ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໘ ມິຖຸນາ ໒໐໒໕

ສະຕີ ໝາຍເລກນຶ່ງ ສຫລ ຢ້ຽມຢາມ ໂຮງຮຽນ ແລະເມືອງ ຕ້ອງຫ້າມ (ສະໄລດ໌/ວີດີໂອ)


ສະຕີໝາຍເລກນຶ່ງ ສຫລ ທ່ານນາງ Michelle Obama (ຊ້າຍ) ແລະ ພັນລະຍາປະທານປະເທດຈີນ ທ່ານນາງ Peng Liyuan.
ສະຕີໝາຍເລກນຶ່ງ ສຫລ ທ່ານນາງ Michelle Obama (ຊ້າຍ) ແລະ ພັນລະຍາປະທານປະເທດຈີນ ທ່ານນາງ Peng Liyuan.
ສະ​ຕີ​ໝາຍ​ເລກ​ນຶ່ງ ສະຫະລັດ ທ່ານ​ນາງ Michelle Obama
ທີ່ມີຄູ່​ຕຳແໜ່​ງຝ່າຍຈີນ ທ່ານນາງ Peng Liyuan ​ເປັນຜູ້ນຳ
ທາງ ໄດ້​ຢ້ຽມຢາມ​ໂຮງຮຽນ​ແຫ່ງ​ນຶ່ງ ​ໃນ​ມື້​ທຳອິດຂອງ​ການ
​ຢ້ຽມຢາມປະເທດ​ຈີນ ​ເປັ​ນ​ເວລາ​ຫ້າ​ວັນ.

ທັງ​ສະຕີໝາຍເລກນຶ່ງຂອງສະຫະລັດ ແລະຈີນ ​ໄດ້​ເຂົ້າຮ່ວມ
​ການສະ​ແດງ​ຂຽນ​ໜັງສື​ດ້ວຍລາຍ​ມື ​ໃນ​ວັນ​ສຸກ​ມື້​ນີ້ ກ່ອນ​ການ​ຢ້ຽມຢາມ​ ອະດີດ​ພະລາດ​
ຊະ​ວັງ​ພະເຈົ້າຈັກກະພັດ​ ຫລື Forbidden City ​ກໍຄືເມືອງຕ້ອງຫ້າມ ໃນ​ກຸງ​ປັກ​ກິ່ງ.

​ໃນ​ລະຍະ​ການ​ເດີນທາງ​ຢ້ຽມຢາມຈີນນັ້ນ ສະ​ຕີ​ໝາຍ​ເລກ​ນຶ່ງ ພ້ອມ​ດ້ວຍ​ແມ່ແລະ​ລູກ​
ສາວ​ສອງ​ຄົນຂອງທ່ານນາງ ຍັງ​ຈະ​ໄປ​ຢ້ຽມຢາມ ​ກຳແພງເມືອງ​ຈີນ ບ່ອນ​ຝັງ​ສົບບັນດາ​
ຮູບ​ປັ້ນນັກ​ລົບ Terra Cotta ​ແລະສວນ​ຮັກສາ​ໝີ​ດ່າງ Panda.


ທ່ານ​ນາງ Obama ມີ​ກຳນົດ​ຈະກ່າວຄຳ​ປາ​ໄສ ​ໃນ​ວັນ​ເສົາມື້ອື່ນ ຢູ່​ທີ່​ສູນ​ກາງ Stanford
ຊຶ່ງ​ເປັນ​ສະ​ຖາ​ບັນ​ອັນ​ມີ​ກຽດ​ຂອງມະຫາວິທະຍາ​ໄລ ປັກ​ກິ່ງ. ທ່ານ​ນາງ​ຍັງ​ຈະ​ພົບ​ປະ​ກັບ
​ບັນດາ ​ພະນັກງານ​ແລະ​ຄອບຄົ​ວຂອງ​ເຈົ້າ​ໜ້າ​ທີ່ສະຖານ ທູດສະຫະລັດ ​ໃນ​ກຸງ​ປັກ​ກິ່ງ.

​ເປັນທີ່ຄາດກັນວ່າ ສະຕີ​ໝາຍ​ເລກ​ນຶ່ງທັງສອງ ​ຈະໄດ້​ພົບ​ປະກັນ​ໃນ​ເດືອນ​ມິຖຸນາປີ​ກາຍ
​ນີ້ ເວລາ​ສາມີ​ຂອງ​ພວກທ່ານນາງ ປະຊຸມ​ສຸດ​ຍອດກັນຢູ່​ລັດ California. ແຕ່ວ່າ​ທ່ານນາງ
ໂອບາມາ ໄດ້ຢູ່​ທີ່ນະຄອນຫລວງວໍ​ຊິງ​ຕັນ.

ບັນດາ​ເຈົ້າ​ໜ້າ​ທີ່ທຳນຽບຂາວກ່າວ​ວ່າ ການ​ເດີນທາງໄປຢ້ຽມຢາມ​ຂອງທ່ານ​ນາງ Obama
ຄັ້ງນີ້ ຈະ​ເນັ້ນ​ໜັກ​ໃສ່ເລື່ອງການ​ສຶກສາແລະ​ຈະພະຍາຍາມຫລີກລ່ຽງ ຈາກບັນຫາ​ໂຕ້​ແຍ້​ງ
ຕ່າງໆ​ ລະຫວ່າງ ສະຫະລັດ ​ແລະ​ຈີນ ​ເຊັນ​ວ່າ ບັນຫາດ້ານ​ສິດທິ​ມະນຸດ ​ແລະດ້ານການ​ຄ້າ.
​ສະຕີ​ໝາຍ​ເລກ​ນຶ່ງຄົນກ່ອນໆ​ສອງ​ທ່ານ ເຄີຍໄດ້​ຖະ​ແຫລ​ງກ່ຽວກັບ​ບັນຫາໂຕ້ແຍ້​ງ​ໃນ​ຂະນະ
​ທີ່​ຢ້ຽ​ມຢາມປະເທດຈີນ.

Michelle Obama
please wait
Embed

No media source currently available

0:00 0:00:59 0:00





XS
SM
MD
LG