ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດໄມໂຄຣຊັອຟ ກ່າວວ່າ ການໂຈມຕີທາງໄຊເບີຂອງ ຣັດເຊຍ ​ແນເປົ້າໝາຍຕື່ມໃສ່ ພະແນກການ ແລະລັດຖະບານ ຂອງປະເທດຕ່າງໆ


ໜ້າຈໍຄອມພິວເຕີສະແດງໃຫ້ເຫັນລະຫັດຄອມພິວເຕີ ໃນຮູບນີ້ທີ່ຖືກຖ່າຍໃນວັນທີ 4 ຕຸລາ 2018.
ໜ້າຈໍຄອມພິວເຕີສະແດງໃຫ້ເຫັນລະຫັດຄອມພິວເຕີ ໃນຮູບນີ້ທີ່ຖືກຖ່າຍໃນວັນທີ 4 ຕຸລາ 2018.

ຣັດເຊຍ ປາກົດວ່າຈະມີຄວາມດຸຮ້າຍຂຶ້ນກວ່າເກົ່າ ແລະ ປະສົບຄວາມສຳເລັດຫຼາຍຂຶ້ນໃນຂະນະທີ່ພວກລັກເຈາະຂໍ້ມູນຂອງປະເທດດັ່ງກ່າວໄດ້ທຳການໂຈມຕີທາງຄອມພິວເຕີຫຼາຍກວ່າເກົ່າຕໍ່ ສະຫະລັດ ແລະ ປະເທດອື່ນໆ, ອີງຕາມລາຍງານໃໝ່ຂອງບໍລິສັດ ໄມໂຄຣຊັອຟ.

ລາຍງານການປ້ອງກັນທາງດິຈິຕອລປີ 2021 ຂອງໄມໂຄຣຊັອຟ ໄດ້ເຕືອນວ່າສິ່ງທີ່ພວກເຂົາລະບຸວ່າເປັນ “ຜູ້ດຳເນີນການ ລັດ-ຊາດ ຣັດເຊຍ” ແມ່ນມີຄວາມຮັບຜິດຊອບສຳລັບ 58 ເປີເຊັນຂອງການໂຈມຕີລັດຊາດທັງໝົດ, ແລະ ວ່າພວກເຂົາຕອນນີ້ແມ່ນປະສົບຄວາມສຳເລັດເກືອບນຶ່ງໃນທຸກໆສາມຄັ້ງ.

ກຸ່ມດຳເນີນກິດຈະການທີ່ມີຫ້ອງການຕັ້ງຢູ່ ຣັດເຊຍ ໄດ້ລວມຕຳແໜ່ງຂອງພວກເຂົາເປັນໄພຂົ່ມຂູ່ທີ່ຮຸນແຮງ ຕໍ່ລະບົບນິເວດດິຈິຕອລໂລກ,” ອີງຕາມລາຍງານດັ່ງກ່າວ, ໂດຍເຕືອນວ່າຜູ້ດຳເນີນການທາງໄຊເບີຂອງ ຣັດເຊຍ ແມ່ນສາມາດປັບຕົວໄດ້, ນຳໃຊ້ວັດຖຸຊັອຟແວລະຫັດໄດ້ດີຂຶ້ນ “ທີ່ເຮັດໃຫ້ພວກເຂົາຍາກທີ່ຈະຈັບໄດ້ຍິ່ງກວ່າເກົ່າ.”

ໄມໂຄຣຊັອຟ ຍັງໄດ້ກ່າວວ່າ ເປົ້າໝາຍທີ່ເກີດຂຶ້ນຫຼາຍທີ່ສຸດຂອງ ຣັດເຊຍ ແມ່ນ ສະຫະລັດ, ຕາມດ້ວຍ ຢູເຄຣນ ແລະ ອັງກິດ ແລະ ວ່າຈຸດເພັ່ງເລັງເບິ່ງຄືວ່າຈະປ່ຽນໄປຫາການເຕົ້າໂຮມຂໍ້ມູນລັບ, ດ້ວຍການໂຈມຕີຂອງ ຣັດເຊຍ ຫຼາຍກວ່າເຄິ່ງນຶ່ງໃນຕອນນີ້ແມ່ນແນເປົ້າໃສ່ບັນດາອົງການຕ່າງໆທີ່ມີສ່ວນຮ່ວມກັບນະໂຍບາຍຕ່າງປະເທດ, ການຮັກຄວາມປອດໄພ ຫຼື ປ້ອງກັນຊາດ, ໄດ້ເພີ່ມຂຶ້ນເຖິງ 3​ ເປີເຊັນໃນປີກ່ອນໜ້ານີ້.

ອີງຕາມ ໄມໂຄຣຊັອຟ, ຕາມຫຼັງ ຣັດເຊຍ ນັ້ນ, ຕົວເລກການໂຈມຕີທາງ ຄອມພິວເຕີທີ່ໃຫຍ່ທີ່ສຸດ ໄດ້ມາຈາກ ເກົາຫຼີເໜືອ, ອີຣ່ານ ແລະ ຈີນ.

ເປົ້າໝາຍສູງສຸດຂອງ ເກົາຫຼີເໜືອ ແມ່ນບັນດາບໍລິສັດສະກຸນເງິນດິຈິຕອລ, ໃນຂະນະທີ່ ອີຣ່ານ ໄດ້ຂະຫຍາຍການໂຈມຕີຂອງພວກເຂົາເປັນສີ່ເທົ່າຕໍ່ ອິສຣາແອລ ໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງສອງປະເທດນັ້ນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ຈີນ ກໍໄດ້ເຄື່ອນໄຫວເຊັ່ນກັນ, ໂດຍເພັ່ງເລັງການປະຕິບັດການທາງໄຊເບີຂອງເຂົາເຈົ້າສ່ວນຫຼາຍ ໃສ່ການເຕົ້າໂຮມຂໍ້ມູນລັບ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG