ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຕີໝາຍເລກນຶ່ງຂອງສະຫະລັດ ຈັດກິດຈະກໍາສົ່ງເສີມ ການຫລີ້ນກິລາ ຢູ່ທໍານຽບຂາວ (ເບິ່ງວີດີໂອລາວ-ອັງກິດ)


ທີມຊາດບານເຕະແມ່ຍິງຂອງສະຫະລັດ ແລະເດັກນ້ອຍກຸ່ມນຶ່ງ ຫລິ້ນກິລາບານເຕະ ຢູ່ສະໜາມຫຍ້າ
ດ້ານໃຕ້ຂອງທໍານຽບຂາວໃນວັນທີ 6 ເດືອນຕຸລາ, 2011
ທີມຊາດບານເຕະແມ່ຍິງຂອງສະຫະລັດ ແລະເດັກນ້ອຍກຸ່ມນຶ່ງ ຫລິ້ນກິລາບານເຕະ ຢູ່ສະໜາມຫຍ້າ ດ້ານໃຕ້ຂອງທໍານຽບຂາວໃນວັນທີ 6 ເດືອນຕຸລາ, 2011

ໃນຕອນບ່າຍທີ່ມີແສງແດດອຸ່ນຂອງ​ວັນ​ທີ 6 ເດືອນຕຸລາ ຜ່ານມານີ້ ສະຕີໝາຍເລກນຶ່ງຂອງ ສະຫະລັດ ທ່ານນາງ ມີແຊລ ໂອບາມາ ໄດ້ເປັນເຈົ້າພາບຕ້ອນຮັບທີມຊາດບານເຕະ​ແມ່ຍິງ ຂອງ​ສະຫະລັດ ແລະເດັກນ້ອຍຈາກ​ເຂດ​ທ້ອງ​ຖິ່ນກຸ່ມນຶ່ງ ທີ່ໄດ້ມີ​ໂອກາດຫລິ້ນກິລາບານ ເຕະກັບ​ສະມາຊິກທີມຊາດບານເຕະ​ແມ່ຍິງ ຢູ່ສະໜາມຫຍ້າດ້ານໃຕ້ຂອງທໍານຽບຂາວ. ຜູ້ ສື່ຂ່າວວີໂອເອ Tala Hadavi ມີລາຍລະອຽດເລື້ອງນີ້ ຊຶ່ງທອງ​ປານ​ຈະນໍາມາສະເໜີທ່ານ.

ເບິ່ງວີດີໂອ ລາຍງານພາສາລາວ:

ໃນຕົ້ນປີກາຍນີ້, ສະຕີໝາຍເລກນຶ່ງຂອງສະຫະລັດ ທ່ານນາງ ມີແຊລ ໂອບາມາ ໄດ້ເປີດ
ສາກ​ທໍາການປຸກລະດົມທີ່ມີຄວາມມຸ້ງຫວັງສູງ ທີ່​ໃສ່ຊື່ວ່າ“Let's Move” ຫລື “ມາພາກັນ
ເຄື່ອນໄຫວ​ເໜັງ​ຕິງເຖາະ.” ການປຸກລະດົມນີ້ແມ່ນເພື່ອແນໃສ່ ແກ້ໄຂບັນຫາຄວາມອ້ວນ
ພີຈົນເກີນໄປຂອງເດັກນ້ອຍ ໃຫ້ໄດ້ພາຍໃນຊົ່ວຄົນລຸ່ນນຶ່ງ. ທ່ານນາງ​ໂອ​ບາ​ມາກ່າວຕໍ່
ພວກ​ເດັກນ້ອຍ​ເຫລົ່າ​ນັ້ນວ່າ:

“ແນວຄິດລິເລີ້ມ​ໃໝ່ອັນໃຫຍ່ທີ່ສຸດອັນ​ນຶ່ງຂອງຂ້າພະເຈົ້າກໍຄື ຮັບປະກັນວ່າ
ພວກເດັກນ້ອຍທຸກຄົນຄືກັນກັບພວກເຈົ້ານີ້ ຢູ່ທົ່ວປະເທດ ໄດ້ອອກກໍາລັງ
ກາຍຕາມທີ່ພວກເຈົ້າຕ້ອງການ ແລະໄດ້ກິນອາຫານທີ່ຖືກຕ້ອງ ແລະ​ໃຫ້​
ພວກ​ເຈົ້າເຂົ້າໃຈວ່າ ສິ່ງເຫລົ່ານີ້ຈະຊ່ວຍພວກເຈົ້າໄດ້ແນວໃດໃນຫລາຍໆ​
ທາງ​ຕ່າງກັນ.”


ສະມາຊິກຂອງທິມຊາດບານເຕະຍິງຜູ້ນຶ່ງ ຝຶກການເຕະບານໃຫ້ແກ່ ເດັກນ້ອຍ ຢູ່ສະໜາມຫຍ້າດ້ານໃຕ້ຂອງທໍານຽບຂາວ
ສະມາຊິກຂອງທິມຊາດບານເຕະຍິງຜູ້ນຶ່ງ ຝຶກການເຕະບານໃຫ້ແກ່ ເດັກນ້ອຍ ຢູ່ສະໜາມຫຍ້າດ້ານໃຕ້ຂອງທໍານຽບຂາວ

ການປຸກລະດົມທີ່ມີຫົວຂໍ້ວ່າ
“ມາພາກັນເຄື່ອນໄຫວເຖາະ”
ຫລື “Let's Move” ນີ້ ​ແມ່ນ
ພົວພັນກັບຫລາຍໆພາກສ່ວນ
ແລະການເປັນພາ​ຄີກັນ​ໃນ
ຫລາຍ​ໂຄງການ. ນຶ່ງໃນໂຄງ
ການທີ່ເບົາໆນັ້ນ ແມ່ນກ່ຽວ
ຂ້ອງກັບງານກິລາທີ່ຈັດຂຶ້ນ
ໃນເດີ່ນຫຍ້າດ້ານໃຕ້ຂອງ
ທໍານຽບຂາວ. ສໍາລັບງານມື້ນີ້
ແມ່ນມີນັກເຕະບານ 6 ຄົນ
ຈາກທີ​ມຊາດຍິງຂອງສະຫະລັດ
ມາສະແດງໃຫ້ພວກເດັກນ້ອຍໄດ້ເບິ່ງ ໄດ້ຊົມການຝຶກ​ເຕະບານບາງຢ່າງຢູ່ເດີ່ນຫຍ້າ ຊຶ່ງ​ນັບ
ວ່າເປັນກຽດອັນພິເສດແລະໜ້າຕື່ນເຕັ້ນດີ​ໃຈ​ທີ່​ສຸດສໍາລັບພວກນັກ​ເຕະບານນ້ອຍໆ​ເຫລົ່ານັ້ນ.

ການອອກກໍາລັງກາຍແມ່ນສິ່ງນຶ່ງທີ່ສະຕີໝາຍເລກນຶ່ງຂອງ​ສະຫະລັດມັກສຸດໃຈ ແລະໃນມື້ນີ້
ທ່ານ ນາງກໍບໍ່ຢ້ານທີ່ຈະສະ​ແດງໃຫ້ຄົນອື່ນເບິ່ງ. ທ່ານນາງແລ່ນອ້ອມເດີ່ນກັບເດັກນ້ອຍ
ແລະຊຸກຍູ້ໃຫ້ ພວກເຂົາຝຶກຫັດອອກກໍາລັງກາຍໃນຫລາຍໆແບບ. ທ່ານນາງບອກ​ພວກ
ເດັກນ້ອຍວ່າ:

ທ່ານນາງມີແຊລ ໂອ້ລົມກັບສະມາຊິກທີມຊາດ ບານເຕະແມ່ຍິງຂອງສະຫະລັດ ທີ່ເສຍຕໍາແໜ່ງ ແຊ້ມໂລກໃຫ້ຍີ່ປຸ່ນ ໃນແຂ່ງຂັນຍາດເອົາຂັນ World Cup ເມື່ອກາງປີ 2011​ ນີ້.
ທ່ານນາງມີແຊລ ໂອ້ລົມກັບສະມາຊິກທີມຊາດ ບານເຕະແມ່ຍິງຂອງສະຫະລັດ ທີ່ເສຍຕໍາແໜ່ງ ແຊ້ມໂລກໃຫ້ຍີ່ປຸ່ນ ໃນແຂ່ງຂັນຍາດເອົາຂັນ World Cup ເມື່ອກາງປີ 2011​ ນີ້.

“ພວກເຈົ້າບໍ່ຈໍາເປັນຕ້ອງເປັນ
ນັກກິລາທີ່ໂດດເດັ່ນດອກ
ເພື່ອຈະຫລິ້ນກິລາ ແລະ
ເຄື່ອນໄຫວໄປມາໄດ້, ແຕ່ວ່າ
ການໄປເຂົ້າຮ່ວມກິດຈະການ
ຄືແນວນີ້ ແມ່ນສາມາດຊ່ວຍ
ພວກເຈົ້າໄດ້ໃນຫລາຍທາງ
ແຕກຕ່າງກັນ. ມັນມີການ
ກ່ຽວພັນກັນ​ໂດຍ​ກົງລະ
ຫວ່າງຄວາມ​ແຂງແຮງ​ຂອງ
ສຸຂະພາບຂອງ​ເຈົ້າ ກັບອາ
ຫານປະ​ເພດທີ່ພວກເຈົ້າກິນ
ເຂົ້າໄປຫລໍ່ລ້ຽງຮ່າງກາຍ
ແລະວິທີການທໍາງານຂອງ
ສະໝອງຂອງພວກເຈົ້າ.”

ໃນ​ໄລຍະສາມທົດສະວັດຜ່ານ
ມານີ້ ຈໍານວນເດັກນ້ອຍທີ່ອ້ວນ
ພີຈົນເກີນໄປ ຢູ່ໃນສະຫະລັດ
ໄດ້ເພີ້ມຂຶ້ນສາມເທົ່າ​ໂຕ. ປັດຈຸ
ບັນນີ້ ເດັກນ້ອຍ 1 ຄົນໃນ 3 ຄົນໃດຢູ່ໃນອາເມຣິກາ ແມ່ນນໍ້າໜັກເກີນ ຫລືອ້ວນພີຈົນ
ເກີນໄປ. ທ່ານ​ນາງ​ມີ​ແຊ​ລ ​ໂອ​ບາ​ມາ ສະຕີໝາຍເລກນຶ່ງຂອງ​ສະຫະລັດ ຢາກ​ເຮັດໃຫ້ມີ
ຄວາມປ່ຽນແປງໃນສະພາບການອັນນັ້ນ​ໃນ​ທາງ​ທີ່​ດີ​ຂຶ້ນ ກ່ອນທີ່ທ່ານ​ບາຣັກ ໂອ​ບາ​ມາ
ສາມີຂອງທ່ານນາງ ຈະ​ພົ້ນ​ຈາກຕໍາ​ແໜ່​ງປະທານາທິບໍດີຫລືຍ້າຍອອກຈາກທໍານຽບຂາວໄປ.

ເບິ່ງວີດີໂອ ລາຍງານພາສາອັງກິດ:

XS
SM
MD
LG