ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານນາງ Michelle Obama ພົບປະກັບ ອາສາສະໝັກເພື່ອສັນຕິພາບ ຢູ່ ກຳປູເຈຍ


Few Aware of Michelle Obama’s Visit to Cambodia
please wait

No media source currently available

0:00 0:01:13 0:00

ສະຕີ​ໝາຍ​ເລກ​ນຶ່ງ ສະຫະລັດ ທ່ານ​ນາງ Michelle Obama
ກຳລັງ​ຢ້ຽມຢາ​ມ ກຳປູ​ເຈຍ ບ່ອນ​ທີ່​ທ່ານ​ນາງ​ໄດ້​ກ່າວໃນ​ວັນ​ເສົາ​
ມື້​ນີ້​ທີ່ສູນກາງເຝິກອົບຮົມແຫ່ງນຶ່ງ ຂອງອົງການອາສາສະໝັກ
ເພື່ອສັນຕິພາບ ຫຼື Peace Corp ທີ່ເມືອງ Siem Reap ຊຶ່ງ
ເປັນທີ່ຕັ້ງຂອງປາສາ​ດອັງ​ກໍ​ວັດ ທີ່​ມີ​ຊື່​ສຽງ​ຂອງ​ກຳປູ​ເຈຍ. ການ
ຢ້ຽມ ຢາມນີ້ ​ເປັນ​ພາກ​ສ່ວນ​ນຶ່ງຂອງການເດີນທາງໄປຢ້ຽມຢາມ
ສອງ​ປະ​ເທດເພື່ອເຜີຍ ແຜ່ໂຄງການລິເລີ້ມໃໝ່ ທີ່ມີເປົ້າໝາຍ
ສົ່ງເສີມການສຶກສາຂອງເດັກນ້ອຍແມ່ຍິງ ນັ້ນ.

ທ່ານ​ນາງ Michelle Obama ໄດ້ກ່າວຂອບອົກຂອບໃຈພວກ
ອາສາສະໝັກເພື່ອສັນຕິພາບ ກ່ຽວກັບວຽກງານທີ່ພວກເຂົາເຈົ້າໄດ້ກະທຳໄປເພື່ອໃຫ້ການ ສຶກສາແກ່ພວກເດັກນ້ອຍແມ່ຍິງກຳປູເຈຍ ແລະເຮັດໃຫ້ພວກເຂົາມີຄວາມສາມາດ. ທ່ານ
ນາງເອີ້ນພວກອາສາ ສະໝັກວ່າ ແມ່ນຕົນຕົວທີ່ຊີວິດຊີວາແລະຫາຍໃຈໄດ້ຂອງໂຄງການ “Let Girls Learn" ຫລື​ “ປ່ອຍ​ໃຫ້​ເດັກນ້ອຍ​ແມ່​ຍິງ​ໄດ້ຮ່ຳຮຽນ” ຂອງທ່ານນາງ.

ທ່ານນາງ Michelle Obama ແລະ ທ່ານນາງ Bun Rany
ທ່ານນາງ Michelle Obama ແລະ ທ່ານນາງ Bun Rany

ໃນຕອນເຊົ້າຂອງມື້ນີ້ ທ່ານນາງ Obama ໄດ້ພົບປະກັບພວກ
ເດັກນ້ອຍແມ່ຍິງ ຈຸນຶ່ງ ທີ່ໂຮງຮຽນຢູ່ນອກເມືອງ Siem Reap.

​ໂດຍການນຳທາງຂອງທ່ານ​ນາງ Bun Rany ພັນ​ລະ​ຍາ​ຂອງນາ
ຍົກລັດຖະມົນ ຕີ Hun Sen ທ່ານ​ນາງ Obama ​ໄດ້​ກ່າວ​ຕໍ່​ພວກ
​ນັກຮຽນ​ຍິງ​ ໃຫ້​ພາກັນ​ເຂົ້າ​ໂຮງຮຽນ ​ແລະສວຍໃຊ້​ຜົນ​ປະ​ໂຫຍ​ດ
ຂອງການ​ສື​ກສາ​ຂອງ​ເຂົາ​ເຈົ້າ ​ເພື່ອ​ຮຽກ​ຮ້ອງ​ເອົາ​ສິດເສລີພາບ​ຕື່ມ
ຂຶ້ນຢູ່​ໃນ​ປະ​ເທດ​ທີ່​ທຸກ​ຍາກ​ຂອງ​ເຂົາ​ເຈົ້າ.

Michelle Obama - Cambodia
please wait

No media source currently available

0:00 0:00:53 0:00

XS
SM
MD
LG