ກະຊວງຍຸຕິທຳສະຫະລັດ ແລະບໍລິສັດ Microsoft ຈະປະເຊີນໜ້າກັນ ໃນວັນອັງຄານ
ມື້ນີ້ ເວລາສານສູງສຸດສະຫະລັດ ຮັບຟັງການໂຕ້ຖຽງກ່ຽວກັບວ່າ ບໍລິສັດເທັກໂນໂລຈີ
ດັ່ງກ່າວມີ ຈຸດປະສົງ ທີ່ຈະປົກປ້ອງຂໍ້ມູນຂອງພວກທີ່ໃຊ້ບໍລິການ ແມ່ນເປັນການແປກ
ຕໍ່ຜົນປະໂຫຍດຂອງລັດຖະບານ ທີ່ຈະດຳເນີນການທາງອາຍາ ຂອງພວກທີ່ໃຊ້ອິນເຕີ
ແນັດ.
ຄະດີທີ່ວ່ານີ້ ຮູ້ທີ່ກັນດີໃນຄະດີລະຫວ່າງສະຫະລັດ ສູ້ກັບບໍລິສັດ Microsoft ມີຜົນກະ
ທົບແບບຄຸມເຄືອຕໍ່ທົ່ວໂລກ ແລະສາມາດມີກະທົບຕໍ່ນານາຊາດກໍເປັນໄດ້ ທີ່ເຫັນວ່າ
ການເຂົ້າແຊກແຊງດ້ານ ຂໍ້ມູນຂອງອາເມຣິກັນຈະເຮັດໃຫ້ມີການຍຶດຂໍ້ມູນໂດຍລັດຖະ ບານຕ່າງປະເທດ ນັ້ນຄືຄຳເຕືອນຂອງພວກຊ່ຽວຊາດ້ານກົດໝາຍ ແລະສິດທາງດ້ານ
ດີຈິດຕອລ.
“ກໍລະນີທັງຫຼາຍພວກນີ້ ແມ່ນສຳຄັນສຳລັບເລື່ອງສ່ວນບຸກຄົນ ມັນສຳຄັນເລື່ອງຄວາມ
ປອດໄພ ມັນສຳຄັນສຳລັບເລື່ອງອະນາຄົດຂອງອິນເຕີແນັດ,” ນັ້ນຄືຄຳເວົ້າຂອງທ່ານ
ນາງ Jennifer Daskal ອາຈານສອນທີ່ສະຖາບັນກົດໝາຍ ມະຫາວິທະຍາໄລ Ame-
rican ຢູ່ວໍຊີງຕັນ ໄດ້ກ່າວໄວ້.
ເລື່ອງທີ່ເປັນບັນຫາກໍແມ່ນວ່າ ພວກທີ່ສະໜອງອີແມລໃນສະຫະລັດສາມາດທີ່ຈະຖືກ
ບັງຄັບ ໂດຍກົດໝາຍ ປີ 1986 ກ່ຽວກັບການເກັບຮັກສາຂໍ້ມູນ ດ້ານສື່ສານຄົມມະນາ
ຄົມ ຫຼື Store Communication Act ຈະຕ້ອງໄດ້ມອບຂໍ້ມູນຕ່າງໆທີ່ເກັບກຳ ຢູ່ນອກ
ສະຫະລັດ ໃຫ້ແກ່ເຈົ້າໜ້າທີ່.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ