ຜູ້ພິພາກສາ ສະຫະລັດ ຄົນນຶ່ງໃນນະຄອນຫຼວງ ວໍຊິງຕັນ ໄດ້ຕໍ່ວ່າທີ່ປຶກສາດ້ານຄວາມ
ປອດໄພແຫ່ງຊາດ ຄົນທຳອິດຂອງປະທານາທິບໍດີ ດໍໂນລ ທຣຳ, ທ່ານ ໄມເກີລ ຟລິນ,
ສຳລັບການຂີ້ຕົວະຕໍ່ບັນດານັກສືບສວນສອບສວນກ່ຽວກັບ ການທີ່ທ່ານໄດ້ຕິດຕໍ່ກັບ
ຣັດເຊຍ ບໍ່ເທົ່າໃດສັບປະດາ ກ່ອນທ່ານ ທຣຳ ໄດ້ເຂົ້າດຳລົງຕຳແໜ່ງ ໃນຕົ້ນປີ 2017,
ແຕ່ໄດ້ເລື່ອນການຕັດສິນໂທດຂອງທ່ານອອກໄປ.
ຜູ້ພິພາກສາສານເຂດ ສະຫະລັດ ທ່ານ ເອັມເມັດ ຊັລລີວານ ໄດ້ກ່າວ ກ່ຽວກັບ ການປະ
ພຶດຂອງທ່ານ ຟລິນ, ກ່ອນຈະຍອມຮັບ ຕໍ່ການຂໍຮ້ອງ ຂອງທະນາຍຄວາມຂອງທ່ານ
ຟລິນ ໃຫ້ເລື່ອນການຕັດສິນໂທດວ່າ “ຂ້າພະເຈົ້າບໍ່ສາມາດທີ່ເຊື່ອງຄວາມບໍ່ມັກ ແລະ
ຄວາມບໍ່ນັບຖືຂອງຂ້າພະເຈົ້າໄດ້.”
ທ່ານ ຟລິນ ໄດ້ຍອມຮັບຕໍ່ທ່ານ ຊັລລີວານ ວ່າ “ຂ້າພະເຈົ້າຮູ້” ວ່າມັນແມ່ນ ຄວາມຜິດ
ຢ່າງໃຫຍ່ຫຼວງ ທີ່ຂີ້ຕົວະຕໍ່ບັນດານັກສືບສວນສອບສວນ ໃນເວລາທີ່ເຂົາເຈົ້າໄດ້ຖາມ
ທ່ານ ກ່ຽວກັບ ການລົມກັນຂອງທ່ານກັບອະດີດເອກອັກຄະລັດຖະທູດ ຣັດເຊຍ ປະ
ຈຳ ວໍຊິງຕັນ, ທ່ານ ເຊີເກ ຄິສລີຢັກ.
ຜູ້ພິພາກສາຄົນດັ່ງກ່າວໄດ້ບອກທ່ານ ຟລິນ ວ່າ ຄວາມຜິດຂອງລາວແມ່ນ “ຮ້າຍແຮງ
ຫຼາຍ” ແລະ “ເວົ້າໄດ້ວ່າ, ເຈົ້າຂາຍປະເທດຂອງເຈົ້າ.”
ໄອຍະການພິເສດ ທ່ານ ໂຣເບີດ ມອລເລີ ໄດ້ສະເໜີທ່ານ ຟລິນ, ອາຍຸ 60 ປີ, ເຊິ່ງ
ແມ່ນນາຍພົນກອງທັບບົກທີ່ອອກບຳນານແລ້ວ ແລະ ຄັ້ງນຶ່ງເຄີຍເປັນຫົວໜ້າອົງການ
ສືບລັບກະຊວງປ້ອງກັນປະເທດນັ້ນ, ວ່າບໍ່ໄດ້ທ່ານຖືກຈັບເຂົ້າຄຸກ ຍ້ອນວ່າທ່ານໄດ້
“ໃຫ້ການຮ່ວມມືກັບບັນດາໄອຍະການຢ່າງຫຼວງຫຼາຍ ໃນການສືບສວນສອບສວນທີ່
ດຳເນີນມາໄດ້ 19 ເດືອນ ກ່ຽວກັບ ການໂຄສະນາຫາສຽງຂອງທ່ານ ທຣຳ ໃນປີ 2016
ທີ່ເຊື່ອມໂຍງກັບ ຣັດເຊຍ ແລະ ວ່າ ທ່ານ ທຣຳ, ໃນຖານະທີ່ເປັນປະທານາທິບໍດີນັ້ນ,
ໄດ້ຂັດຂວາງຂະບວນການຍຸຕິທຳ ດ້ວຍການພະຍາຍາມທີ່ຈະທຳລາຍ ການກວດ
ສອບດັ່ງກ່າວນັ້ນຫຼືບໍ່.
ແຕ່ທ່ານ ຊັລລີວານ ໄດ້ກ່າວວ່າ ທ່ານບໍ່ສາມາດຮັບປະກັນໄດ້ວ່າ ທ່ານ ຟລິນ ຈະສາ
ມາດຫຼີກລ່ຽງການຖືກຈັບເຂົ້າຄຸກໄດ້ບໍ່ ໃນເວລາທີ່ລາວຖືກຕັດສິນໂທດ ໃນອີກສອງ
ສາມເດືອນທີ່ຈະມີເຖິງນີ້.
ໃນສັບປະດາທີ່ຜ່ານມາ, ອະດີດທະນາຍຄວາມຂອງທ່ານ ທຣຳ, ນັກກົດໝາຍຈາກ
ນະຄອນ ນິວຢອກ ທ່ານ ໄມເກີລ ໂຄເຮັນ, ໄດ້ຖືກຕັດສິນໃຫ້ເຂົ້າຄຸກ 3 ປີ, ສຳລັບ
ການມີສ່ວນຮ່ວມຂອງລາວ, ໃນສິ່ງທ່ານລາວໄດ້ເວົ້າວ່າ ເປັນການຊີ້ນຳຂອງທ່ານ
ທຣຳ, ກ່ຽວກັບ ການຈ່າຍເງິນ 280,000 ໂດລາເພື່ອຊື້ຈ້າງແມ່ຍິງສອງຄົນໃຫ້ມິດງຽບ
ບໍ່ດົນກ່ອນການເລືອກຕັ້ງ ເຊິ່ງແມ່ນຜູ້ທີ່ຖືກກ່າວຫາວ່າ ມີຄວາມສຳພັນຖານຊູ້ສາວ
ກັບປະທານາທິບໍດີໃນອະນາຄົດ ນຶ່ງທົດສະວັດກ່ອນທີ່ທ່ານໄດ້ເຂົ້າມາໃນວົງການ
ການເມືອງ.
ຄົນອື່ນໆທີ່ຢູ່ໃນວົງລ້ອມຂອງທ່ານ ທຣຳ ແມ່ນກຳລັງລໍຖ້າການຕັດສິນໂທດສຳລັບ
ຄວາມຜິດຕ່າງໆຢູ່.