ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະ​ຊວງຍຸ​ຕິ​ທຳ ​ສ​ຫ​ລ ​ສະ​ໜັບສະ​ໜຸນ ກຸ່ມ​ມຸ​ສ​ລິມ ໃນລັດ ມິ​ຊິ​ແກນ ທີ່​ຢາກ​ຕັ້ງ​ວັດ ​ຂອງ​ຕົນ​ຂຶ້ນ


ຕຶກ​ຂອງກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ ໃນ​ນະ​ຄອນ​ຫລວງ ວໍ​ຊິງ​ຕັນ
ຕຶກ​ຂອງກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ ໃນ​ນະ​ຄອນ​ຫລວງ ວໍ​ຊິງ​ຕັນ

ກະ​ຊວງ​ຍຸ​ຕິ​ທຳ​ຂອງ​ສະ​ຫະ​ລັດ ​ກຳ​ລັງ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແກ່​ການ​ຫາ​ທາງ​ເປີດ​ວັດ​ສາ​ສະ​ໜາ​ອິ​ສ​ລາມຂອງຊາວ​ມຸ​ສ​ລິມ​ກຸ່ມນຶ່ງ ທີ່​ລັດມິຊິ​ແກນ​ໃນ​ພາກ​ຕາ​ເວັນ​ຕົກ​ຕອນ​ກາງ​ຂອງ​ສະ​ຫະ​ລັດ ທີ່​ກຳ​ລັງຟ້ອງເມືອງ​ທ​ຣອຍວ່າ ​ຂັດ​ຂວາງ ​ຕໍ່ ໂຄງ​ການ​ທີ່​ສະ​ເໜີ​ໄປ​ນັ້ນ.

ກະ​ຊວງດັ່ງ​ກ່າວ​ ໄດ້​ຍື່ນຟ້ອງ​ຮ້ອງ​ ໃນ​ວັນ​ພະ​ຫັດ​ວານນີ້ ຕໍ່​ເມືອງທີ່​ມີ​ປະ​ຊາ​ຊົນ 80,000 ຄົນ​ ທີ່​ຢູ່​ທາງ​ເໜືອ​ຂອງ​ນະ​ຄອນ​ດິ​ທ​ຣອຍ​ ​ພາຍ​ໃຕ້ກົດ​ໝາຍ​ການ​ໃຊ້​ທີ່ດິນ​ໃນ​ທາງ​ສາ​ສະ​ໜາ ແລະ​ບຸກ​ຄົນ​ທີ່ເຂົ້າໃຊ້​ສະ​ຖາ​ບັນສາ​ສະ​ໜາ​ ຫລື ຣ​ລິວ​ປາ (RLUIPA), ຊຶ່ງ​ເປັນກົດ​ໝາຍ​ລັດ​ຖະ​ບານ​ກາງທີ່ແນ່​ໃສ່​ປົກ​ປ້ອງບ່ອນ​ສວດ​ມົນ ເພື່ອບໍ່​ໃຫ້​ມີ​ລະ​ບຽບ​ການໃດໆ​ທີ່ມີ​ລັກ​ສະ​ນະ​ຈຳ​ແນກໃນ​ດ້ານ​ການ​ໃຊ້​ທີ່​ດິນ. ການ​ຟ້ອງ​ຮ້ອງ​ດັ່ງ​ກາວ​ແມ່ນສ່ວນ​ນຶ່ງ​ຂອງ​ໂຄງ​ການ​ລິ​ເລີ້ມ​ຂອງກະ​ຊວງ​ຍຸ​ຕິ​ທຳ​ ປີ 2018 ເພື່ອ​ເພີ້ມ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ RLUIPA ໃຫ້​ຫລາຍ​ຂຶ້ນ ແລະ ການ​ສຸມ​ໃສ່​ສົ່ງ​ເສີມ​ເສ​ລີ​ພາບ​ໃນ​ການ​ນັບ​ຖື​ສາ​ສະ​ໜາ​ຢູ່ໃນ​ຂອບ​ເຂດກວ້າງ​ຂຶ້ນ ກວ່າ​ເກົ່າຂອງ​ລັດ​ຖະ​ບານ​ທ່ານ​ທ​ຣຳ.

ມີ​ການ​ຟ້ອງ​ຮ້ອງ​ຄ້າຍໆ​ກັນ​ນີ້ ທີ່​ຍື່ນ​ໂດຍ​ຊາວ​ມຸ​ສ​ລິມ​ກຸ່ມ​ນຶ່ງ ໃນ​ປີ​ກາຍນີ້, ສູນ​ກາງ​ປະ​ຊາ​ຄົມອ​າ​ດາມ (Adam) ກໍ​ໄດ້​ກ່າວ​ຫາ​ພວກ​ເຈົ້າ​ໜ້າ​ທີ່​ເມືອງ​ທ​ຣອຍ​ວ່າ ໄດ້​ຂັດຂວາງ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ ເພື່ອບໍ່​ໃຫ້​ເປີດ​ບ່ອນ​ສວດ​ມົນ​ຂອງ​ພວກ​ເຂົາ​ເຈົ້າໄດ້ ແລະ​ບອກ​ໃຫ້​ເຂົາ​ເຈົ້າ​ໄປ​ຊອກ​ຫາ​ສະ​ຖານ​ທີ່​ເໝາະ​ສົມຢູ່​ໃກ້​ເຂດນັ້ນ​ເພື່ອ​ເປັນ​ບ່ອນ​ຕັ້ງວັດ​ອິ​ສ​ລາມ.
ບັນ​ຫາ​ຢູ່​ໃນ​ການ​ຟ້ອງ​ຮ້ອງ​ຂອງ​ທັງ​ສອງ​ຄະ​ດີນີ້ ກໍ​ແມ່ນ​ວ່າ ເມືອງ​ທ​ຣອຍໄດ້​ລະ​ເມີດ​ກົດ​ໝາຍ ລຣິ​ວ​ປາ (RLUIPA) ຫລືບໍ່​ເມື່ອ​ເມືອງ​ດັ່ງ​ກ່າວ ໄດ້​ປະ​ຕິ​ເສດ ​ຕໍ່ ຄຳ​ຮ້ອງ​ ຂອງສູນ​ກາງ​ປະ​ຊາ​ຄົມອ​າ​ດາມ (Adam) ໃນ​ປີ 2018 ເພື່ອ​ຂໍຫັນ​ປ່ຽນເອົາ​ຮ້ານ​ອາ​ຫານ ແລະ​ສະ​ຖານ​ທີ່​ຈັດ​ງານ​ລ້ຽງ​ທີ່​ຫາ​ກໍ່​ໄດ້​ມາ​ໃນ​ເວ​ລາໝໍ່ໆ ນັ້ນ ໃຫ້ກາຍ​ເປັນ​ວັດ​ອິ​ສ​ລາມ.

ອີງ​ຕາມ​ເວັບ​ໄຊ​ທ໌ ທາງ​ການຂອງເມືອງ​ດັ່ງ​ກ່າວ ມີ​ບ່ອນ​ສວດ​ມົນ 55 ແຫ່ງ​ຢູ່​ໃນເມືອງ​ທ​ຣອຍ, ລວມ​ມີ​ວັດ​ຢິວ ແຫ່ງ​ນຶ່ງ, ວັດຮິ​ນ​ດູ ແຫ່ງ​ນຶ່ງ, ແລະ​ມີ​ໂບດ​ຂອງ​ຊາວ​ຄ​ຣິ​ສ​ຕຽນຫລາຍ​ແຫ່ງ. ເມືອງ​ແຫ່ງນັ້ນ ບໍ່​ມີ​ວັດ​ອິສ​ລາມສຳ​ລັບຊາວ​ມຸ​ສ​ລິມ ເກືອບ​ຮອດ 200 ຄອບ​ຄົວ​ຢູ່​ໃນ​ນັ້ນ.

ເຖິງ​ແມ່ນ​ວ່າ​ກົດ​ໝາຍ​ໃນ​ການ​ຈັດ​ແບ່ງ​ເຂດ​ຂອງ​ເມືອງ​ທີ່​ວ່ານີ້ ຈະ​ອະ​ນຸຍາດໃຫ້ ຕັ້ງ​ບ່ອນ​ສວດ​ມົນ​ຂຶ້ນ​ຢູ່​ໃນ​ເຂດ​ທຸ​ລະ​ກິດ​ຂອງ​ເມືອງ​ກໍ​ຕາມ ແຕ່​ວ່າ ພວກ​ເຈົ້າ​ໜ້າ​ທີ່​ເມືອງ ປະ​ຕິ​ເສດ​ຕໍ່​ຄຳ​ຮ້ອງ​ຂອງ​ກຸ່ມ​ມຸ​ສ​ລິມທີ່​ຂໍ​ໃຊ້​ຕຶກ​ດັ່ງ​ກ່າວ​ເປັນ​ວັດ​ອິ​ສ​ລາມ ໃນ​ປີ​ກາຍນີ້ ໂດຍ​ເວົ້າ​ວ່າ ໂຄງ​ສ້າງ​ຂອງ​ຕຶກ​ສາ​ມາດ​ໃຊ້​ເປັນ​ບ່ອນເຕົ້າ​ໂຮມ​ກັນ “ທີ່ບໍ່​ແມ່ນໃນ​ທາງ​ສາ​ສະ​ໜາ" ເຊັ່ນ​ເປັນ​ບ່ອນ​ຈັດ​ງານ​ລ້ຽງ ຫລື ໂຮງ​ລະ​ຄອນ ເທົ່າ​ນັ້ນ.
ກະ​ຊວງ​ຍຸ​ຕິ​ທຳກ່າວ​ວ່າ “​ການ​ປະ​ຕິ​ບັດຕໍ່​ບ່ອນ​ສວດ​ມົນທຸກ​ບ່ອນ​ທີ່ບໍ່​ເທົ່າ​ທຽມກັນ ຢູ່​ໃນ​ເມືອງ​ດັ່​ງ​ກ່າວ ເມື່ອທຽບ​ໃສ່​ການໃຊ້​ສະ​ຖານ​ທີ່ ​ທີ່ບໍ່​ແມ່ນ​ໃນທາງ​ສາ​ສະ​ໜາ” ເຊັ່ນນີ້ ແມ່​ນ​ລະ​ເມີດ​ຕໍ່​ກົດ​ໝາຍ ຣ​ລິວ​ປາ (RLUIPA).

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG