ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໒ ມິຖຸນາ ໒໐໒໓

ຮູບ ໜັງສືເດີນທາງ ຂອງທ່ານນາງ Michelle Obama ຖືກນຳອອກເຜີຍແຜ່ ອອນລາຍ


ສະຕີໝາຍເລກນຶ່ງຂອງສະຫະລັດ ທ່ານນາງ Michelle Obama ກ່າວຄຳປາໄສ ທີ່ກອງປະຊຸມແຫ່ງຊາດ ຂອງ ພັກເດໂມແຄຣັດ ທີ່ນະຄອນ Philadelphia ເມື່ອວັນທີ 25 ກໍລະກົດ 2016.

ຮູບ​ພາບ​ທີ່​ກ່າວ​ກັນ​ວ່າ​ຖືກ​ສະ​ແກນ​ມາ​ຈາກ​ຮູບ​ໃນ​ໜັງສື​ເດີນທາງ​ຂອງ​ສະຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ Michelle Obama ​ໄດ້​ຖືກ​ພິມເຜີຍ​ແຜ່​ ໂດຍ​ເວັບ​ໄຊ ຂອງ​ພວກ​ແຮັກເກີ້ ທີ່​ມີ​ຊື່ວ່າ DC Leaks.

ການ​ພິມ​ເຜີຍ​ດັ່ງກ່າວນີ້ ຍັງ​ຮວມທັງ​ອີ​ແມ​ລສ່ວນ​ຕົວ ທີ່​ກ່າວ​ວ່າເປັນ​ຂອງພະນັກງານລະ ດັບຕ່ຳ​ຄົນ​ນຶ່ງຂອງ​ທຳນຽບຂາວ ທີ່​ເຮັດ​ວຽກໃຫ້​ກັບ​ການ​ໂຄສະນາ​ຫາ​ສຽງຂອງ​ທ່ານ​ນາງ Hillary Clinton.

​ເອກ​ກະສາ​ນທີ່​ຮົ່ວ​ໄຫຼດັ່ງກ່າວ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ພິ​ສູດ​ເທື່ອ ​ແຕ່​ເຈົ້າໜ້າ​ທີ່​ລັດຖະບານ​ທ່ານ​ໂອ​ບາ​ມາ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ຕົນ​ຮູ້​ເລື້ອງ ກ່ຽວ​ກັບການ​ກ່າວ​ອ້າງ​ນີ້ ​ແລະ​ກຳລັງ​ກວດ​ສອບ​ເບິ່ງ​ຢູ່.

ຂໍ້​ມູນ​ດັ່ງກ່າວ​ແມ່ນ​ສ່ວນ​ນຶ່ງ​ຂອງ​ອີ​ແມ​ລ ​ແຕ່​ເດືອນ​ກຸມພາ​ປີ 2015 ​ໄປ​ຫາ​ເດືອນ​ກໍລະກົດ ​ປີ 2016​ ທີ່​ປາກົດ​ວ່າ​ ໄດ້​ຖືກ​ເຈາະ​ເອົາ​ໄປຈາກ​ບັນຊີ Gmail ຂອງ​ພວກພະນັກງານ​ລ່ວງ​ໜ້າ​ທຳນຽບຂາວ ທີ່​ຮັບຜິດຊອບ ກ່ຽວ​ກັບ​ການຈັດ​ແຈງ ໃນການ​ເດີນທາງ​ ຢ່າງ​ເປັນ​ທາງ​ການ. ສິ່ງ​ທີ່​ຮົ່ວ​ໄຫລ​ແມ່ນ​ຮວມທັງ​ໜ້າ​ຮູບ ​ແລະ​ຂໍ້​ມູນ​ຂອງ​ໜັງສື​ເດີນທາງ​ ຂອງ​ທ່ານ​ນາງ Michelle.

​ເມື່ອ​ບໍ່​ດົນ​ຜ່ານ​ມາ ​ເວັບ​ໄຊ​ດຽວ​ກັນນີ້ ກໍ​ໄດ້​ພິມ​ເຜີຍ​ແຜ່​ ອີີແມ​ລສ່ວນ​ຕົວ ຂອງ​ອະດີດ​ລັດ ຖະມົນຕີ​ການ​ຕ່າງປະ​ເທດ Colin Powell ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ບໍ່​ມັກ​ທ່ານ​ນາງ Clinton ​ແລະ​ຜູ້​ສະໝັກ ​ທີ່​ເປັນ​ຄູ່​ແຂ່ງ​ຈາກ​ພັກຣີພັບ​ບລີ​ກັນ​ຂອງທ່ານ​ນາງ​ນັ້ນກໍ​ຄື​ທ່ານ Donald Trump. ທ່ານ Powell ​ໃຫ້ການ​ຢືນຢັນ​ວ່າ ຂໍ້​ມູນ​ທີ່​ຖືກລັກຂະ​ໂມ​ຍ​ໄປ​ ແມ່ນ ຂອງແທ້.

​ເວັບ​ໄຊ DC Leaks ກ່າວ​ວ່າ ​ເປົ້າໝາຍ​ຂອງ​ຕົນ​ ກໍ​ແມ່ນ​ເພື່ອ​ເຜີຍ​ແບ​ ການ​ໃຊ້​ອຳນາດ​ ທາງ​ການ​ເມືອງ​ໄປ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ ​ແຕ່​ກໍ​ມີ​ການ​ກ່າວ​ຫາ​ວ່າ​ເປັນ​ບ່ອນເປີດ​ເຜີຍ​ຂອງ​ພວກ​ເຈາະ​ຂໍ້​ມູນ​ ທີ່​ມີ​ຄວາມ​ສຳພັນ​ກັບກຸ່ມ​ສືບ​ລັບຣັດ​ເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG