ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານນາງ ມິແຊລ ໂອບາມາ ເປີດຕົວ ການລິເລີ້ມ ໂຄງການໃໝ່ "ເດັກຍິງ 62 ລ້ານຄົນ"


Global Citizen Fest
please wait
Embed

No media source currently available

0:00 0:01:08 0:00

ຊົມວີດີໂອ ລາຍງານນີ້

ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ໄດ້ເປີດຕົວ
ການລິເລີ້ມ ໃນວັນເສົາວານນີ້ ຢູ່ທີ່ບຸນປະຊົນທົ່ວໂລກ ຫຼື
Global Citizen Festival ຊຶ່ງເປັນງານບຸນ ທີ່ແນໃສ່ ເພື່ອສ້າງ
ຄວາມຕື່ນຕົວ ໃຫ້ຮູ້ເຖິງຄວາມ ບໍ່ສະເໝີພາບໃນໂລກ.

ໂຄງການໃໝ່ຂອງທ່ານນາງ "ເດັກຍິງ 62 ລ້ານຄົນ" ແມ່ນແນ
ໃສ່ເພື່ອສ້າງຄວາມຕື່ນຕົວ ຢູ່ໃນໂລກ ໃຫ້ຮັບຮູ້ວ່າ ພວກເດັກຍິງໃນທົ່ວໂລກ ຫຼາຍໆ ລ້ານ
ຄົນ ແມ່ນບໍ່ໄດ້ຮັບການສຶກສາ.

ທ່ານນາງ ໂອບາມາ ກ່າວຢູ່ທີ່ບຸນປະຊາຊົນທົ່ວໂລກ ໃນສວນໃຈກາງນະຄອນ New York
ວ່າ "ຂ້າພະເຈົ້າເຊື່ອໃນຄວາມມຸ້ງໝັ້ນ ທີ່ບໍ່ມີພົມແດນ ຂອງພວກເດັກຍິງ ໃນທົ່ວໂລກ. ປັດຈຸບັນນີ້ ມີພວກເດັກຍິງ 62 ລ້ານຄົນ ແມ່ນບໍ່ໄດ້ເຂົ້າໂຮງຮຽນ ...ພວກເຂົາເຈົ້າຄວນ
ໄດ້ມີ ໂອກາດ ຊັ່ນດຽວກັນ ເພື່ອທີ່ຈະໄດ້ຮັບການສຶກສາ ຄືກັບພວກລູກສາວຂອງ
ພວກເຮົາ ແລະ ພວກລູກສາວຂອງຂ້າພະເຈົ້າ ແລະ ພວກລູກໆທັງໝົດຂອງພວກເຮົາ.
ການໃຫ້ໂອກາດອັນນັ້ນ ແກ່ພວກເຂົາເຈົ້າແມ່ນເປົ້າໝາຍ ອັນສຳຄັນທີີ່ສຸດ ໃນການ
ຍຸດຕິ ຄວາມທຸກຍາກໃນໂລກ."

ສະຕີໝາຍເລກນຶ່ງ ໄດ້ຮຽກຮ້ອງປະຊາຊົນໃຫ້ສົ່ງ Tweet ພາບຕ່າງໆຂອງພວກເຂົາເຈົ້າເອງ
ພ້ອມກັບຂໍ້ຄວາມວ່າ hashtag '62MillionGirls' ແລະ ໃຫ້ບອກວ່າ ພວກເຂົາເຈົ້າຮ່ຳ
ຮຽນຫຍັງຢູ່ໃນໂຮງຮຽນ ໃຫ້ "ກ້າປາກກ້າເວົ້າ." ນາງ Malala Yousafaziທີ່ໄດ້ຮັບລາງວັນ Nobel ຂະແໜງສັນຕິພາບ, ຮອງປະທານາທິບໍດີ ສະຫະລັດ Joe Biden, ບັນດານັກຮ້ອງ ແລະ ດາລານັກສະແດງ ຊື່ດັງເຊັ່ນ Beyonce, Ed Sheeran, Leonardo DiCaprio ແລະ ເຈົ້າຍິງ Rania ຂອງ Jordan, ນັກຮ້ອງ Sting ແລະ Common ແມ່ນລວມຢູ່ໃນ ບັນດາແຂກຮັບເຊີນ ມາກ່າວປາຖະກະຖາ ຢູ່ທີ່ບຸນດັ່ງກ່າວ.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວຖະແຫລງ ຕໍ່ພວກທີ່ໄປຮ່ວມໃນງານ ໂດຍຜ່ານທາງວີດີໂອ ເຊື່ອມໂຍງຈາກທຳນຽບຂາວ.

U.S. first lady Michelle Obama launched an initiative Saturday at the Global Citizen Festival, an event aimed at raising awareness of global inequality.

Obama's new campaign, 62 Million Girls, is designed to heighten global awareness that millions of girls around the world are not receiving an education.

"I believe in the boundless promise of girls worldwide," Obama said at the festival in New York's Central Park."Right now 62 million girls are not in school . . . They deserve the same chance to get an education as our daughters and my daughters and all of our children.Giving them that chance is a crucial target in ending global poverty."

The first lady urged people to Tweet photos of themselves with the hashtag '62MillionGirls' and state what they learned in school.She said the photographs would "show the power of education."Obama said she learned to "speak up" in school.

Nobel Peace Prize winner Malala Yousafazi, U.S. Vice President Joe Biden, Beyonce, Ed Sheeran, Leonardo DiCaprio, Queen Rania of Jordan, Sting and Common were among the speakers, celebrities and performers at the festival.

U.S. President Barack Obama spoke to the festival attendees by a video link from the White House.

XS
SM
MD
LG