ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທ.ນ. ມິແຊລ ໂອບາມາ ເອີ້ນ ທ. ທຣຳ ວ່າ 'ບໍ່ເຫມາະສົມທີ່ຈະເປັນປະທານາທິບໍດີຂອງປະເທດພວກເຮົາ' ໃນຂະນະພັກເດໂມແຄຣັດເປີດກອງປະຊຸມ


ພາບນີ້ມາຈາກບັນທຶກວີດີໂອ, ອະດີດສະຕີໝາຍເລກນຶ່ງ ທ່ານນາງມິແຊລ ໂອບາມາ ກ່າວຄຳປາໄສ ໃນຄືນທຳອິດ ຂອງກອງປະຊຸມແຫ່ງຊາດພັກເດໂມແຄຣັດ ໃນວັນຈັນ ທີ 17 ສິງຫາ 2020. (Democratic National Convention via AP)
ພາບນີ້ມາຈາກບັນທຶກວີດີໂອ, ອະດີດສະຕີໝາຍເລກນຶ່ງ ທ່ານນາງມິແຊລ ໂອບາມາ ກ່າວຄຳປາໄສ ໃນຄືນທຳອິດ ຂອງກອງປະຊຸມແຫ່ງຊາດພັກເດໂມແຄຣັດ ໃນວັນຈັນ ທີ 17 ສິງຫາ 2020. (Democratic National Convention via AP)

ອະດີດສະຕີໝາຍເລກນຶ່ງ ທ່ານນາງມິແຊລ ໂອບາມາ ໄດ້ຍ້ອງຍໍ ທ່ານໂຈ ໄບເດັນ ຜູ້ທີ່ຄາດໝາຍຈະໄດ້ເປັນຜູ້ສະໝັກລົງແຂ່ງຂັນ ເປັນປະທານາທິບໍດີ ຂອງພັກເດໂມແຄຣັດ ເຊັ່ນວ່າ ເປັນຜູ້ນຳທີ່ມີຄວາມສາມາດສຳລັບປະເທດຊາດຍ້ອນ ເພິ່ນມີ “ຄວາມເຫັນອົກເຫັນໃຈ ຄວາມມຸ້ງໝັ້ນ ເປັນຄົນດີ” ໃນຂະນະດຽວກັນ ໄດ້ຕ້ອງຕິປະທານາທິບໍດີ ດໍໂນລ ທຣຳ ຢ່າງໜັກເຊັ່ນວ່າ ເປັນຜູ້ທີ່ຂາດຄວາມສາມາດ ໃນການເຂົ້າໃຈຄວາມຮູ້ສຶກ ແລະປະສົບການຂອງຄົນອື່ນໆ.

ໂດຍກຳນົດຂອບເຂດຄືນທຳອິດ ໃນສີ່ຄືນຂອງກອງປະຊຸມແຫ່ງຊາດພັກເດໂມແຄຣັດ ທີ່ບໍ່ທຳມະດາໃນວັນຈັນວານນີ້ ທ່ານນາງໂອບາມາ ໄດ້ໂຕ້ແຍ້ງຢ່າງແຂງຂັນວ່າ ທ່ານທຣຳ ບໍ່ສາມາດແກ້ໄຂວິກິດການດ້ານເສດຖະກິດ ແລະສັງຄົມ ແລະການລະບາດລະດັບໂລກຂອງໄວຣັສໂຄໂຣນາ ຢູ່ໃນປະເທດ ໃນຂະນະທີ່ຫັນໜີຈາກກຸ່ມພັນທະມິດສາກົນ ທີ່ໄດ້ຈັດຕັ້ງຂຶ້ນໂດຍລັດຖະບານຊຸດກ່ອນ.

“ຂ້າພະເຈົ້າຈະຊື່ສັດແລະຊັດເຈນເທົ່າທີ່ຂ້າພະເຈົ້າສາມາດເຮັດໄດ້” ທ່ານນາງໄດ້ກ່າວໄປໃນຄຳປາໄສທີ່ໄດ້ຖືກບັນທຶກໄວ້ລ່ວງໜ້າ. ທ່ານນາງກ່າວໄປອີກວ່າ “ດໍໂນລ ທຣໍາ ເປັນປະທານາທິບໍດີ ທີ່ບໍ່ເຫມາະສົມສໍາລັບປະເທດຂອງພວກເຮົາ. ລາວມີເວລາຫຼາຍພຽງພໍທີ່ຈະພິສູດວ່າ ລາວສາມາດປະຕິບັດໜ້າທີ່ໄດ້ ແຕ່ເປັນທີ່ຈະແຈ້ງແລ້ວວ່າ ລາວຂາດຄວາມສາມາດ.”

ທ່ານນາງກ່າວຕື່ມໄປວ່າ “ລາວບໍ່ສາມາດກຳສະພາບການນີ້ໄດ້” ໃນການກ່າວປາໄສເປີດກອງປະຊຸມໃນຄືນທຳອິດ. ແລະກ່າວຕໍ່ໄປວ່າ “ລາວ ບໍ່ສາມາດເປັນຜູ້ທີ່ພວກເຮົາຢາກໃຫ້ລາວເປັນ ໄດ້ເລີຍ.”

ທ່ານທຣຳ ໄດ້ເຢາະເຢີ້ຍຄວາມພະຍາຍາມຂອງພັກເດໂມແຄຣັດ ໃນລະຫວ່າງການຢຸດແວ່ ສະໜາມບິນ ເຊນພອລຂອງນະຄອນ-ມິນີອາໂປລິສ ໃນຕອນເຊົ້າວັນຈັນວານນີ້ ຊຶ່ງທ່ານເດີນທາງໄປຍັງການໂຮມຊຸມນຸມ ໃນເມືອງແມນກາໂຕ ລັດມິນເນໂຊຕາ.

ທ່ານທຣຳ ໄດ້ກ່າວຕໍ່ພວກສະໜັບສະໜຸນໃນຂະນະທີ່ພວກເຂົາຫົວຍິ້ມ ວ່າ “ໃນເວລາທີ່ເຈົ້າໄດ້ຍິນຄໍາປາໄສທີ່ຖືກບັນທຶກໄວ້ ມັນຄືກັບວ່າ ບໍ່ມີຫຍັງຕື່ນເຕັ້ນຫຼາຍກ່ຽວກັບມັນເລີຍ ແມ່ນບໍ່?”

ການລະບາດລະດັບໂລກຂອງໄວຣັສໂຄໂຣນາ ໄດ້ກົດດັນໃຫ້ພັກເດໂມແຄຣັດ ຍົກເລີກແຜນການຂອງຕົນ ທີ່ຈະຈັດກອງປະຊຸມການສະເໜີຊື່ ໃນອາທິດນີ້ ຢູ່ໃນເມືອງມີລວອກກີ ລັດວິສຄອນຊິນ ດ້ວຍການຫັນປ່ຽນໄປເປັນພິທີທາງອອນໄລນ໌ ໂດຍມີການບັນທຶກພາບວີດີໂອປົນກັນໄປ ແລະການກ່າວໃຫ້ຂໍ້ຄິດເຫັນສົດໂດຍບັນດານັກການເມືອງ ນັກສະແດງທີ່ມີຊື່ສຽງ ແລະພົນລະເມືອງຕ່າງໆ ຈາກແຫ່ງຕ່າງໆທົ່ວປະເທດ.

ອາທິດໜ້າ ພັກຣີພັບບລີກັນ ຈະຈັດກອງປະຊຸມຂອງຕົນ ໃນແບບທີ່ຄ້າຍຄືກັນນັ້ນ ໂດຍກິດຈະກຳຂອງກອງປະຊຸມທີ່ຈຳກັດ ຢູ່ໃນເມືອງຊາຣລັອດຕ໌ ລັດຄາໂຣໄລນາເໜືອ ແລະທ່ານທຣຳ ກໍຈະກ່າວຄຳປາໄສໃນການຮັບເອົາ ການຖືກສະເໜີຊື່ໃຫ້ເປັນປະທານາທິບໍດີ ອີກເທື່ອນຶ່ງຈາກທຳນຽບຂາວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG