ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

Michael Phelps ໄດ້ຮັບ ໂທຣຟີ ນັກກິລາໂອລິມປິກ ທີ່ຍິ່ງໃຫຍ່ທີ່ສຸດ (ສະໄລດ໌ ແລະວີດິໂອ)


ສະໄລດ໌ຮູບຂອງ Michael Phelps ຮັບລາງວັນນັກລອຍນໍ້າດີເດັ່ນໃນວັນທີ 4 ສິງຫາ, 2012

Michael Phelps ນັກ​ກິລາລອຍ​ນໍ້າ​ທີ່ເກັ່ງທີ່ສຸດ ໃນປະຫວັດສາດ​ຂອງ​ໂອ​ລິ​ມປິກໄດ້
ສີ້​ນສຸດອາຊີບລອຍນໍ້າຂອງຕົນ ດ້ວຍການຄວ້າເອົາ​ຫລຽນຄໍາອີກຫລຽນນຶ່ງ ໃນຂະນະ​ທີ່
ພວກນັກກິລາອັງກິດ ໄດ້ກ້າວຂຶ້ນຍາດເອົາ​ຫລຽນ​ຄໍາໄດ້ 3 ຫລຽນ ໃນກິລາແລ່ນ ແລະ
ລານ ໃນໄລຍະເວລາພາຍໃນນຶ່ງຊົ່ວໂມງ.

ນາຍ Phelps ໄດ້ລອຍທ່າ butterfly ຫລື​ແມງກະ​ເບື້ອທີ່ເປັນເອກະລັກຂອງຕົນ ເພື່ອ
ຊ່ວຍທິມສະຫະລັດ ໃຫ້ໄດ້ຮັບໄຊຊະນະໃນ​ການ​ລອຍ​ປ່ຽນ​ຜຽນ​ກັນ 4 ຄົນ ​ໄລຍະ
100 ​ແມັດ ຫລື 4X100 ​ໃນ​ທ່າຕ່າງໆ​ປົນ​ກັນ ຊຶ່ງ​ເປັນ​ການ​ແຂ່ງຂັນອັນສຸດທ້າຍຂອງ
ລາວ ໃນການຄອງຕໍາແໜ່ງຜູ້ຊະນະເລີດຜູ້ດຽວໃນກິລາໂອລິມປິກມາຕະຫລອດນຶ່ງ
ທົດສະວັດ ນັ້ນ ​ໂດຍ​ໄດ້​ຮັບ 18 ຫລຽນຄໍາ 2 ຫລຽນ​ເງິນ ​ແລະ 2 ຫລຽນ​ທອງ​ແດງ ລວມ​ເປັນ 22 ຫລຽນ ທັງໝົດ. ​

ເບິ່ງວີດິໂອກ່ຽວກັບການສັນນິຖານກ່ຽວກັບນັກລອຍນໍ້າເກັ່ງເຊັ່ນ Michael Phelps

ຕໍ່ມາໃນເວລາບໍ່ພໍເທົ່າໃດຊົ່ວໂມງ ນັກແລ່ນອັງກິດ Mo Farah ກໍໄດ້ຊະນະການແຂ່ງແລ່ນ
ໄກ ໄລຍະ 10 ພັນແມັດ ແຊງໜ້າຄູ່ຮ່ວມຝຶກ ຊາວອາເມຣິກັນ Galen Rupp ທີ່​ໄດ້​ທີ 2 ແລະ Tariku Bekele ຈາກ​ອີ​ທີໂອເປຍ ທີ່ໄດ້ທີສາມ.

ກ່ອນໜ້ານັ້ນ ຜູ້​ຊົມທີ່ສະໜາມກິລາແລ່ນແລະລານອັນໜາແໜ້ນ ​ໄດ້​ພາກັນ​ຮ້ອງ​ໂຮ​ຂຶ້ນ
ດ້ວຍຄວາມ ​ຕື່ນ​ເຕ້ນ​ດີ​ໃຈ ຂະນະທີ່ນາງ Jessica Ennis ຈາກ​ທີ​ມ​ເຈົ້າ​ພາບ​ ຫລື​ອັງກິດ ໄດ້ສະຫລຸບການແຂ່ງຂັນແລ່ນ ແລະລານແບບປະສົມ 7 ຢ່າງ ຫລື heptathlon ​ໂດ​ຍ
ຄ້ວາ​ເອົາ​ໄຊຊະນະ​ມາ​ໄດ້ ໃນ​ການ​ແລ່ນ​ 800 ​ແມັດ. ຫລຽນທີ່​ໄດ້​ມາ​ຕື່ມ​ໃນ​ມື້ວານ​ນີ້ ​ເຮັດ​
ໃຫ້ອັງກິດກ້າວ​ຂຶ້ນ​ມາເປັນອັນດັບ 3 ​ໃນ​ຈໍານວນ​ຫລຽນ​ທັງ​ໝົດ​ ຄື​ໄດ້​ໄປ 29 ຫລຽນ ​ໃນ
​ຕອນ​ທີ່​ອ່ານ​ຂ່າວ​ຢູ່​ນີ້ ນໍາຫລັງສະຫະລັດ ທີ່​ໄດ້ 54 ຫລຽນ ແລະຈີນ 53 ຫລຽນ.

ທ້າວ Oscar Pistorius ຈາກ​ອາ​ຟຣິກາ​ໃຕ້ ​ກໍໄດ້​ສ້າງ​ປະຫວັດສາດໃຫ້ແກ່ກິລາໂອລິມປິກ
ເຊັ່ນກັນໃນວັນເສົາວານ​ນີ້ ​ໂດຍ​ໄດ້​ເປັນ​ນັກ​ກິລາ​ແລ່ນຂາ​ກຸດທັງ​ສອງ​ເບື້ອງ ທີ່​ໄດ້​ເຂົ້າແຂ່ງ​ກິ
ລາ​ໂອ​ລິ​ມປິກ.

ທ້າວ Pistorius ​ທີ່​ໃສ່​ຂາ​ທຽມ​ພິ​ເສດ ຢູ່ທັງສອງຂາ ໄດ້ເປັນທີສອງໃນການແຂ່ງຂັນຮອບຄັດ
ເລືອກຂອງການ​ແຂ່ງ​ແລ່ນ 400 ​ແມັດຊາຍ ຊຶ່ງ​ອໍານວຍ​ໃຫ້​ຜູ້ກ່ຽວໄດ້​ເຂົ້າ​ແຂ່ງ​ໃນ​ຮອບ​ກ່ອນ​ຊິງ​ ຊະນະ​ເລີດ ຫລື semifinal.

ນອກນັ້ນ ນາງ Shelly-Ann Fraser-Pryce ຈາກປະເທດ​ເກາະ Jamaica ກໍສາມາດຮັກ
ສາຕໍາແໜ່ງ​ແຊ້ມໂອລິມປິກຂອງລາວໄວ້ໄດ້ ໂດຍການຄວ້າເອົາຫລຽນຄໍາ ໃນການແຂ່ງແລ່ນ
ໄລຍະ 100 ແມັດຍິງ ​ໂດຍທໍາເວລາໄດ້ 10.7 ວິນາທີ ​ແລະເອົາຊະນະນັກ ແລ່ນຈາກອາເມ
ຣິກາ ນາງ Carmelita Jeter ຊຶ່ງໄດ້ແລ່ນຂ້າມ ເສັ້ນໄຊໃນເວລາ 10.78 ວິນາທີ. ສ່ວນ
Veronica Campbell-Brown, ນັກກິລາອີກຜູ້ນຶ່ງ ຈາກ Jamaica ໄດ້ຍາດເອົາຫລຽນ
ທອງແດງໄປ ໂດຍທໍາເວລາໄດ້ 10.81 ວິນາທີ.

ໃນຂະນະດຽວກັນ ນັກກິລາລອຍນໍ້າຈາກຈີນ ທ້າວ Sun Yang ກໍໄດ້ທໍາລາຍສະຖິຕິ ຂອງ
ຜູ້ກ່ຽວເອງ ໃນການລອຍແບບຕາມໃຈໄລຍະ 1,500 ແມັດ ​ຫລັງ​ຈາກ​ຍາດ​ຫລຽນຄໍາມາ​
ໄດ້ ​ໃນການ​ແຂ່ງ​ລອຍ ໄລຍະ 400 ແມັດ.

ສະຖິຕິການຄວ້າເອົາຫລຽນຕ່າງໆ ຂອງປະເທດເຂົ້າຮ່ວມກິລາໂອລິມປິກ

Loading...

See complete list at olympic.org

XS
SM
MD
LG