ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໑ ກັນຍາ ໒໐໒໓

ທ່ານນາງ Michelle Obama ເດີນທາງ ໄປຢ້ຽມຢາມ ຍີ່ປຸ່ນ ແລະກຳປູເຈຍ


ເດັກນ້ອຍຜູ້ຍິງກຳປູເຈຍຄົນນຶ່ງ ຢືນຖືຮູບ ຄອບຄົວປະທານາທິບໍດີ Barack Obama ລໍຖ້າຮັບຕ້ອນ ສະຕີໝາຍເລກນຶ່ງ ຂອງສະຫະລັດ ທີ່ນະຄອນຫລວງພະນົມເປັນ.

ສະຕີ​ໝາຍເລກ​ນຶ່ງ ທ່ານ​ນາງ Michelle Obama ​ໄດ້​ໄປ​ເຖິງ
ຍີ່ປຸ່ນ ​ແລ້ວ​ເພື່ອ​ທຳ​ການ​ຢ້ຽມຢາມ​ເປັນ​ເວລາ​ສາມ​ມື້ ໃນຈຸດ
ປະສົງ​ ເພື່ອເນັ້ນໜັກກ່ຽວກັບ​ ​ຂໍ້ລິເລີ້ມເລື້ອງການ​ສຶກສາເດັກ
ນ້ອຍຜູ້ຍິງ ​ຢູ່ໃນ​ທົ່​ວ​ໂລກ ຂອງທ່ານນາງ.

ທ່ານ​ນາງ Obama ​ໄດ້ໄປເຖິງ​ ​ນະ​ຄອນ​ຫລວງ​ໂຕ​ກຽວ ​ໃນ​
ຕອນແລງ​ມື້​ນີ້. ​ໃນ​ວັນ​ພະຫັດ ມື້​ອຶ່ນ ທ່ານ​ນາງ​ຈະ​ພົບ​ປະ​ກັບ
ແບບແຍກກັນ ກັບນາຍົກລັດຖະມົນຕີ Shinzo Abe ​ແລະ
​ພັນ​ລະ​ຍາ​ຂອງ​ທ່ານ ຄືທ່ານນາງ Akie. ນອກນັ້ນ ທ່ານ​ນາງ
ຍັງ​ມີ​ແຜນທີ່ຈະ​ພົບ​ກັບພະເຈົ້າ​ຈັກກະພັດຂອງຍີ່ປຸ່ນ​ ແລະ
ພະມະ​ເຫ​ສີ ​ ກ່ອນ ​ເດີນທາງ​ໄປ​ຍັງສະຖານທີ່ທ່ອງ​ທ່ຽວສຳ
ຄັນ ຄືນະຄອນ Kyoto ​ໃນ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້.

ສະຕີໝາຍ​ເລກ​ນຶ່ງ ບໍ່​ສາມາດ​ຕິດ​ຕາມ ປະ​ທານາ​ທິບໍດີ ​Barack Obama ​ໄປ​ຍີ່​ປຸ່ນ ໄດ້​
ໃນ​ປີ​ແລ້ວ​ນີ້. ການ​ເດີນທາງ​ດັ່ງກ່າວ​ນີ້ ​ແມ່ນເບິ່ງກັນ​ວ່າ​ເປັນ​ການ​ຢ້ຽມ ຢາມທົດ​ແທນ​ທີ່
ທ່ານນາງບໍ່ສາມາດ​ໄປ​ນັ້ນ.

ຖະ​ແຫລ​ງການຂອງທຳນຽບຂາວສະບັບນຶ່ງ​ ກ່າວ​ວ່າ ທ່ານ​ນາງ Obama ຈະ​ປະກາດ
ການ​ເປັນ​ພາຄີ ລະຫວ່າງສະຫະລັດ ​ແລະຍີ່ປຸ່ນ ກ່ຽວ​ກັບ​ການ​ຊ່ວຍໃຫ້​ບັນດາ​ເດັກນ້ອຍ​
ຜູ້ຍິງ​ໄດ້​ຮໍ່າຮຽນ ທີ່​ແນໃສ່​ເພື່ອຊ່ວຍ​ໃຫ້ການສຶ​ກສາ​ແກ່ເດັກນ້ອຍ​ຜູ້ຍິງ 62 ລ້ານ​ຄົນ ​ຢູ່ໃນ​
ທົ່ວ​ໂລກ ​ທີ່​ບໍ່​ມີ​ໂອກາດ​ໄດ້​ເຂົ້າ​ໂຮງຮຽນ.

​ໃນ​ວັນ​ສຸກນີ້ ທ່ານ​ນາງຈະ​ເດີນທາງ​ໄປປະ​ເທດ​ກຳປູ​ເຈຍ ຊຶ່ງ​ເປັນນຶ່ງ​ໃນ​ຈຳນວນ 11 ປະ​
ເທດ ທີ່ຮວມຢູ່ໃນແຜນກນລິ​ເລີ້ມ​ນັ້ນ. ນີ້​ເປັນ​ເທຶ່ອທຳ​ອິດ ​ທີ່ສະຕີ​ໝາຍ​ເລ​ກນຶ່ງ ທີ່ຍັງຢູ່ໃນ
​ຕຳ​ແໜ່ງຂອງສະຫະລັດ ເດີນທາງ​ໄປ​ຢ້ຽມຢາມປະເທດໃນ ເຂດເອ​ເຊຍ​ອາຄະ​ເນ.

ຢູ່​ທີ່​ປະ​ເທດກຳປູ​ເຈຍ ທ່ານ​ນາງ Obama ຈະ​ພົບ​ກັບ ທ່ານນາງ Bun Rany ສະຕີ​ໝາຍ​
ເລກ​ນຶ່ງກຳ​ປູ​ເຈຍ. ທ່ານນາງ ຍັງ​ຈະ​ພົບ​ປະ​ກັບ ​ບັນດາ​ອາສາ​ສະມັກ ຢູ່​ໃນໂຄງການ
Peace Corps ຂອງສະຫະລັດ ຊຶ່ງຈະມີ​ບົດບາດ​ອັນ​ສຳ​ຄັນ​ໃນ​ການ​ຊ່ວຍ​ເຫລືອ ເພື່ອ
ຊ່ອຍໃຫ້​ພວກ​ເດັກນ້ອຍ​ຜູ້​ຍິງ​ໄດ້​ເຂົ້າ​ໂຮ​ງຮຽນຫຼາຍຕື່ມ ຂຶ້ນ.

ຢູ່​ໃນ​ບົດ​ຄວາມ​ເຫັນ​ອາທິດ​ນີ້​ ຂອງໜັງສືພິມ The Wall Street Journal ທ່ານ​ນາງ
Obama ກ່າວ​ວ່າ ​ເດັກນ້ອຍ​ຜູ້ຍິງ 62 ລ້າ​ນຄົນ​ທີ່​ບໍ່​ໄດ້​ເຂົ້າ​ໂຮງຮຽນ ສະ​ແດງ​ໃຫ້​ເຫັນ “​
ການປະ​ຖີ້ມໂອກາດທີ່ໜ້າເສົ້າ​ໃຈ ໃນຄວາມສາມາດບົ່ມຊ້ອນ ຂອງມະນຸດ.”

ທ່ານ​ນາງກ່າວ​ວ່າ “ມັນ​ຍັງເປັນ​ການ​ທ້າ​ທາ​ຍ ຕໍ່ບັນຫາດ້ານສາທາລະນະສຸກ ​ການ​ຖ່ວງ
ດຶງ​ຕໍ່​ເສດຖະກິດແຫ່ງ​ຊາດ​ແລະ​ຄວາມ​ຮັ່ງມີ​ຂອງ​ໂລກ ​ແລະເປັນໄພ​ຂົ່ມຂູ່​ຕໍ່ຄວາມ​ປອດ
​ໄພຂອງ​ປະ​ເທດຕ່າງໆໃນ​ທົ່ວ​ໂລກ ຮວມທັງຂອງ​ພວກ​ເຮົາ​ນຳດ້ວຍ.”

Michelle Obama Japan
please wait
Embed

No media source currently available

0:00 0:00:51 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

XS
SM
MD
LG