ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານາທິບໍດີ ຂອງໄມໂກຣເນເຊຍ ກ່າວຫາ ຈີນ ກ່ຽວກັບ 'ສົງຄາມທາງການເມືອງ'

ແຟ້ມຮູບ-ປະທານາທິບໍດີຂອງປະເທດໝູ່ເກາະໄມໂກຣເນເຊຍ ທ່ານເດວິດ ປານູເອໂລ ກ່າວປາໄສຢູ່ທີ່ສະມັດຊາໃຫຍ່ອົງການສະຫະປະຊາຊາດ, ວັນທີ 22 ກັນຍາ 2022. ທ່ານປານູເອໂລ ໄດ້ກ່າວຫາ ຈີນ ກ່ຽວກັບ 'ສົງຄາມທາງການເມືອງ' ແລະໄດ້ອະທິບາຍກ່ຽວກັບການຫັນປ່ຽນຄວາມສໍາພັນທີ່ດີທາງການທູດຈາກ ຈີນ ໄປຫາ ໄຕ້ຫວັນ.

ປະທານາທິບໍດີຂອງໄມໂກຣເນເຊຍ ໄດ້ກ່າວຫາ ຈີນ ກ່ຽວກັບ “ການກໍ່ສົງຄາມທາງການເມືອງ” ຢູ່ໃນຈົດໝາຍເຖິງບັນດາຜູ້ນໍາ​ຂອງປະເທດຄົນ​ອື່ນໆ. ປະເທດໝູ່ເກາະປາຊີຟິກແຫ່ງນີ້ ໄດ້ອະທິບາຍກ່ຽວກັບການປ່ຽນແປງຄວາມສໍາພັນທີ່ດີທາງການທູດຈາກຈີນ ໄປຫາ ໄຕ້ຫວັນ ເພື່ອແລກກັບເງິນຈໍານວນ 50 ລ້ານໂດລາ.

ປະທານາທິບໍດີ ເດວິດ ປານູເອໂລ (David Panuelo) ກ່າວວ່າ ຈີນ ໄດ້ນໍາໃຊ້ຫຼາຍໆຍຸດທະສາດໃນທິດທາງທີ່ບໍ່ດີ ເຊິ່ງລວມມີການສືບລັບ ແລະການໃຫ້ສິນບົນ ເພື່ອໃຫ້ໝັ້ນໃຈວ່າ ຖ້າພວກເຂົາຫາກ ມີການກໍ່ສົງຄາມກັບ ໄຕ້ຫວັນ, ປະເທດໝູ່ເກາະໄມໂກຣເນເຊຍ ຈະຕ້ອງຢູ່ທາງຝ່າຍ ຈີນ ຫຼາຍກວ່າ ສະຫະ ລັດ ຫຼື ຢ່າງໜ້ອຍຈະຕ້ອງຍົກເວັ້ນການເລືອກຢູ່ຝາຍໃດຝ່າຍນຶ່ງ.

ປະທານາທິບໍດີ ປານູເອໂລ ໄດ້ສົ່ງຈົດໝາຍ 13 ໜ້າ ລົງວັນທີ 9 ມີນາ, ເຊິ່ງໄດ້ຮັບໂດຍອົງການຂ່າວ AP ໄປເຖິງບັນດາ​ຜູ້​ປົກ​ຄອງ​ລັດຕ່າງໆ ແລະບັນດາຜູ້ນໍາທາງການເມືອງ ຂອງບັນດາປະເທດ ໝູ່ເກາະປາຊີຟິກອື່ນ. ກະຊວງການຕ່າງປະເທດຂອງໄຕ້ຫວັນ ບໍ່ໄດ້ກ່າວສະແດງຄວາມຄິດເຫັນທີ່​ສະ​ເພາະເຈາະຈົງໃດໆ ກ່ຽວກັບຈົດໝາຍຂອງທ່ານປານູເອໂລ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG