ນັກລອຍນໍ້າທີ່ເກັ່ງກ້າສາມາດຂອງສະຫະລັດ ທ້າວ Micheal Phelps ຫວັງວ່າຈະໄດ້ໃຊ້ເວລາຫຼາຍຂຶ້ນຢູ່ກັບຄອບຄົວ ແລະຢູ່ເດີ່ນຕີກັອຟ ຫລັງຈາກລາວໄດ້ປະກາດ ທີ່ຈະອອກ ບຳນານໃນວັນຈັນວານນີ້ ຈາກອາຊີບລອຍນໍ້າອາຊີບ.
ທ້າວ Phelps ເປັນນັກກິລາລອຍນໍ້າໂອລິມປິກ ທີ່ໄດ້ຮັບຫລຽນຄຳຫລາຍທີ່ສຸດໃນປະຫວັດສາດເຖິງ 23 ຫລຽນຄຳ ກ່າວວ່າ ທ່ານດີໃຈກັບມູນເຊື້ອທີ່ລາວໄດ້ສ້າງໄວ້ ຫຼັງຈາກ
ການແຂ່ງຂັນກິລາໂອລິມປິກທີ່ນະຄອນ Rio ປີ 2016 ແລະຢາກຈະລາອອກຈາກການຫລິ້ນກິລາ ຫລັງຈາກປະສົບການກັບ “ຄວາມສຳເລັດອັນຍິ່ງໃຫຍ່ໃນກິລາໂອລິມປິກ” ທີ່ທ່ານໄດ້ເຂົ້າຮ່ວມການແຂ່ງຂັນນັ້ນ.
ລາວກ່າວວ່າ “ບັດຈຸບັນນີ້ ຂ້າພະເຈົ້າມີຄວາມພາກພູມໃຈ ແລະຂ້າພະເຈົ້າຄິດວ່າເປັນເລື້ອງແຕກຕ່າງທີ່ສຸດລະຫວ່າງປັດຈຸບັນ ແລະປີ 2012. ໃນປີ 2012 ນັ້ນ ຂ້າພະເຈົ້າຄິດວ່າຢາກຈະຢຸດເຊົາແລ້ວ ຂ້າພະເຈົ້າບໍ່ຢາກເຮັດຫຍັງຕື່ມອີກກັບກິລາຕໍ່ໄປ ແລະບັດນີ້ຂ້າພະເຈົ້າດີໃຈທີ່ສຸດ ພໍໃຈທີ່ສຸດກັບບ່ອນທີ່ຂ້າພະເຈົ້າຢູ່ ແລະຂ້າພະເຈົ້າດີໃຈທີ່ໄດ້ເສັດສິ້ນວິຊາອາຊີບຂອງຂ້າພເຈົ້າລົງແບບໃດ.
ທ້າວ Phelps ຈະອອກຈາກນະຄອນ Rio ພ້ອມດ້ວຍຫລຽນຄຳຫ້າຫຼຽນ ແລະຫລຽນເງິນນຶ່ງຫລຽນ. ຫລັງຈາກລາອອກຈາກການລອຍນໍ້າແລ້ວທ້າວ Phelps ອາຍຸ 31 ປີມີແຜນທີ່ຈະແຕ່ງງານກັບຄູ່ຮັກ ຍານາງ Nicole Johnson ແລະໃຊ້ເວລາຢູ່ກັບລູກຊາຍຊື່ວ່າ Boomer.
ລາວກ່າວວ່າ “ຂ້າພະເຈົ້າຢາກຫລິ້ນກັອຟ ມັນເປັນເວລານານສົມຄວນແລ້ວ ທີ່ຂ້າພະເຂົ້າໄດ້ຫລິ້ນກັອຟ. ຂ້າພະເຈົ້າຫວັງວ່າຈະໄດ້ມີໂອກາດກ່ຽວກັບເລື້ອງດັ່ງ ກ່າວເພື່ອຢາກພັກຜ່ອນ ອອກໄປຫລິ້ນກັບໝູ່ເພື່ອນ ນັ່ງພັກຜ່ອນ ຕາກແສງຕາເວັນ ແລະພຽງແຕ່ພັກຜ່ອນເທົ່ານັ້ນ.”
ນັກກິລາຕີມວຍຣັດເຊຍຮຸ້ນ heavyweigh ທ້າວ Evgeny Tishchenko ໄດ້ຮັບຫລຽນຄຳ ໂດຍເອົາຊະນະ ທ້າວ Vassiliy Levit ຈາກ Kazakhstan ທີ່ມີຄະແນນໃກ້ຄຽງກັນ ທີ່ເຮັດໃຫ້ຜູ້ຊົມພາກັນຮ້ອງອອກມາດ້ວຍຄວາມບໍ່ພໍໃຈຕໍ່ຄະນະກຳມະການ ທີ່ໃຫ້ຄະແນນວ່ານັກມວຍຣັດເຊຍຊະນະຢ່າງເປັນເອກກະສັນນັ້ນ.
ທ້າວ Levit ປາກົດວ່າໄດ້ຄວບຄຸມການຕີມວຍທັງໝົດ ແຕ່ວ່າກຳມະການທັງ ສາມຄົນໄດ້ໃຫ້ ທ້າວ Tishchenko ເປັນຜູ້ຊະນະດ້ວຍຄະແນນ 29 ຕໍ່ 28.
ຢູ່ໃນກິລາແຂ່ງຂັນລົບຖີບຂອງພວກຜູ້ຊາຍນັ້ນ ທ້າວ Elia Viviani ເບິ່ງຄືວ່າຈະອອກຈາກການແຂ່ງຂັນເອົາຫລຽນ ຫລັງຈາກໄດ້ລົ້ມຢູ່ໃນການແຂ່ງຂັນ ແຕ່ລາວໄດ້ກັບຄືນມາ ເອົາໄຊຊະນະຫລຽນຄຳ ໃນຕອນທ້າຍຂອງການແຂ່ງຂັນກິ ລາໂອລິມປິກທີ່ນະຄອນ Rio.
ນອກນັ້ນ ໃນວັນຈັນວານນີ້ ຍັງມີການແຂ່ງຂັນກິລາກາຍະກຳຫລື gymnastic.