ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງຂອງລັດມິຊິແກນ ຈະໃຫ້ ທ່ານທຣຳ ຢູ່ໃນການລົງຄະແນນສຽງ ປີ 2024


ແຟ້ມພາບ - ອະດີດປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ຮັບຮູ້ຜູ້ເຂົ້າຮ່ວມ ຫຼັງຈາກກ່າວປາໄສ ໃນການປະຊຸມສຸດຍອດຂອງພັກ ຣີພັບບລີກັນ ຂອງລັດ ຟລໍຣີດາ, ວັນທີ 4 ພະຈິກ 2023, ທີ່ເມືອງ Kissimmee, ລັດຟລໍຣີດາ.
ແຟ້ມພາບ - ອະດີດປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ຮັບຮູ້ຜູ້ເຂົ້າຮ່ວມ ຫຼັງຈາກກ່າວປາໄສ ໃນການປະຊຸມສຸດຍອດຂອງພັກ ຣີພັບບລີກັນ ຂອງລັດ ຟລໍຣີດາ, ວັນທີ 4 ພະຈິກ 2023, ທີ່ເມືອງ Kissimmee, ລັດຟລໍຣີດາ.

ສານສູງສຸດຂອງລັດ ມິຊິແກນ ກຳນົດໃຫ້ອະດີດປະທານາທິບໍດີ ດໍໂນລ ທຣຳ ຢູ່ໃນການລົງເລືອກຕັ້ງຂັ້ນຕົ້ນຂອງລັດ, ອີງຕາມອົງການຂ່າວ ເອພີ. ສານ​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຕົນ​ຈະ​ບໍ່ຮັບ​ຟັງ​ຄຳ​ອຸທອນ ​ຂອງ​ການ​ຕັດສິນ​ຂອງ​ສານ​ຂັ້ນຕົ້ນ ຈາກ​ກຸ່ມຕ່າງໆ ​ທີ່​ພະຍາຍາມ​ປ້ອງ​ກັນ​ທ່ານທຣຳ ​ຈາກ​ການປາ​ກົດ​ຕົວ​ໃນການລົງ​ຄະ​ແນນ​ສຽງ. ການຕັດສິນໃນວັນພຸດວານນີ້ ມີຂຶ້ນຫຼັງຈາກຄຳຕັດສິນໃນວັນທີ 19 ທັນວາ ໂດຍສານສູງສຸດຂອງລັດໂຄໂລຣາໂດ ທີ່​ມີແບ່ງແຍກກັນ, ເຊິ່ງກ່າວວ່າ ທ່ານທຣຳ ບໍ່ມີສິດເປັນປະທານາທິບໍດີ ຫຼັງຈາກບົດບາດຂອງທ່ານໃນການໂຈມຕີ ໃນວັນທີ 6 ມັງກອນ 2021, ຢູ່ທີ່ຕຶກລັດຖະສະພາສະຫະລັດ. ການ​ຕັດສິນ​ດັ່ງກ່າວແມ່ນ​ເປັນ​ຄັ້ງທຳ​ອິດ​ໃນ​ປະຫວັດສາດ ​ທີ່ມີການໃຊ້ວັກ​ທີ 3 ຂອງ​ບົດແກ້ໄຂລັດຖະທຳມະນູນຂໍ້ທີ 14 ເພື່ອ​ຕັດ​ສິດຜູ້ສະໝັກລົງ​ເລືອກ​ຕັ້ງ​ປະ ທານາທິບໍດີ. ສານສູງຂອງ ລັດມິຊິແກນ ກ່າວວ່າຕົນ "ບໍ່ໄດ້ຖືກເຮັດໃຫ້ຮູ້ສຶກວ່າ ບັນດາຄໍາຖາມທີ່ຖືກນໍາສະເຫນີ ຄວນໄດ້ຮັບການທົບທວນຄືນໂດຍສານນີ້."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG