ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດ​ມິ​ຊິ​ແກັນມີ​ລາງວັນ​ໃຫຍ່ທີ່​ສຸດ ໃນ 6 ລັດ ທີ່​ຈັດ​ການ​ເລືອກ​ຕັ້ງ ເອົາ​ຜູ້​ຕາງ​ໜ້າ​ພັກ ​ເດ​ໂມ​ແຄ​ຣັດ ໄປແຂ່ງຂັນເປັນ ປະ​ທາ​ນາ​ທິ​ບໍ​ດີ


ພວກ​ມີ​ສິດ​ປ່ອນ​ບັດ ຢູ່​ໃນ 6 ລັດ​ຂອງ​ສະ​ຫະ​ລັດ ຈະພາ​ກັນ​ໄປປ່ອນ​ບັດ​ ໃນ​ວັນ​ອັງ​ຄານມື້ນີ້ ໃນ​ການ​ແຂ່ງ​ຂັນ​ເພື່ອ​ເລືອກ​ເອົາຜູ້​ທີ່​ຈະ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ສະ​ໝັກປະ​ທາ​ນາ​ທິ​ບໍ​ດີ​ຕາງ​ໜ້າ​ພັກ​ເດ​ໂມ​ແຄ​ຣັດ. ຈຸດ​ເພັ່ງ​ເລັງ ຈະ​ເປັນ​ລັດ​ມິ​ຊິ​ແກັນ ທີ່​ສຳ​ຄັນ​ຢູ່​ພາກ​ຕາ​ເວັນ​ຕົກ​ຕອນ​ກາງ​ຂອງ​ປະ​ເທດບ່ອນ​ທີ່​ການ​ຢັ່ງ​ຫາງ​ສຽງ​ຕ່າງໆ ສະ​ແດງ​ໃຫ້​ເຫັນ​ວ່າ ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ​ໂຈ ໄບ​ເດັນ ກຳ​ລັງ​ນຳ​ໜ້າ ສະ​ມາ​ຊິກ​ສ​ະ​ພາ​ສູງ ຈາກ​ລັດ​ເວີ​ມອນ ທ່ານ​ເບີ​ນີ ແຊນ​ເດີ​ຣ​ສ໌ ຢູ່.

ລັດ​ມິ​ຊິ​ແກັນ ເປັນ​ລາງວັນ​ໃຫຍ່​ທີ່​ສຸດ ໃນ​ການ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ຂອງວັນ​ອັງ​ຄານມື້ນີ້ ໂດຍມີຜູ້​ແທນ​ຈຳ​ນວນ 125 ທ່ານ ທີ່​ເປັນເດີມ​ພັນ.

ທ່ານ​ແຊນ​ເດີ​ຣ​ສ໌ ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ເມື່ອ​ປີ 2016 ແຕ່​ການ​ຢັ່ງ​ຫາງ​ສຽງຫຼາຍ​ຄັ້ງ ​ເມື່ອບໍ່​ເທົ່າ​ໃດ​ວັນ​ຜ່ານ​ມານີ້ ສະ​ແດງໃ​ຫ້​ເຫັນ​ວ່າ ທ່ານ​ແຊນ​ເດີ​ຣ​ສ໌ ​ນຳ​ຫລັງ​ທ່ານໄບ​ເດັນ ດ້ວຍ​ຄະ​ແນນ​ສຽງ​ຫຼາຍ​ກວ່າ​ສິບ​ເປີ​ເຊັນ.

ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ແມ່ນ​ຍັງ​ຈະໄດ້​ຈັດ​ຂຶ້ນ ຢູ່​ໃນ​ລັດ​ວໍ​ຊິງ​ຕັນ ມິ​ສ​ຊູ​ຣີ ມິ​ສ​ສິ​ສ​ສິບ​ປີ ໄອ​ດາ​ໂຮ ແລະ​ດາ​ໂຄ​ຕາ​ເໜືອ.

ການ​ແຂ່ງ​ຂັນ​ດັ່ງ​ກ່າວ ແມ່ນ​ເປັນ​ຄັ້ງ​ທຳ​ອິດ ນັບ​ຕັ້ງ​ແຕ່​ ການ​ປ່ອນ​ບັດ​ຂອງວັນ​ອັງ​ຄານ​ພິ​ເສດ ໃນສັບ​ປະ​ດາ​ແລ້ວນີ້ ​ຢູ່ໃນ​ລັດ​ຕ່າງໆ​ຈຸ້ມ​ນຶ່ງ ​ແລະເມື່ອ​ຂັ້ນ​ຕອນ​ການ​ຄັດ​ເລືອກນີ້ ໄດ້​ຫັນ​ປ່ຽນ​ໄປ​ຈາກ​ການ​ຈັດ​ລົງ​ຄະ​ແນນ​ສຽງ​ ໃນ​ລັດ​ນ້ອຍໆ ເທື່ອ​ລະ​ລັດ ​ມາເປັນ​ການ​ລົງ​ຄະ​ແນນ​ສຽງ​ ໃນຫຼາຍ​ລັດ​ກະ​ຈາຍ​ໄປ​ທົ່ວ​ປະ​ເທດ ພ້ອມ​ກັນ​ບາດ​ດຽວ.

ທ່ານ​ແຊນ​ເດີ​ຣ​ສ໌ ໄດ້​ຊະ​ນະ​ລັດ​ຄາ​ລີ​ຟໍ​ເນຍ ຊຶ່ງ​ເປັນ​ລັດ​ທີ່​ໃຫຍ່​ທີ່​ສຸດ ແຕ່​ມັນ ກໍ​ແມ່ນ​ທ່ານ​ໄບ​ເດັນ ຜູ້​ທີ່​ໄດ້ປາ​ກົດ​ອອກ​ມາ​ເປັນ​ຜູ້​ນຳ​ໜ້າ​ໝູ່ ໂດຍ​ໄດ້​ຮັບ​ໄຊ​ຊະ​ນະ 10 ລັດ ໃນ​ຈຳ​ນວນ 14 ລັດ ​ເມື່ອ​ສັບ​ປະ​ດາ​ແລ້ວນີ້.

ທ່ານ​ໄບ​ເດັນ ໄດ້​ກ່າວ​ຕໍ່​ຝຸງ​ຄົນ​ໃນ​ວັນ​ຈັນ​ວານນີ້ ຢູ່​ໃນ​ນະ​ຄອນ​ດີ​ທ​ຣອຍ ວ່າ “ພວກເຈົ້າ​ຮູ້​ດີ ພຽງ​ອາ​ທິດ​ແລ້ວນີ້ ອົງ​ການ​ຂ່າວແລະ​ພວກ​ຊ່ຽວ​ຊານ​ທັງຫຼາຍ ໄດ້​ປະ​ກາດ​ວ່າ ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານຕາຍ​ແລ້ວ. ຕໍ່​ມາ ຊາວ​ໂຄ​ໂຣ​ໄລ​ນາ​ໃຕ້ ໄດ້​ປະ​ກາດ​ອອກ​ມາ​ແລ້ວ. ຕໍ່​ມາ ວັນ​ອັງ​ຄານ​ພິ​ເສດ ກໍ​ໄດ້​ປະ​ກາດ​ອອກ​ມາ ແລະ​ການ​ອອກ​ມາ​ໃຊ້​ສິດ​ອອກ​ສຽງ ແມ່ນບໍ່​ໜ້າ​ເຊື່ອ​ເລີຍ.” ທ່ານ​ກ່າວ​ຕື່ມ​ວ່າ “ແລະ​ດຽວນີ້ ໃນ​ມື້​ອື່ນ ລັດ​ມິ​ຊິ​ແກັນ ມິ​ສ​ສິ​ສ​ສິບ​ປີ ມິ​ສ​ຊູ​ຣີ ​ດາ​ໂຄ​ຕາ​ເໜືອ ໄອ​ດາ​ໂຮ ວໍ​ຊິງ​ຕັນ ​ພວກເຈົ້າ​ກໍ​ຈະ​ໄດ້​ຍິນ​ສຽງ​ປະ​ກາດ. ແລະ​ລັດ​ມິ​ຊິ​ແກນ ຂ້າ​ພະ​ເຈົ້າ ກາງ​ຕໍ່​ພວກ​ເຈົ້າຢ່າງ​ໃຫຍ່​ເດີ້.”

ທ່ານ​ໄບ​ເດັນ ໄດ້​ກ້າວ​ເຂົ້າ​ສູ່​ວັນ​ອັງ​ຄານ​ມື້ນີ້ ໂດຍມີຄະ​ແນນ​ສຽງທີ່ໄດ້​ຮັບຈາກ​ຜູ້​ແທນ 670 ​ທ່ານ ມາ​ເຖິງ​ຕອນນີ້ ​ ​ນຳ​ໜ້າທ່ານ​ແຊນ​ເດີ​ຣ​ສ໌ ຢູ່ ​ຜູ້​ທີ່​ໄດ້​ຮັບ​ຄະ​ແນນ​ສຽງ​ຈາກ​ຜູ້​ແທນ 574 ທ່ານ ອີງ​ຕາມ​ການ​ຄາດ​ຄະ​ເນ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ທ່ານ​ແຊນ​ເດີ​ຣ​ສ໌ ກ່າວ​ວ່າ ການ​ໂຄ​ສະ​ນາ​ຫາ​ສຽງໃນ​ດ້ານ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານນັ້ນ ເປັນ​ສິ່ງ​ທີ່​ປະ​ເທດ​ຕ້ອງ​ການຫຼາຍກວ່າ ທ່າ​ທີ​ຄວາມ​ເປັນ​ກາງ​ຂອງ​ທ່ານ​ໄບ​ເດັນ ແລະ​ວ່າ ທ່ານ​ເປັນ​ຄູ່​ທ້າ​ຊີງ​ທີ່​ດີ​ທີ່​ສຸດ ສຳ​ລັບທ່ານ​ທ​ຣຳ ໃນ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ ໃນ​ເດືອນ​ພະ​ຈິກນີ້.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG