ​ລະ​ກຳ​ທາງ​ຍຸດ​ທະ​ສາດ” ຕໍ່​ລັດ​ຖະ​ບານ​ຂອງປະ​ເທດ​ຕ່າງໆ ອົງ​ການ​ຄົ້ນ​ຄວ້າ ທຸ​ລະ​ກິດ​ ແລະອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ ຢູ່​ໃນ 42 ປະ​ເທດ ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຢູ​ເຄ​ຣນ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ບໍ​ຣິ​ສັດ​ໄມ​ໂຄ​ຣ​ຊອ​ຟ ຢູ່​ໃນ​ລາຍ​ງານ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ພຸດ​ວານນີ້.

“ນັບ​ແຕ່​ສົງ​ຄາມ​ເລີ້ມ​ຂຶ້ນ ​ການ​ແນ​ເປົ້າ​ໝາຍ​ຂອງຣັດ​ເຊຍ ໃສ່ພັນ​ທະ​ມິດ​ຂອງ​ຢູ​ເຄ​ຣນ ແມ່ນ​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ 29 ເປີ​ເຊັນ” ທ່ານ​ແບ​ຣັດ ສ​ມິດ ປະ​ທານ​ຂອງ​ໄມ​ໂຄ​ຣ​ຊອ​ຟຂຽນ​ວ່າ ຈາກການ​ລັກ​ຂະ​ໂມຍ​ຂໍ້​ມູນ​ຢ່າງ​ໜ້ອຍ​ນຶ່ງ​ສ່ວນ
ສີ່​ແມ່ນ​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ເຈາະ​ເຂົ້າ​ໄປ​ໃນ​ຕາ​ໜ່າງ​ຄອມ​ພິວ​ເຕີ້.

ທ່ານ​ສ​ມິດກ່າວ​ວ່າ “ໃນ​ຂະ​ນະ​ທີ່​ແນວ​ໂຮມ​ຂອງ​ປະ​ເທດ​ຕ່າງໆ ​ໄດ້​ຮ່ວມ​ມື​ກັນ​ເພື່ອ​ປ້ອງ​ກັນ​ຢູ​ເຄ​ຣນນັ້ນ ​ບັນ​ດາໜ່ວຍ​ສືບ​ລັບ​ຂອງ​ຣັດ​ເຊຍກໍ​ເພີ້ມ​ການ​ໂຈມ​ຕີ​ເຈາະ​ຂໍ້​ມູນ​ແລະ​ການ​ຈາ​ລະ​ກຳ​ທີ່​ແນ​ເປົ້າ​ໝາຍ​ໃສ່​ລັດ​ຖະ​ບານ​ຂອງ​ປະ​ເທດ​ພັນ​ທະ​ມິດຢູ່ນອກ​ຢູ​ເຄ​ຣນ.”

ເກືອບ​ສອງ​ສ່ວນ​ສາມ​ຂອງ​ການ​ຈາ​ລະ​ກຳ​ທາງ​ໄຊ​ເບີ້ ແມ່ນ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ເນ​ໂຕ້. ສະ​ຫະ​ລັດ​ແມ່ນ​ເປົ້າ​ໝາຍ​ທີ່​ສຳ​ຄັນ​ສຸດ ແລະ​ໂປ​ແລນ ຊຶ່ງ​ເປັນ​ປະ​ເທດຈັດ​ສົ່ງ​ຄວາມ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ ​ທີ່​ສຳ​ຄັນ​ໄປ ​ໃຫ້​ຢູ​ເຄ​ຣນ ແມ່ນ​ນ້ຳ​ເບີ​ສອງ. ໃນ​ໄລ​ຍະ​ສອງ​ເດືອນ​ຜ່ານ​ມານີ້ມີ​ການ​ສັງ​ເກດ​ເຫັ​ນ​ວ່າ ເ​ດັນ​ມາກ ນໍ​ເວ ຟິນ​ແລນ ສະ​ວີ​ເດັນ ແລະ​ເທີ​ກີ ກໍ​ເປັນ​ເປົ້າ​ໝາຍ​ທີ່​ຖືກ​ໂຈມ​ຕີ​ເພີ້ມ​ຂຶ້ນ.

ຍົກ​ເວັ້ນ​ ປະ​ເທດ​ແອັ​ສ​ໂທ​ເນຍ ບ່ອນ​ທີ່​ໄມ​ໂຄ​ຣ​ຊອ​ຟ​ກ່າວ​ວ່າ ຕົນ​ບໍ່​ໄດ້​ສັງ​ເກດ​ເຫັນການ​ໂຈມ​ຕີ​ທາງ​ໄຊ​ເບີ້​ຂອງ​ຣັດ​ເຊຍ ນັບ​ແຕ່​ປະ​ເທດ​ດັ່ງ​ກ່າວ​ໄດ້​ບຸກ​ເຂົ້າ​ໄປໃນຢູ​ເຄ​ຣນ​ເມື່ອ​ວັນ​ທີ 24 ກຸມ​ພາ​ຜ່ານ​ມາ. ບໍ​ລິ​ສັດ​ໄມ​ໂຄ​ຣ​ຊອ​ຟ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຕໍ່ການ​ທີ່​ແອັ​ສ​ໂທ​ເນຍ​ໄດ້​ນຳ​ໃຊ້​ລະ​ບັບ ‘cloud computing’ ຊຶ່ງ​ເປັນ​ການ​ງ່າຍ​ທີ່​ຈະ​ພົບ​ເຫັນ​ພວກ​ລ່ວງ​ລ້ຳ​ເຈາະ​ຂໍ້​ມູນ. “ການ​ປ້ອງ​ກັນ​ຮ່ວມ​ທີ່​ສຳ​ຄັນຕໍ່​ຈຸດ​ອ່ອນ​ຕ່າງ​ແມ່ນ​ຍັງ​ມີ​ຢູ່” ໃນ​ລັດ​ຖະ​ບານ​ຂອງ​ບາງ​ປະ​ເທດ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ບໍ​ລິ​ສັດ​ໄມ​ໂຄ​ຣ​ຊອ​ຟ ໂດຍ​ບໍ່​ໄດ້​ລະ​ບຸ​ວ່າ​ແມ່ນ​ປະ​ເທດ​ໃດ.

ເຄິ່ງ​ນຶ່ງ​ຂອງ 128 ອົງ​ການ​ຈັດ​ຕັ້ງ​ທີ່​ຕົກ​ເປັນ​ເປົ້າ​ຂອງ​ການ​ໂຈມ​ຕີແມ່ນ​ພະ​ແນກການ​ຕ່າງໆ​ຂອງ​ລັດ​ຖະ​ບານ ແລະ 12 ເປີ​ເຊັນ ແມ່ນ​ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບລັດ​ຖະ​ບານ ໂດຍ​ທົ່ວ​ໄປ​ແລ້ວ​ແມ່ນ​ອົງ​ການ​ຄົ້ນ​ຄວ້າ ຫຼື​ກໍ​ກຸ່ມ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ ອີງ​ຕາມ​ລາຍ​ງານຍາວ 28 ໜ້າ. ສ່ວນ​ເປົ້າ​ໝາຍ​ອື່ນໆນັ້ນ ແມ່ນ​ຮວມ​ທັງ​ບໍ​ລິ​ສັດ ​ໂທ​ລະ​ຄົມ​ມະ​ນາ​ຄົມ ພະ​ລັງ​ງານ ແລະ​ປ້ອງ​ກັນ​ປະ​ເທດ.

ບໍ​ລິ​ສັດ​ໄມ​ໂຄ​ຣ​ຊອ​ຟ​ກ່າວ​ວ່າ ການ​ປ້ອງ​ກັນ​ທາງ​ໄຊ​ເບີ້​ຂອງ​ຢູ​ເຄ​ຣນ “​ແມ່ນພິ​ສູດ​ໃຫ້​ເຫັນ​ວ່າ​ເຂັ້ມ​ແຂງ ກວ່າ​ຄວາມ​ສາ​ມາດ​ຂອງ​ຣັດ​ເຊຍ ໃນ “ຄື້ນ​ການ​ໂຈມ​ຕີ​ທຳ​ລາຍ​ລ້າງ​ ທາງ​ໄຊ​ເບີ ຕໍ່ 48 ພະ​ແນກ​ການ​ ແລະ​ວິ​ສາ​ຫະ​ກິດ​ຕ່າງໆ ​ຂອງ​ຢູ​ເຄ​ຣນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG