ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ປົກຄອງລັດ Michigan ກ່າວຂໍໂທດ ຕໍ່ປະຊາຊົນ ເມືອງ Flint ກ່ຽວກັບ ສານພິດ ຢູ່ໃນນ້ຳປະປາ


ຜູ້ຄອງລັດ Michigan ທ່ານ Rick Snyder ກ່າວລາຍງານປະຈຳປີ ໃນກອງປະຊຸມຮ່ວມ ສະພາຕ່ຳ ແລະ ສະພາສູງ ທີ່ລັດຖະສະພາ ໃນນະຄອນ Lansing ລັດ Michigan. 19 ມັງກອນ, 2016.
ຜູ້ຄອງລັດ Michigan ທ່ານ Rick Snyder ກ່າວລາຍງານປະຈຳປີ ໃນກອງປະຊຸມຮ່ວມ ສະພາຕ່ຳ ແລະ ສະພາສູງ ທີ່ລັດຖະສະພາ ໃນນະຄອນ Lansing ລັດ Michigan. 19 ມັງກອນ, 2016.

ຜູ້​ປົກຄອງລັດ Michigan ຂອງສະຫະລັດ ໄດ້ອອກມາກ່າວຂໍຂະ​ມາໂທດຕໍ່ປະ ຊາຊົນໃນເມືອງ Flint ​ເມື່ອວັນອັງຄານວານນີ້ ເຊິ່ງ ລັດດັ່ງ ກ່າວໄດ້ຮັບມືກັບສານ ຂີ້ກົ່ວລະດັບສູງ ​ໃນ​ລະບົບ​ນ້ຳ​ປະປາ ຂອງພວກ ເຂົາເຈົ້າເປັນເວລາເກືອບ 2 ປີມາ​ແລ້ວ.

ຜູ້​ປົກຄອງລັດທ່ານ Rick Snyder ໄດ້ກ່າວວ່າ ບັນດາອົງການປົກ​ປ້ອງສິ່ງແວດ ລ້ອມຂອງລັດຖະບານກາງ​ແລະ​ລັດຖະບານ​ທ້ອງ​ຖິ່ນ​ໄດ້ປະສົບ​ກັບ​ຄວາມລົ້ມ ແຫຼວທີ່ຈະລະບຸ ແລະ ແກ້ໄຂບັນຫາຫຼັງ ຈາກມັນໄດ້​ເກີດຂຶ້ນໃນເດືອນເມສາ ປີ 2014 ແລະກ່າວວ່າທ່ານ ຕ້ອງໄດ້ປ່ຽນບັນດາຜູ້ຮັບຜິດຊອບຂອງລັດ ກັບຜູ້ທີ່ມີ ຄວາມເຂົ້າໃຈ ກ່ຽວກັບຄວາມຮ້າຍແຮງຂອງສະຖານະການ.

ຍ້ອນບັນຫາວິກິດການນ້ຳເປັນພິດໃນເມືອງ Flint, ພວກຜູ້ອອກມາປະທ້ວງໄດ້ເຕົ້າໂຮມກັນ ທີ່ລັດຖະສະພາໃນນະຄອນ Lansing, ລັດ Michigan. 19 ມັງກອນ 2016.
ຍ້ອນບັນຫາວິກິດການນ້ຳເປັນພິດໃນເມືອງ Flint, ພວກຜູ້ອອກມາປະທ້ວງໄດ້ເຕົ້າໂຮມກັນ ທີ່ລັດຖະສະພາໃນນະຄອນ Lansing, ລັດ Michigan. 19 ມັງກອນ 2016.

ທ່ານ Snyder ໄດ້ກ່າວໃນລະຫວ່າງການລາຍ​ງານ​ປະຈຳ​ປີກ່ຽວ​ກັບ​ສະພາບ​ການ​ຂອງລັດວ່າ “ລັດຖະບານໄດ້ຜິດຄຳສັນຍາ ໂດຍທີ່​ພວກ ຜູ້ນຳ​ຂອງ​ລັດຖະບານ​ກາງ ຂອງ​ລັດ ​ແລະ​ຂອງ​ທ້ອງ​ຖິ່ນ ​ໄດ້​ເຮັດ​ໃຫ້ ພວກ​ທ່ານໝົດຄວາມເຊື່ອຖື ທີ່​ພວກ​ທ່ານ​ໄດ້​ມີກັບພວກເຮົາ.”

ທ່ານໄດ້ສັນຍາທີ່ຈະເປີດເຜີຍ email ກ່ຽວກັບ​ເລື້ອງສານຂີ້ກົ່ວ​ທີ່ເມືອງ Flint ແລະ ສືບຕໍ່ການ ສົ່ງນ້ຳ ແລະ ເຄື່ອງກັ່ນຕອງ ​ເພື່ອທຸກໆຄົນຢູ່ໃນເມືອງດັ່ງກ່າວ ມີນ້ຳໃຊ້ທີ່ສະອາດ. ຜູ້​ປົກຄອງ ລັດໄດ້ກ່າວວ່າ ທາງລັດ ໄດ້ມອບທຶນ 9 ລ້ານໂດ ລາໃຫ້ກັບໂຄງການນີ້ ແລະ ວ່າກຳລັງຂໍທຶນ ເພີ່ມເຕີມອີກ 28 ລ້ານໂດລາ ເພື່ອຊື້ ນ້ຳກະຕຸກ, ປ່ຽນອຸປະກອນຕິດຕັ້ງໃນໂຮງຮຽນ ແລະ ປິ່ນ ປົວເດັກນ້ອຍທີ່ມີສານ ຂີ້ກົ່ວລະດັບສູງຢູ່ໃນຮ່າງກາຍ.

ພ້ອມກັນນັ້ນໃນວັນອັງຄານມື້ນີ້, ປະທານາທິບໍດີບາຣັກ ໂອບາມາ ໄດ້ແຕ່ງຕັ້ງ ລັດຖະມົນຕີ ຊ່ວຍ​ວ່າການສາທາລະນະ​ສຸກແລະບໍລິການປະຊາ ຊົນ ທ່ານນາງ Nicole Lurie ກຳຕຳແໜ່ງ ຜູ້ປະສານການຊ່ວຍເຫຼືອຂອງລັດຖະບານກາງ ຕໍ່ປະຊາຊົນ​ໃນເມືອງ Flint.

US Toxic Water
please wait
Embed

No media source currently available

0:00 0:01:52 0:00

XS
SM
MD
LG