ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໓ ກຸມພາ ໒໐໒໕

CEO ຂອງ Microsoft ແລະ Meta ອອກມາປົກປ້ອງການໃຊ້ຈ່າຍ ຂະໜາດໃຫຍ່ ໃນດ້ານ AI ລຸນຫຼັງ DeepSeek ສ້າງຄວາມຕົກໃຈ ໄປທົ່ວໂລກ


ເຄື່ອງໝາຍຂອງແອັບສໍາລັບໂທລະສັບສະຫຼາດ DeepSeek ແລະ ChatGPT ປາກົດໃຫ້ເຫັນຢູ່ໃນໜ້າຈໍໂທລະສັບສະຫຼາດໃນນະຄອນຫຼວງປັກກິ່ງ, ວັນທີ 28 ມັງກອນ 2025.
ເຄື່ອງໝາຍຂອງແອັບສໍາລັບໂທລະສັບສະຫຼາດ DeepSeek ແລະ ChatGPT ປາກົດໃຫ້ເຫັນຢູ່ໃນໜ້າຈໍໂທລະສັບສະຫຼາດໃນນະຄອນຫຼວງປັກກິ່ງ, ວັນທີ 28 ມັງກອນ 2025.

ພຽງບໍ່ເທົ່າໃດມື້ ລຸນຫຼັງບໍລິສັດ DeepSeek ທີ່ຫາກໍເປີດໃໝ່ຂອງ​ ຈີນ ​ໄດ້​ເປີດ​ເຜີຍ​ເຖິງຄວາມກ້າວໜ້າອັນສໍາຄັນໃນ​ການ​ຜະລິດ​ຄອມ​ພິວ​ເຕີ AI ລາຄາ​ຖືກ ​ເຊິ່ງໄດ້ສັ່ນ​ສະ​ເທືອ​ນອຸດສາຫະກຳ​ດ້ານເທັກ​ໂນ​ໂລ​ຈີ​ຂອງ​ ສະຫະລັດ, ຜູ້​ບໍລິຫານໃຫຍ່​ຂອງ Microsoft ​ແລະ Meta ​ໄດ້ອອກມາປົກ​ປ້ອງການ​ໃຊ້​ຈ່າຍຈໍານວນຫຼາຍ​ທີ່​ພວກຂົາ​ເຈົ້າ​ກ່າວ​ວ່າ ​ເປັນ​ກະ​ແຈ​ສໍາຄັນທີ່ຈະຮັກສາການ​ແຂ່ງຂັນ​ໃນ​ຂອບເຂດໃໝ່ນີ້.

ຄວາມກ້າວໜ້າຢ່າງໄວວາຂອງ DeepSeek ໄດ້ເຮັດໃຫ້ມີຄວາມສົງໄສກ່ຽວກັບການນຳໜ້າຂອງອາເມຣິກາໃນດ້ານ AI, ດ້ວຍຕົ້ນແບບທີ່ພວກເຂົາອ້າງວ່າ ສາມາດທຽບເທົ່າ ຫຼື ດີກວ່າຄູ່ແຂ່ງຈາກປະເທດຕາເວັນຕົກ ໃນສ່ວນນຶ່ງຂອງຄ່າໃຊ້ຈ່າຍນັ້ນ, ແຕ່ຜູ້ບໍລິຫານຂອງສະຫະລັດກ່າວໃນວັນພຸດວານນີ້ວ່າ ການສ້າງເຄືອຂ່າຍຄອມພິວເຕີຂະໜາດໃຫຍ່ ແມ່ນຄວາມຈໍາເປັນເພື່ອຮັບໃຊ້ບໍລິສັດທີ່ເຕີບໃຫຍ່ຂະຫຍາຍໂຕ.

CEO ຂອງ Meta ທ່ານ ມາກ ສັກເກີເບີກ (Mark Zuckerberg) ກ່າວທາງໂທລະສັບຫຼັງຈາກລາຍງານຜົນປະກອບການວ່າ “ການລົງທຶນຈໍານວນ 'ຫຼາຍ' ໃນກາຍຈ່າຍທຶນ ແລະພື້ນຖານໂຄງລ່າງ ຈະເປັນປະໂຫຍດທາງຍຸດທະສາດໄລຍະຍາວ.”

CEO ຂອງ Microsoft, ທ່ານ ຊາເທຍ ນາເດລລາ (Satya Nadella) ກ່າວວ່າ ການໃຊ້ຈ່າຍດັ່ງກ່າວ ແມ່ນຄວາມຈໍາເປັນເພື່ອເອົາຊະນະຂໍ້ຈໍາກັດດ້ານຄວາມສາມາດທີ່ຂັດຂວາງຄວາມສາມາດຂອງບໍລິສັດຍັກໃຫຍ່ທາງດ້ານເທັກໂນໂລຈີ ໃນການໃຊ້ປະໂຫຍດຈາກ AI.

ທ່ານກ່າວທາງໂທລະສັບກັບບັນດານັກວິເຄາະວ່າ “ເມື່ອ AI ມີປະສິດທິພາບແລະສາມາດເຂົ້າເຖິງໄດ້ຫຼາຍຂື້ນ, ພວກເຮົາຈະເຫັນຄວາມຕ້ອງການຫຼາຍຂຶ້ນເຊັ່ນກັນ.”

Microsoft ໄດ້ຈັດສັນເງິນຈໍານວນ 80 ຕື້ໂດລາສໍາລັບ AI ໃນງົບປະມານຂອງປີນີ້, ຂະນະທີ່ Meta ໄດ້ໃຫ້ຄໍາໝັ້ນວ່າ ຈະຈັດສັນງົບປະມານຫຼາຍຮອດ 65 ຕື້ໂດລາເຂົ້າໃນດ້ານເທັກໂນໂລຈີ.

ນັ້ນ ​ແມ່ນໄກ​ຈາກ​ມູນ​ຄ່າ​ປະມານ 6 ລ້ານ​ໂດ​ລາ​ທີ່ DeepSeek ກ່າວ​ວ່າ ​ພວກເຂົາໄດ້​ໃຊ້​ຈ່າຍ​ເພື່ອ​ພັດທະນາເຂົ້າໃນ​ຕົ້ນ​ແບບ AI ຂອງ​ຕົນ. ຜູ້ບໍລິຫານໃຫຍ່ດ້ານເທັກໂນໂລຈີຂອງສະຫະລັດ ແລະບັນດານັກວິເຄາະຈາກ Wall Street ກ່າວວ່າ ເງິນຈໍານວນດັ່ງກ່າວ ສະທ້ອນໃຫ້ເຫັນເຖິງຈໍານວນເງິນທີ່ໃຊ້ໃນດ້ານພະລັງງານຄອມພິວເຕີ້, ແທນທີ່ຈະເປັນຄ່າໃຊ້ຈ່າຍໃນດ້ານການພັດທະນາທັງຫມົດ.

ແນວໃດກໍຕາມ, ນັກລົງທຶນບາງຄົນ ເບິ່ງຄືວ່າຈະສູນເສຍຄວາມອົດທົນກັບການໃຊ້ຈ່າຍຂະໜາດໃຫຍ່ ແລະຂາດການຕອບແທນຢ່າງຫຼວງຫຼາຍ.

ຮຸ້ນຂອງ Microsoft, ເຫັນໄດ້ຢ່າງກວ້າງຂວາງວ່າ ເປັນຜູ້ນໍາໃນການແຂ່ງຂັນດ້ານ AI ເນື່ອງຈາກການພົວພັນກັບຜູ້ນໍາດ້ານອຸດສາຫະກໍາ OpenAl ໄດ້ຫຼຸດລົງຮອດ 5 ເປີເຊັນ ໃນລະຫວ່າງການຂະຫຍາຍເວລາຂອງການຊື້ຂາຍ ລຸນຫຼັງບໍລິສັດກ່າວວ່າ ການເຕີບໃຫຍ່ຂະຫຍາຍໂຕຂອງທຸລະກິດ Azure cloud ຂອງຕົນໃນໄຕມາດປະຈຸບັນ ຈະຕໍ່າກວ່າທີ່ຄາດການໄວ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG