ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະນັກງານຢູ່ໃນຟາມ ຊາວມິຊິແກນ ຮັບການປິ່ນປົວອາການໄຂ້ຫວັດນົກ ໃນກໍລະນີທີ 2 ທີ່ພົວພັນກັບງົວນົມໃນສະຫະລັດ


ແຟ້ມຮູບ-ງົວນົມ ຢືນລວມກັນຢູ່ທີ່ຟາມແຫ່ງນຶ່ງໃນເມືອງ ຄລິນຕັນ, ລັດເມນ, ວັນທີ 1 ເມສາ 2024. ພະນັກງານຟາມນົມຊາວມິຊິແກນຄົນນຶ່ງ ໄດ້ຮັບການປິ່ນປົວດ້ວຍອາການໄຂ້ຫວັດນົກ, ເຊິ່ງເປັນກໍລະນີທີສອງຂອງມະນຸດ ທີ່ພົວພັນກັບການລະບາດຂອງງົວນົມຢູ່ໃນສະຫະລັດ.
ແຟ້ມຮູບ-ງົວນົມ ຢືນລວມກັນຢູ່ທີ່ຟາມແຫ່ງນຶ່ງໃນເມືອງ ຄລິນຕັນ, ລັດເມນ, ວັນທີ 1 ເມສາ 2024. ພະນັກງານຟາມນົມຊາວມິຊິແກນຄົນນຶ່ງ ໄດ້ຮັບການປິ່ນປົວດ້ວຍອາການໄຂ້ຫວັດນົກ, ເຊິ່ງເປັນກໍລະນີທີສອງຂອງມະນຸດ ທີ່ພົວພັນກັບການລະບາດຂອງງົວນົມຢູ່ໃນສະຫະລັດ.

ພະນັກງານຢູ່ໃນຟາມຄົນນຶ່ງຢູ່ໃນລັດ ມິຊິແກນ ຖືກກວດພົບວ່າເປັນໄຂ້ຫວັດນົກໃນກໍລະນີທີສອງຂອງມະນຸດ ທີ່ພົວພົນກັບການລະບາດໃນງົວນົມຂອງສະຫະລັດ.

ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ກ່າວ​ວ່າ ພະນັກງານຄົນ​ດັ່ງ​ກ່າວ​ມີ​ອາ​ການເຈັບ​ຕາ​ເລັກນ້ອຍ ແລະ​ເຊົາເປັນປົກກະຕິ​ແລ້ວ, ໂດຍກ່າວຕື່ມວ່າ ພະນັກ​ງານ​ຊາຍ​ຄົນ​ນີ້​ ໄດ້​ເຮັດວຽກໃກ້ຊິດ​ກັບ​ງົວ​ຢູ່ໃນ​ຟາມ​ທີ່​ມີສັດລ້ຽງຕິດ​ເຊື້ອ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຄວາມ​ສ່ຽງ​ຕໍ່​ສັງຄົມ​ຍັງມີ​ຕ່ຳ, ແຕ່​ຄົນ​ງານດ້ານການ​ກະ​ສິ​ກຳ​ທີ່​ສຳ​ຜັດ​ກັບ​ສັດ​ທີ່​ຕິດ​ເຊື້ອນັ້ນ ​ແມ່ນຍັງ​ມີ​ຄວາມ​ສ່ຽງ​ສູງຢູ່. ພະນັກງານຢູ່ໃນຟາມໃນລັດເທັກຊັສ ຄົນນຶ່ງ ເຄີຍຖືກກວດພົບໃນທ້າຍເດືອນມີນາພາຍໃຕ້ສະຖານະການທີ່ຄ້າຍຄືກັນນີ້.

ເຈົ້າ​ໜ້າ​ທີ່ຮ້ອງວ່າ ​ເປັນກໍລະນີ​ທຳ​ອິດທີ່ຮູ້ຈັກ​ໃນ​ທົ່ວ​ໂລກ​ ກ່ຽວກັບຄົນ​ຕິດ​ໄຂ້​ຫວັດ​ນົກ​ລັກສະນະນີ້ ​ຈາກ​ສັດລ້ຽງລູກດ້ວຍນົມ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

A Michigan farmworker has been diagnosed with bird flu in what is the second human case associated with an outbreak in U.S. dairy cows. Health officials say the person experienced mild eye symptoms and has recovered. Officials say the male worker had been in contact with cows on a farm with infected livestock. Officials say the risk to the public remains low, but farmworkers exposed to infected animals are at higher risk. A Texas farmworker was diagnosed in late March under similar circumstances. Officials called that the first known instance globally of a person catching this version of bird flu from a mammal.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG