ພວກລົງແຂ່ງຂັນເປັນປະທານາທິບໍດີສະຫະລັດສັງກັດພັກ Re-
publican ແມ່ນໄດ້ເສັດສິ້ນການໂຄສະນາຫາສຽງໃນສີ່ລັດ
ໃນວັນອັງຄານມື້ນີ້ ດ້ວຍການຢັ່ງຫາງສຽງສະແດງໃຫ້ເຫັນວ່າ
ທ່ານ Donald Trump ເບິ່ງຄືວ່າຍັງສືບຕໍ່ມີຄະແນນນຳໜ້າໝູ່
ໃນການແຂ່ງຂັນເພື່ອ ໃຫ້ຖືກແຕ່ງຕັ້ງ ເປັນຜູ້ສະໝັກຂອງພັກ.
ລາງວັນທີ່ໃຫຍ່ທີ່ສຸດ ແມ່ນລັດ Michigan ແລະມີຜູ້ແທນ 59 ຄົນ
ໃນລັດນີ້. ພວກລົງແຂ່ງຂັນຈະຊະນະດ້ວຍການແບ່ງປັນພວກຜູ້
ແທນ ອິງຕາມຈຳນວນຄະແນນສຽງທີ່ພວກເຂົາເຈົ້າໄດ້ຮັບໃນວັນ
ອັງຄານມື້ນີ້ ຊຶ່ງຄືກັນກັບຈຳນວນຜູ້ແທນທັງໝົດ 91 ຄົນ ໃນລັດ
Mississippi, Idaho ແລະ Hawaii.
ກ່ອນການປ່ອນບັດໃນວັນອັງຄານມື້ນີ້ ທ່ານ Trump ຍັງເປັນຜູ້ນຳ
ທ່ານ Ted Cruz ສະມາຊິກສະພາສູງຈາກລັດ Texas ສະມາຊິກ
ສະພາສູງຈາກລັດ Florida ທ່ານ Marco Rubio ຜູ້ປົກຄອງລັດ
Ohio ທ່ານ John Kasich ທີ່ຕາມຫຼັງເປັນທີ່ໂຈກ ແລະທ່ານຫວັງ
ທີ່ຈະໄດ້ ຮັບໄຊຊະນະຢ່າງໃຫຍ່ຫຼວງ ໃນສັບປະດາໜ້າ ໃນລັດ
ຂອງພວກທ່ານ ເພື່ອກະຕຸ້ນການໂຄສະນາຫາສຽງ.
ສຳລັບພັກ Democratic ກໍຈະມີການເລືອກຕັ້ງຢູ່ພຽງສອງລັດຄື
Michigan ແລະ Mississippi. ອະດີດລັດຖະມົນຕີການຕ່າງ
ປະເທດສະຫະລັດ ທ່ານນາງ Hillary Clinton ໄດ້ເປັນຜູ້ມີຄະ
ແນນນຳໜ້າຢ່າງໃຫຍ່ຫຼວງ ທັງສອງລັດ ລື່ນທ່ານ Bernie San-
ders ສະມາຊິກສະພາສູງຈາກລັດ Vermont.
ທ່ານນາງ Clinton ໄດ້ເປັນມີຄະແນນຜູ້ນຳໜ້າໃນຄະແນນສຽງ
ແລະໃນການໂຄສະນາຫາສຽງ ຊຶ່ງໄດ້ກ່າວເຖິງການອາດຈະໄດ້
ເປັນຄູ່ແຂ່ງກັບທ່ານ Trump ໃນການປ່ອນບັດເລືອກ ຕັ້ງປະທາ
ນາທິບໍດີ ໃນເດືອນພະຈິກຈະມາເຖິງນີ້.