ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານນາງ Michelle Obama ເວົ້າເຖິງ ຄວາມໂຫດຮ້າຍ ແລະໜ້າຢ້ານກົວ ແກ່ແມ່ຍິງ ຢູ່ການໂຄສະນາຫາສຽງ


ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ກ່າວ ລະຫວ່າງການໂຄສະນາຫາສຽງ ແກ່ຜູ້ສະໝັກເປັນປະທານາທິບໍດີ
ພັກເດໂມແຄຣັດ ທ່ານນາງ Hillary Clinton ທີ່ເມືອງ Manchester ລັດ New Hampshire.
ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ກ່າວ ລະຫວ່າງການໂຄສະນາຫາສຽງ ແກ່ຜູ້ສະໝັກເປັນປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ທີ່ເມືອງ Manchester ລັດ New Hampshire.

ສະຕີ​ໝາຍ​ເລກ​ນຶ່ງ​ທ່ານ​ນາງ Michelle Obama ກ່າ​ວກ່ຽວ​ກັບ​ບັນດາແມ່ຍິງ ​ແລະ​ຮ່າງ ກາຍ​ຂອງ​ເຂົາ​ເຈົ້າ ທີ່ໄດ້​ປາກົດໃຫ້ເຫັນຈາກ​ຜູ້​ສະໝັກ​ປະທານາທິບໍດີ​ຄົນ​ນຶ່ງວ່າ “ໂຫດ ຮ້າຍ, ເປັນຕາຢ້ານ​ ​ແລະ ມັນ​ເຈັບ​ປວດ.”

ທ່ານ​ນາງ Michelle Obama ບໍ່​ໄດ້​ກ່າວ​ເຖິງ​ຊື່​ຂອງ​ທ່ານ Donald Trump ໃນລະຫວ່າງ​ການ​ກ່າວຄຳປາໄສໂຄສະນາ​ຫາ​ສຽງ​ສຳລັບ​ທ່ານ​ນາງ Hillary Clinton ຢ່າງ​ມີ​ຄວາມ​ຮູ້ ສຶກ​ເຈັບ​ປວດໃນ​ວັນ​ພະຫັດ​ວານ​ນີ້​ໃນ​ນະຄອນ New Hampshire. ​ແຕ່ວ່າ​ທ່ານ​ນາງ​ໄດ້​ອ້າງ​ເຖິງ​ການ​ກ່າວ​ຫາ​ໃໝ່ໆ​ຢ່າງ​ຈະ​ແຈ້ງ​ຈາກ ພວກແມ່ຍິງ​ສີ່​ຄົນ ຜູ້​ທີ່​ກ່າວ​ວ່າ ທ່ານ Trump ​ໄດ້​ຈັບບາຍ ​ແລະ​ບັງ​ຄັບ​ຈູບ​ເຂົາ​ເຈົ້າ.

ບັນດາສະຕີໜຸ່ມ ພາກັນຟັງການກ່າວຂອງທ່ານນາງ Michelle Obama ລະຫວ່າງການໂຄສະນາຫາສຽງແກ່ ທ່ານນາງ Hillary Clinton ທີ່ເມືອງ Mancheste ລັດ New.Hampshire.
ບັນດາສະຕີໜຸ່ມ ພາກັນຟັງການກ່າວຂອງທ່ານນາງ Michelle Obama ລະຫວ່າງການໂຄສະນາຫາສຽງແກ່ ທ່ານນາງ Hillary Clinton ທີ່ເມືອງ Mancheste ລັດ New.Hampshire.

ທ່ານ​ນາງ Obama ກ່າວ​ວ່າ “ນີ້​ບໍ່ແມ່ນເລື່ອງ​ປົກກະຕິ​ ນີ້​ບໍ່​ແມ່ນ​ການ​ເມືອງ​ທີ່​ປົກກະ​ຕິ. ນີ້​ເປັນ​ການບໍ່​ໃຫ້​ຄວາມ​ນັບຖື. ມັນຮັບບໍ່​ໄດ້. ​ແລະ​ມັນ​ບໍ່​ກ່ຽວເລີຍ​ວ່າ​ພັກ​ການ​ເມືອງ​ໃດ​ທີ່​ທ່ານ​ສັງກັດ​ຢູ່ບໍ່ວ່າຈະເປັນພັກ ​ເດ​ໂມແຄຣັດ ຣີພັບ​ບລິ​ກັນ ​ຫຼື ເອກ​ກະລາດ ບໍ່​ມີ​ແມ່ຍິງ​ຄົນ​ໃດ​ທີ່​ຈະ​ຕ້ອງ​ຖືກ​ເຮັດ​ໃຫ້ແບບນີ້. ພວກ​ເຮົາ​ໝົດ​ທຸກ​ຄົນ​ບໍ່​ສົມຄວນ​ໄດ້​ຮັບ​ການ​ທຳ​ຮ້າຍແບບ​ນີ້ ​ແລະ​ ຕ້ອງ​ຢຸດ​ເຊົາ​ດຽວນີ້.”

ສະຕີ​ໝາຍ​ເລກ​ນຶ່ງ​ກ່າວ​ວ່າ ທ່ານ​ນາງບໍ່​ພຽງ​ແຕ່​ມີ​ຄວາມ​ເປັນ​ຫ່ວງ​ວ່າ “ຜູ້​ມີ​ອຳນາດ​ຄົນ​ນຶ່ງ” ​ໃຊ້​ພາສາ​ທີ່​ຫຍາບ​ຄາຍ​ “ກ່າວຢ່າງເສລີ ແລະ ຢ່າງເປີດເຜີຍ​ກ່ຽວ​ກັບ​ການ​ປະພຶດ​ທາງ​ເພດ” ທີ່​ເປັ​ນຜົນ​ກະທົບ​ຕໍ່​ເດັກນ້ອບ​ແມ່ຍິງ ​ແລະເດັກ ນ້ອຍ​ຜູ້​ຊາຍ. ທ່ານ​ນາງ​ກ່າວ​ວ່າ ​ໂລກ​ທັງ​ໝົດພາກັນ​ເບິ່ງສະຫະລັດວ່າ ​ເປັນ​ແບບຢ່າງ​ແກ່​ສິດທິແມ່ຍິງ ​ແລະ​ກາ​ນສຶກສາ.”

ຜູ້ສະໝັກປະທານາທິບໍດີ ພັກຣີພັບບລິກກັນ ທ່ານ Donald Trump ກ່າວຢູ່ການໂຄສະນະຫາສຽງ ທີ່ລັດ Florida.
ຜູ້ສະໝັກປະທານາທິບໍດີ ພັກຣີພັບບລິກກັນ ທ່ານ Donald Trump ກ່າວຢູ່ການໂຄສະນະຫາສຽງ ທີ່ລັດ Florida.

“​ແຕ່​ຖ້າ​ຫາກ​ວ່າ​ເຮົາ​ມີ​ປະທານາທິບໍດີ ຜູ້​ທີ່​ບໍ່​ໃຫ້​ກຽດ​ແກ່​ແມ່ຍິງ​ຢູ່​ເປັນ​ປະຈຳ ຜູ້​ທີ່ເວົ້າ​ກ່ຽວ​ກັບ​ທາງ​ເພດ ທຳ​ຮ້າຍ​ແມ່ຍິງ ​ແລະ​ພວກ​ເຮົາ​ຈະສາມາດ​ຮັກສາອຳນາດ ສິນລະ​ທຳຢູ່​ໃນ​ໂລກໄດ້ຢ່າງ​ໃດ? ພວກ​ເຮົາ​ຈະ​ສາມາດ​ດຳ​ເນີນ​ການ​ເປັນ​ຜູ້ນຳ​ພາຄວາມເສລີພາບ ​ແລະ​ຄວາມ​ທ່ຽງທຳ ​ແລະ​ກຽດ​ສັກ​ສີ​ຂອງ​ມະນຸດໄດ້​ຢ່າງ​ໃດ?

ບັນດາຜູ້ສະໜັບສະໜູນ ຜູ້ຖືກສະເໜີເປັນປະທານາທິບໍດີ ທ່ານ Donald Trump ພາກັນເລົ່າຄວາມຈົງຮັກພັກດີຕໍ່ປະເທດຊາດ.
ບັນດາຜູ້ສະໜັບສະໜູນ ຜູ້ຖືກສະເໜີເປັນປະທານາທິບໍດີ ທ່ານ Donald Trump ພາກັນເລົ່າຄວາມຈົງຮັກພັກດີຕໍ່ປະເທດຊາດ.

ທ່ານ Trump ພຽງ​ແຕ່​ບັງຄັບ​ປ້ອງ​ກັນຕົນ​ເອງ ຕ້ານ​ການ​ກ່າວ​ຫາຈາກ​ແມ່ຍິງ​ຢູ່່​ໜັງສືພິມ the New York Time, the Palm Beach (Florida) Post ​ແລະນິຕິ​ຍະ​ສານ People ທີ່​ກ່າວ​ວ່າ​ທ່ານ​ໄດ້​ຈັບບາຍ​ເຂົາ​ເຈົ້າ. ທ່ານເອີ້ນເລື່ອງ​ຂອງ​ເຂົາ​ເຈົ້າວ່າ “​ເປັນ​ເລື່ອງ​ທີ່​ບໍ​ມີ​ມູນຄວາມ​ຈິງ​ທັງ​ໝົດ.”

“ການ​ອ້າງ​ທັງ​ໝົດເຫລົ່າ​ນີ້​ເປັນ​ການເສກ​ສັນປັ້ນ​ແຕ່ງ. ມັນ​ເປັນ​ເລື່ອງທີ່​ບໍ່​ມີ​ຄວາມ​ຈິງ​ແລະ​ຂີ້​ຕົວະ” ທ່ານ Trump ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ລັດ Florida ​ໃນ​ວັນ​ພະຫັດ​ວານ​ນີ້​. “​ເຫດການ​ເຫລົ່າ​ນີ້​ບໍ່​ເຄີຍ​ເກີດ​ຂຶ້ນ ​ແລະ​ຄົນ​ຜູ້​ທີ່​ໄດ້ເວົ້າມັນເຂົ້າ​ໃຈ​ຢ່າງ​ເຕັມທີ່.

ອ່ານຂ່າວນີ້ເພີ້ິມເປັນພາສາອັງກິດ

Michelle Obama Trump
please wait
Embed

No media source currently available

0:00 0:01:42 0:00

XS
SM
MD
LG